ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສິ້ນສຸດການເຂົ້າຮ່ວມວາລະປຶກສາຫາລືຂັ້ນສຸດຍອດຂອງກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 73

(VOVWORLD) -  ຕອນເຊົ້າວັນທີ 29 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ກັບມາຮອດ ຮ່າໂນ້ຍ, ສິ້ນສຸດການເຂົ້າຮ່ວມວາລະປຶກສາຫາລືຂັ້ນສຸດຍອດຂອງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 73 ຢູ່ ນິວຢອກ ປະເທດ ອາເມລິກາ ດ້ວຍຜົນສຳເລັດອັນຈົບງາມ.

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສິ້ນສຸດການເຂົ້າຮ່ວມວາລະປຶກສາຫາລືຂັ້ນສຸດຍອດຂອງກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 73 - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ວາລະປຶກສາຫາລືຂັ້ນສຸດຍອດຂອງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 73 (ພາບ: ລັດຖະບານ)

ໃນເວລາ 1 ວັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີລາຍການເຮັດວຽກດ້ວຍ 15 ການເຄື່ອນໄຫວ: ເຂົ້າຮ່ວມ ແລະ ມີບົດກ່າວຄຳເຫັນທີ່ວາລະປຶກສາຫາລືຂັ້ນສຸດຍອດຂອງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 73; ມີບັນດາການພົບປະກັບທ່ານປະທານກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ແລະ ບັນດາການພົບປະ 2 ຝ່າຍສຳຄັນກັບປະມຸກລັດ 5 ທ່ານ ແລະ ການນຳບັນດາປະເທດ; ໄດ້ແລກປ່ຽນ, ໂອ້ລົມສົນທະນາກັບບັນດາກຸ່ມບໍລິສັດໃຫຍ່ຂອງ ອາເມລິກາ; ໄດ້ພົບປະກັບເພື່ອນມິດ ອາເມລິກາ, ພະນັກງານຂອງຄະນະປະຕິບັດງານ ຫວຽດນາມ ປະຈຳ ສະຫະປະຊາຊາດ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ນິວຢອກ.

       ກ່າວຄຳເຫັນຕໍ່ບັນດາການນຳຂອງ 193 ປະເທດເຂົ້າຮ່ວມວາລະປຶກສາຫາລືຂັ້ນສຸດຍອດດ້ວຍຫົວຂໍ້ວ່າ: “ເພື່ອໃຫ້ສະຫະປະຊາຊາດມີຄວາມຜູກພັນສະໜິດແໜ້ນກັບປະຊາຊົນທຸກຄົນກ່ວາ: ການນຳທົ່ວໂລກ ແລະ ຄວາມຮັບຜິດຊອບລວມເພື່ອບັນດາສັງຄົມສັນຕິພາບ, ຍຸຕິທຳ ແລະ ໝັ້ນຄົງ”, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ມີທັດສະນະສະເໝີຕົ້ນສະເໝີປາຍໃນເລື່ອງເຄົາລົບກົດບັດສະຫະປະຊາຊາດ, ບັນດາຫຼັກການພື້ນຖານຂອງກົດໝາຍສາກົນໃນການແກ້ໄຂບັນດາການຂັດແຍ້ງສາກົນໂດຍສັນຕິວິທີ, ໃນນັ້ນມີເຂດທະເລຕາເວັນອອກ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ສະແດງຄວາມປາດຖະໜາຢາກໃຫ້ບັນດາປະເທດມະຫາອຳນາດ, ບັນດາປະເທດພັດທະນາ ມີການກະທຳແທດຈິງ, ເປັນແບບຢ່າງນຳໜ້າໃນການປົກປັກຮັກສາສັນຕິພາບ ແລະ ພັດທະນາ, ສະມັດຊາໃຫຍ່ສະຫະປະຊາຊາດຈົ່ງເປັນໃຈກາງ ເພື່ອໃຫ້ບັນດາປະເທດຊາດຕ່າງໆໄດ້ຮ່ວມມືເພື່ອສັນຕິພາບ, ຄວາມຍຸຕິທຳ ແລະ ພັດທະນາແບບຍືນຍົງ.

       ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຂອບໃຈ 53 ປະເທດອາຊີ - ປາຊີຟິກ ທີ່ໄດ້ເຫັນດີເປັນເອກະພາບສະເໜີ ຫວຽດນາມ ເປັນປະເທດໜຶ່ງດຽວຂອງກຸ່ມລົງສະໝັກເລືອກຕັ້ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສະຫະປະຊາຊາດອາຍຸການ 2020 – 2021 ແລະ ຂອບໃຈການສະໜັບສະໜູນຢ່າງກ້ວາງຂວາງຂອງປະເທດຕ່າງໆທີ່ສະຫງວນໃຫ້ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ