​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊວັນ​ຟຸກ ລົງກວດ​ກາລະ​ດັບ​ຄວາມ​ຄືບ​ໜ້າ​ປະ​ຕິ​ບັດ​ໂຄງ​ການກໍ່​ສ້າງ​ເສັ້ນ​ທາ​ງ​ຄວາມ​ໄວ​ສູງ ຈູງ​ເລືອງ - ໝີ​ທ້ວນ

(VOVWORLD) -ໂຄງການເສັ້ນທາງຄວາມໄວສູງ ຈູງເລືອງ - ໝີທ້ວນ ແມ່ນໂຄງການປະຕິບັດຕາມຮູບແບບ BOT. 
​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊວັນ​ຟຸກ ລົງກວດ​ກາລະ​ດັບ​ຄວາມ​ຄືບ​ໜ້າ​ປະ​ຕິ​ບັດ​ໂຄງ​ການກໍ່​ສ້າງ​ເສັ້ນ​ທາ​ງ​ຄວາມ​ໄວ​ສູງ ຈູງ​ເລືອງ - ໝີ​ທ້ວນ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ລົງກວດກາລະດັບຄວາມຄືບໜ້າປະຕິບັດໂຄງການກໍ່ສ້າງເສັ້ນທາງຄວາມໄວສູງ ຈູງເລືອງ - ໝີທ້ວນ (ພາບ: TTXVN)

        ຕອນເຊົ້າວັນທີ 8 ມີນາ, ຢູ່ຕາແສັງຝຸຍ້ວນ, ເມືອງ ກາຍໄລ້, ແຂວງຕ່ຽນຢາງຂອງຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ພ້ອມດ້ວຍຄະນະປະຕິບັດງານ ໄດ້ລົງກວດກາລະດັບຄວາມຄືບໜ້າປະຕິບັດໂຄງການເສັ້ນທາງຄວາມໄວສູງ ຈູງເລືອງ - ໝີທ້ວນ, ເຊິ່ງແມ່ນໂຄງການປະຕິບັດຕາມຮູບແບບ BOT. ນະທີ່ນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ຕີລາຄາສູງ ເລື່ອງເຈົ້າຂອງລົງທຶນ ແມ່ນແຂວງຕ່ຽນຢາງ, ນັກຮັບເໝົາກໍ່ສ້າງ, ບັນດາຫົວໜ່ວຍທີ່ກ່ຽວຂ້ອງ ໄດ້ສຸມໃສ່ບຸກເບີກພື້ນທີ່, ມອບດິນໃຫ້ສຳເລັດ ເພື່ອປະຕິບັດໂຄງການ. ບັນດາຫົວໜ່ວຍປະຕິບັດໂຄງການໄດ້ສຸມໃສ່ຕັ້ງໜ້າຊີ້ນຳເພື່ອສຳເລັດກວ່າ 35% ປະລິມານໜ້າວຽກ. ນີ້ແມ່ນພື້ນຖານທີ່ສຳຄັນເພື່ອປະຕິບັດຄຳໝັ້ນສັນຍາ ແມ່ນໃນປີ 2020 ຈະທະລຸເສັ້ນທາງ ແລະ ເປີດນຳໃຊ້ໃນປີ 2021.


ຕອບກັບ

ຂ່າວ/ບົດ​ອື່ນ