ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ລົງ​ກວດ​ກາ ວຽກ​ງານ​ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ 37

(VOVWORLD) -ຍ້ອນໂລກລະບາດໂຄວິດ - 19, ກອງປະຊຸມຄັ້ງນີ້ ຈະຖືກດຳເນີນ ດ້ວຍຮູບການອອນລາຍ ເຊິ່ງມີການເຂົ້າຮ່ວມຂອງການນຳ 10 ປະເທດ ອາຊຽນ ແລະ ບັນດາຄູ່ຮ່ວມມືທີ່ສຳຄັນ ຄື ຍີ່ປຸ່ນ, ສ.ເກົາຫຼີ…
ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ລົງ​ກວດ​ກາ ວຽກ​ງານ​ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ 37 - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍຄະນະລົງກວດກາວຽກງານກະກຽມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 (ພາບ:TTXVN)

ຕອນບ່າຍວັນທີ 11 ພະຈິກ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກລົງກວດກາວຽກງານກະກຽມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ເຊິ່ງຄາດວ່າ ຈະດຳເນີນແຕ່ວັນທີ 12 – 15 ພະຈິກ. ຍ້ອນໂລກລະບາດໂຄວິດ - 19, ກອງປະຊຸມຄັ້ງນີ້ ຈະຖືກດຳເນີນ ດ້ວຍຮູບການອອນລາຍ ເຊິ່ງມີການເຂົ້າຮ່ວມຂອງການນຳ 10 ປະເທດ ອາຊຽນ ແລະ ບັນດາຄູ່ຮ່ວມມືທີ່ສຳຄັນ ຄື ຍີ່ປຸ່ນ, ສ.ເກົາຫຼີ… ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ສະເໜີວ່າ ວຽກງານກະກຽມ ຕ້ອງປະຕິບັດຢ່າງລອບຄອບຖີ່ຖ້ວນ, ຮັບປະກັນໃຫ້ເຫດການປະສົບຜົນສຳເລັດ ປະກອບສ່ວນຢັ້ງຢືນບົດບາດເປັນປະທານ ອາຊຽນ ຂອງຫວຽດນາມ ແລະ ສ້າງຂີດໝາຍໃນພາກພື້ນ ແລະ ໃນຈິດໃຈບັນດາຄູ່ຮ່ວມມື.

ຕອບກັບ

ຂ່າວ/ບົດ​ອື່ນ