ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ສິ້ນສຸດການຢ້ຽມຢາມ, ເຮັດວຽກ ຢູ່ ໂຮນລັງ ຢ່າງເປັນທາງການ

(VOVWORLD) - ໃນຂອບເຂດການຢ້ຽມຢາມ, ເຮັດວຽກ ຢູ່ ໂຮນລັງ ຢ່າງເປັນທາງການ, ໃນວັນທີ 11/07, ທີ່ ລາໄຮ, ທ່ານ ຫງວຽນຊວນຟູ໋ກ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ພົບປະກັບ ທ່ານ Ankie Broekers-Knol ປະທານສະພາສູງສະພາແຫ່ງຊາດ ໂຮນລັງ ແລະ ທ່ານ Khadija Arib ປະທານ ສະພາຕ່ຳສະພາແຫ່ງຊາດ ໂຮນລັງ.
 
ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ສິ້ນສຸດການຢ້ຽມຢາມ, ເຮັດວຽກ ຢູ່ ໂຮນລັງ ຢ່າງເປັນທາງການ - ảnh 1ທ່ານ ນາຍົກລັດຖະມົນຕີ ພົບປະກັບການນຳສະພາແຫ່ງຊາດ ໂຮນລັງ 

ທີ່ການພົບປະ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືກັບ ໂຮນລັງ ໃນທຸກໆຂົງເຂດ. ທ່ານ ນາຍົກລັດຖະມົນຕີ ປາດຖະໜາວ່າ ສະພາແຫ່ງຊາດ ໂຮນລັງ ສືບຕໍ່ສະໜັບສະໜູນ ແລະ ຊຸກຍູ້ຜັນຂະຫຍາຍບັນດາລາຍການຮ່ວມມືລະຫວ່າງ ຫວຽດນາມ - ໂຮນລັງ ໃນຂອບເຂດ ຂໍ້ຕົກລົງຄູ່ຮ່ວມມືຍຸດທະສາດກ່ຽວກັບ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຄຸ້ມຄອງນ້ຳ ແລະ ຄູ່ຮ່ວມມືຍຸດທະສາດກ່ຽວກັບກະສິກຳແບບຍືນຍົງ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ. ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ສະເໜີວ່າ ສະພາແຫ່ງຊາດ ໂຮນລັງ ສະໜັບສະໜູນຊຸກຍູ້ຮ່ວມມືດ້ານການຄ້າ - ການລົງທຶນສອງຝ່າຍ, ຊຸກຍູ້ການລົງນາມ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ໂດຍໄວ; ພິຈາລະນາສ້າງຕັ້ງກຸ່ມສະມາຊິກລັດຖະສະພາມິດຕະພາບ ໂຮນລັງ - ຫວຽດນາມ ເພື່ອເປິດກວ້າງການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ. ກ່ຽວກັບຝ່າຍ ໂຮນລັງ, ການນຳສະພາແຫ່ງຊາດ ປະເທດນິ້ ຢືນຢັນວ່າ ການຢ້ຽມຢາມຂອງ ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກແມ່ນຂີດໝາຍສຳຄັນໃນການພົວພັນຮ່ວມມືລະຫວ່າງສອງປະເທດ. ທ່ານ ປະທານສະພາຕ່ຳ Khadija Arib ຖືວ່າສອງປະເທດຄວນສ້າງເງື່ອນໄຂສະດວກໃຫ້ວິສາຫະກິດສອງຝ່າຍເຊື່ອມຕໍ່ເພື່ອຂຸດຄົ້ນທ່າແຮງຂອງສອງພື້ນຖານເສດຖະກິດຢ່າງຄົບຖ້ວນ. ຝ່າຍໂຮນລັງພ້ອມແລ້ວທີ່ຈະແບ່ງປັນບົດຮຽນ, ເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດທ່າແຮງຄື ຄຸ້ມຄອງຊັບພະຍາກອນນ້ຳ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ນ້ຳທະເລຂຶ້ນສູງ, ກໍ່ສ້າງລະບົບຄັນຄູ, ຕ່ໍກ່ຳປັ່ນ, ການບໍລິການພະລາທິການ, ທ່າກ່ຳປັ່ນທະເລ… ກ່ຽວກັບການຮ່ວມມືສະພາແຫ່ງຊາດ, ສອງຝ່າຍກໍ່ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ໂດຍສະເພາະແມ່ນຂັ້ນກຳມາທິການສະພາແຫ່ງຊາດເພື່ອແລກປ່ຽນບົດຮຽນໃນການເຄື່ອນໄຫວນິຕິບັນຍັດ, ຕິດຕາມກວດກາ.

ຕອບກັບ

ຂ່າວ/ບົດ​ອື່ນ