ນາຍົກລັດຖະມົນຕີ ຫງວຽນຊວນຟຸກ: ສ້າງຄວາມສະດວກໃນດ້ານການຄ້າ ແມ່ນຄຳຮຽກຮ້ອງໃຫຍ່ສຸດໃນປະຈຸບັນ

(VOVWORLD) - ຕອນເຊົ້າວັນທີ 4 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສືບຕໍ່ເປັນປະທານກອງປະຊຸມນັດສາມັນເດືອນ ມິຖຸນາ ຂອງລັດຖະບານ, ສຸມໃສ່ເຂົ້າວຽກງານສ້າງລະບອບ, ນະໂຍບາຍກົດໝາຍ. 
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ: ສ້າງຄວາມສະດວກໃນດ້ານການຄ້າ ແມ່ນຄຳຮຽກຮ້ອງໃຫຍ່ສຸດໃນປະຈຸບັນ - ảnh 1 ກອງປະຊຸມນັດສາມັນເດືອນ ມິຖຸນາ ຂອງລັດຖະບານ

ລັດຖະບານໄດ້ຮັບຟັງບົດລາຍງານກ່ຽວກັບການກວດກາ, ປັບປຸງ, ເພີ່ມເຕີມບັນດາຂໍ້ກຳນົດຂອງກົດໝາຍທີ່ກ່ຽວຂ້ອງເຖິງທີ່ດິນ, ກໍ່ສ້າງ, ເຮືອນຢູ່, ການລົງທຶນດຳເນີນທຸລະກິດ, ການວາງແຜນ.

        ກ່າວຄຳເຫັນທີ່ກອງປະຊຸມ, ເມື່ອເຕື້ອງເຖິງບັນດາການກຳນົດໃນຂົງເຂດທີ່ດິນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ສ້າງຄວາມສະດວກໃນດ້ານການຄ້າ ແມ່ນຄຳຮຽກຮ້ອງຕ້ອງການອັນໃຫຍ່ຫຼວງທີ່ສຸດໃນປະຈຸບັນ. ດັ່ງນັ້ນ, ນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາອົງການ, ກະຊວງ, ຂະແໜງການບໍ່ໄດ້ວາງອອກບັນດາເງື່ອນໄຂດຳເນີນທຸລະກິດເພື່ອຜຸກຮັດການພັດທະນາຂອງການຄ້າ ແລະ ການລົງທຶນ.

        ກ່ຽວກັບຮ່າງກົດໝາຍວ່າດ້ວຍການລົງທຶນສາທາລະນະ, ທ່ານນາຍົກລັດຖະມົນຕີ ໄດ້ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນເຈົ້າພາບສົມທົບກັບບັນດາກະຊວງທີ່ກ່ຽວຂ້ອງກວດກາຄືນບາງເນື້ອໃນ, ລາຍງານຕໍ່ລັດຖະບານກ່ອນວັນທີ 30 ກໍລະກົດ ກ່ຽວກັບບັນດາສິ່ງຄົງຄ້າງ ເພື່ອຍື່ນສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດ, ສະພາແຫ່ງຊາດພິຈາລະນະນາ, ປັບປຸງ…

        ກໍ່ທີ່ກອງປະຊຸມນີ້, ລັດຖະບານໄດ້ຮັບຟັງ, ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການປ້ອງກັນຊາດສະບັບປັບປຸງ, ຮ່າງກົດໝາຍ ປັບປຸງ, ເພີ່ມເຕີມບາງມາດຕາກ່ຽວກັບກົດໝາຍວ່າດ້ວຍປະຫວັດສ່ວນຕົວດ້ານນິຕິທຳ.

ຕອບກັບ

ຂ່າວ/ບົດ​ອື່ນ