ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ລົງຢ້ຽມຢາມສູນ ICISE ຢູ່ແຂວງບິງດິ້ງ

(VOVWORLD) -ຕອນເຊົ້າວັນທີ 06 ພຶດສະພາ, ໃນການລົງປະຕິບັດງານຢູ່ແຂວງບິງດິ້ງຂອງຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບສູນສາກົນວິທະຍາສາດ ແລະ ສຶກສາລະຫວ່າງຂະແໜງ (ຫຼືເອີ້ນຫຍໍ້ວ່າ: ICISE), ທີ່ນະຄອນກຸຍເຍີນ.

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ລົງຢ້ຽມຢາມສູນ ICISE ຢູ່ແຂວງບິງດິ້ງ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກກ່າວຄຳເຫັນທີ່ການເຮັດວຽກ

(ພາບ: VOV)

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ໃນສະພາບການປະຕິວັດອຸດສາຫະກຳ 4.0 ໄດ້ວາງອອກສຳລັບຫວຽດນາມ, ພິເສດແມ່ນ ລຸ້ນໜຸ່ມຫວຽດນາມມີຫຼາຍກາລະໂອກາດ ແລະ ສິ່ງທ້າທາຍ, ທ່ານນາຍົກລັດຖະມົນຕີປາດຖະໜາວ່າ ສູນ ICISE ຈະພັດທະນາແບບຍືນຍົງ, ມີປະສິດທິຜົນ ແລະ ມີລັກສະນະແຜ່ຂະຫຍາຍສູງ, ແມ່ນແຫ່ງພົວພັນແລກປ່ຽນສາກົນປະກອບສ່ວນຊຸກຍູ້ການຄົ້ນຄວ້າວິທະຍາສາດພື້ນຖານຂອງຫວຽດນາມ, ກໍຄືບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ປະເທດຊາດ. ຕີລາຄາສູງແນວຄິດການສະເໜີກໍ່ສ້າງຕົວເມືອງວິທະຍາສາດຢູ່ແຂວງບິງດິ້ງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກປາດຖະໜາວ່າ ສູນແຫ່ງນີ້ ຈະເປັນຂົວເຊື່ອມຕໍ່, ຊຸກຍູ້ການໝູນໃຊ້ວິທະຍາສາດເຕັກໂນໂລຢີເຂົ້າໃນຕົວຈິງ, ໃນນັ້ນມີຫຼາຍຂົງເຂດຈຳເປັນ, ໂດຍສະເພາະແມ່ນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.


ຕອບກັບ

ຂ່າວ/ບົດ​ອື່ນ