ນາຍົກລັດຖະມົນຕີ ຫງວຽນຊວນຟຸກ: ຫວຽດນາມສ້າງຍຸດທະສາດກ່ຽວກັບການປະຕິບັດການປະຕິວັດອຸດສາຫະກຳ 4.0

(VOVWORLD) -ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມສິງກະໂປຢ່າງເປັນທາງການ, ຕອນບ່າຍວັນທີ 26 ເມສາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຮັບຟັງບັນດານັກວິທະຍາສາດ, ປັນຍາຊົນຢູ່ສິງກະໂປ ແນະນໍາກ່ຽວກັບບົດຮຽນໝູນໃຊ້ເຕັກໂນໂລຢີ 4.0 ໃນການສ້າງລັດຖະບານໃຫ້ເປັນລັດຖະບານສ້າງສັນ.

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ: ຫວຽດນາມສ້າງຍຸດທະສາດກ່ຽວກັບການປະຕິບັດການປະຕິວັດອຸດສາຫະກຳ 4.0 - ảnh 1ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຮັບຟັງບັນດານັກວິທະຍາສາດ, ປັນຍາຊົນຢູ່ສິງກະໂປ ແນະນໍາກ່ຽວກັບບົດຮຽນໝູນໃຊ້ເຕັກໂນໂລຢີ 4.0 

(ພາບ: VGP)

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ຫວຽດນາມພວມສ້າງຍຸດທະສາດກ່ຽວກັບການປະຕິບັດການປະຕິວັດອຸດສາຫະກຳ 4.0. ເລື່ອງໝູນໃຊ້ກາລະໂອກາດຢ່າງສຸດຂີດ, ຜ່ານຜ່າບັນດາໄພອັນຕະລາຍ, ສິ່ງທ້າທາຍ, ບໍ່ປະໃຫ້ຖືກປະລາໄຊ ນັ້ນແມ່ນບັນຫາໃຫຍ່ສຳລັບບັນດາອົງການຄຸ້ມຄອງແຫ່ງລັດໃນສັງກາດດີຈີຕອນ. ທ່ານນາຍົກລັດຖະມົ

ນຕີ ປາດຖະໜາວ່າ ບັນດານັກຊ່ຽວຊານຈະໜູນຊ່ວຍຫວຽດນາມໃນຂົງເຂດນີ້; ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ ຫວຽດນາມກໍໄດ້ຈັດສົ່ງສາມນະຄອນ (ຮ່າໂນ້ຍ, ດ່າໜັງ ແລະ ນະຄອນໂຮ່ຈີມິນ) ເຂົ້າຮ່ວມເຄືອຂ່າຍນະຄອນສະຫຼາດ ເຊິ່ງສິງກະໂປສະເໜີຜັນຂະຫຍາຍ ດ້ວຍຄວາມປາດຖະໜາ ຢາກນຳມາເຊິ່ງຜົນປະໂຫຍດແທດຈິງ ແລະ ລະອຽດໃຫ້ແກ່ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ