ນາຍົກລັດຖະມົນຕີ ຫງວຽນຊວນຟຸກ: ຫັນຄຳໝັ້ນສັນຍາໃຫ້ປະກົດຜົນເປັນຈິງໃນການຊີ້ນຳ,ບໍລິຫານ

(VOVWORLD) -ຕອນບ່າຍວັນທີ 1 ທັນວາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສືບຕໍ່ເປັນປະທານກອງປະຊຸມປະຈຳເດືອນພະຈິກຂອງລັດຖະບານ.

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ: ຫັນຄຳໝັ້ນສັນຍາໃຫ້ປະກົດຜົນເປັນຈິງໃນການຊີ້ນຳ,ບໍລິຫານ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມປະຈຳເດືອນພະຈິກ              ຂອງລັດຖະບານ

ພາບ:chinhphu.vn

ທ່ານນາຍົກລັດຖະມົນຕີ ສະເໜີວ່າເດືອນ ທັນວາ ແລະ ຊຸມເດືອນຕົ້ນປີ 2018, ຕ້ອງປະຕິບັດເຂັ້ມງວດ, ຄົບຊຸດບັນດາມາດຕະການທີ່ໄດ້ວາງອອກ, ສຸມໃສ່ເຂົ້າໃນຂອດປະຕິບັດ.

        ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ຄຳຕັກເຕືອນບັນດາສະມາຊິກລັດຖະບານຄວນປະຕິບັດໃຫ້ດີ, ຕໍ່ເນື່ອງຄຳໝັ້ນສັນຍາຂອງຕົນຕໍ່ສະພາແຫ່ງຊາດ, ທ່ານນາຍົກລັດຖະມົນຕີ ສະແດງຄວາມປາດຖະໜາວ່າ ລັດຖະບານ “ຫັນຄຳໝັ້ນສັນຍາຂອງຕົນໃນການຊີ້ນຳ, ບໍລິຫານໃຫ້ປະກົດຜົນເປັນຈິງ”.

        ກ່ຽວກັບມະຕິກຳນົດທິດ, ວຽກງານຊີ້ນຳບໍລິຫານຂອງລັດຖະບານ ແລະ ທັງລະບົບບໍລິຫານຂອງລັດ ໃນປີ 2018, ທ່ານນາຍົກລັດຖະມົນຕີສະເຫນີວ່າ ບໍ່ໄດ້ຍົກອອກບັນດາໜ້າທີ່, ມາດຕະການຫລາຍເກີນໄປ, ຊ້ຳຊ້ອນກັບພາລະໜ້າທີ່ຂອງກະຊວງ, ຂະແໜງການ, ຊ້ຳຊ້ອນກັບບັນດາມະຕິຕົກລົງອື່ນໆຂອງລັດຖະບານ.

ຕອບກັບ

ຂ່າວ/ບົດ​ອື່ນ