ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບພະນັກງານສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ຢູ່ເຢຍລະມັນ

(VOVWORLD) - ຕອນຄ່ຳວັນທີ 5 ກໍລະກົດ, ຕາມເວລາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ອອກຈາກສະໜາມບິນ Frankfurt, ເດີນທາງໄປນະຄອນຫຼວງ ແບກແລງ, ສືບຕໍ່ບັນດາການເຄື່ອນໄຫວຢູ່ ສາທາລະນະລັດ ສະຫະພັນ ເຢຍລະມັນ. 
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບພະນັກງານສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ຢູ່ເຢຍລະມັນ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ການພົບປະ 

ພາຍຫຼັງໄປຮອດນະຄອນຫຼວງ ແບກແລງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີການເຮັດວຽກກັບພະນັກງານ, ພາລະກອນສະຖານທູດ ຫວຽດນາມ ປະຈຳ ເຢຍລະມັນ ແລະ ປະຊາຄົມຊາວ ຫວຽດນາມ ແລະ ນັກສຶກສາ ຫວຽດນາມ ຢູ່ ເຢຍລະມັນ. ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກຊາດ ຫວຽດນາມ ໄດ້, ຢືນຢັນ ພັກ ແລະ ລັດ ເອົາໃຈໃສ່, ເບິ່ງແຍງດູແລ, ປົກປ້ອງຜົນປະໂຫຍດໃຫ້ແກ່ປະຊາຄົມຊາວ ຫວຽດນາມ ຢູ່ເຢຍລະມັນ ເສີມຂະຫຍາຍນ້ຳໃຈສາມັກຄີ, ຊ່ວຍເຫຼືອກັນໃນຊີວິດການເປັນຢູ່, ຮັກສາມູນເຊື້ອ, ສີສັນວັດທະນະທຳຂອງຊາດ, ສອນພາສາ ຫວຽດ ໃຫ້ລຸ້ນຄົນທີສອງ, ທີສາມ, ສືບຕໍ່ເປັນຂົວເຊື່ອມຕໍ່ມິດຕະພາບລະຫວ່າງ 2 ຊາດ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ສະຖານທູດ ຫວຽດນາມ ປະຈຳແບກແລງ ປະຕິບັດວຽກງານຄົ້ນຄ້ວາ, ມີບັນດາຂໍ້ສະເໜີລະອຽດ ເພື່ອແນໃສ່ພັດທະນາການພົວພັນ 2 ປະເທດໃຫ້ນັບມື້ນັບມີປະສິດທິຜົນ, ພ້ອມທັງຈັດຕັ້ງບັນດາການເຄື່ອນໄຫວພົບປະປະຊາຄົມໃນບັນດາວັນບຸນໃໝ່, ຜ່ານນັ້ນ ເຕົ້າໂຮມ ແລະ ເສີມຂະຫຍາຍກຳລັງແຮງມະຫາສາມັກຄີຂອງພໍ່ແມ່ປະຊາຊົນ, ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນອ່ວາຍໜ້າເມືອຫາບ້ານເກີດເມືອງນອນ, ປະກອບສ່ວນສ້າງສາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ