ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບນັກທຸລະກິດຊາວ ຫວຽດນາມ ອາໄສຢູ່ ໄທ

(VOVWORLD) - ໃນຂອບເຂດການຢ້ຽມຢາມ ໄທ ຢ່າງເປັນທາງການ, ຕອນເຊົ້າວັນທີ 19 ສິງຫາ, ຢູ່ ແຂວງ ນະຄອນ ພະນົມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີການພົບປະກັບນັກທຸລະກິດ ຊາວ ຫວຽດນາມ ອາໄສຢູ່ ໄທ.
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບນັກທຸລະກິດຊາວ ຫວຽດນາມ ອາໄສຢູ່ ໄທ - ảnh 1 ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບນັກທຸລະກິດຊາວ ຫວຽດນາມ ອາໄສຢູ່ ໄທ

ທີ່ການພົບປະ, ບັນດານັກທຸລະກິດ ຊາວ ຫວຽດນາມ ອາໃສຢູ່ ໄທ ໄດ້ຕີລາຄາສູງ ບັນດາຜົນງານດ້ານເສດຖະກິດ ສັງຄົມຂອງປະເທດຊາດໃນໄລຍະຜ່ານມາ ແລະ ປາດຖະໜາຢາກຮ່ວມມື, ລົງທຶນຢູ່ບ້ານເກີດເມືອງນອນໃນຫຼາຍຂົງເຂດຄື: ການປຸງແຕ່ງຜະລິດຕະພັນກະເສດ, ການຮ່ວມມືສົ່ງອອກຜະລິດຕະພັນສິນຄ້າ. ເພື່ອໃຫ້ມີຄວາມສະດວກກ່ວາໃນການຮ່ວມມືເສດຖະກິດ ແລະ ການຄ້າ, ບັນດາວິສາຫະກິດສະເໜີໃຫ້ການນຳ 2 ປະເທດຊຸກຍູ້ບັນດາເສັ້ນທາງບົກ ແລະ ທາງອາກາດເຊື່ອມຕໍ່ລະຫວ່າງ 2 ປະເທດ, ເປີດສາຍການບິນ ຮ່າໂນ້ຍ ແລະ ນະຄອນ ພະນົມ… ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ຮອດປີ 2020, ຫວຽດນາມ - ໄທ ໄດ້ວາງອອກຈຸດໝາຍບັນລຸວົງເງິນການຄ້າ 2 ສົ້ນແມ່ນ 20 ຕື້ USD, ຊຸກຍູ້ການພັດທະນາການທ່ອງທ່ຽວ, ການຮ່ວມມືລົງທຶນຢ່າງແຮງກ່ວາອີກ, ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ນັກທຸລະກິດຊາວ ຫວຽດນາມ ປະກອບສ່ວນເຂົ້າໃນບັນດາຈຸດໝາຍນີ້, ແມ່ນຂົວເຊື່ອມຕໍ່ຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດ.

        ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 18 ສິງຫາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີການເຮັດວຽກກັບເຈົ້າແຂວງແຂວງ ນະຄອນ ພະນົມ.

        ເນື່ອງໃນການຢ້ຽມຢາມລາຊະອານາຈັກ ໄທ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ສອງຝ່າຍໄດ້ອອກຖະແຫຼງການຮ່ວມ. ຖະແຫຼງການຮ່ວມເນັ້ນໜັກວ່າ: ນາຍົກລັດຖະມົນຕີ 2 ທ່ານເຫັນດີເປີດກ້ວາງບັນດາຂົງເຂດຮ່ວມມືເພື່ອແນໃສ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ຊາດ. ຕາມນັ້ນແລ້ວ, ສອງຝ່າຍໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືປ້ອງກັນປະເທດ, ແລກປ່ຽນຂໍ້ມູນຂ່າວສືບລາຊະການລັບ ແລະ ໜູນຊ່ວຍບຳລຸງສ້າງ… ນາຍົກລັດຖະມົນຕີ 2 ທ່ານຢືນຢັນວ່າຈະຊຸກຍູ້ການຮ່ວມມືກ່ວາອີກເພື່ອແນໃສ່ບັນລຸຄາດໝາຍ 20 ຕື້ USD ໃຫ້ວົງເງິນການຄ້າສອງຝ່າຍໃນປີ 2020. ໄທ ຢືນຢັນສືບຕໍ່ໜູນຊ່ວຍບັນດາວິສາຫະກິດພາກເອກະຊົນລົງທຶນເຂົ້າ ຫວຽດນາມ, ພິເສດແມ່ນໃນບັນດາຂົງເຂດທີ່ຈຳເປັນສຳລັບການເຕີບໂຕເສດຖະກິດຂອງ ຫວຽດນາມ.  ນາຍົກລັດຖະມົນຕີ 2 ທ່ານ ໄດ້ສະແດງຄວາມຕັດສິນໃຈເພີ່ມທະວີການຮ່ວມມືໃນການຊຸກຍູ້ບັນດາການຮ່ວມສຳພັນຂົນສົ່ງຫຼາຍຝ່າຍນັບທັງ ທາງບົກ, ທາງທະເລ ແລະ ການບິນລະຫວ່າງ 2 ປະເທດ ແລະ ໃນເຂດອະນຸພາກພື້ນແມ່ນ້ຳຂອງ; ເຫັນດີຊຸກຍູ້ເສັ້ນທາງລົດເມທີ່ເຊື່ອມຕໍ່ ໄທ - ລາວ - ຫວຽດນາມ ກໍ່ຄືເສັ້ນທາງຂົນສົ່ງແຄມທະເລລະຫວ່າງ ໄທ - ກຳປູເຈຍ - ຫວຽດນາມ. ການນຳ 2 ທ່ານຢືນຢັນຄືນໃໝ່ຄວາມສຳຄັນຂອງການຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບ ກໍ່ຄືຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອຢູ່ທະເລຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ