ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ອິນເດຍ

(VOVWORLD) - ດ້ວຍຫົວຂໍ້ “ແບ່ງປັນຄຸນຄ່າຮ່ວມຊະຕາກຳດຽວກັນ”, ກອງປະຊຸມແມ່ນໂອກາດເພື່ອຊຸກຍູ້ການພົວພັນ ຫວຽດນາມ - ອິນເດຍ ຍິ່ງກ່ວາອີກ, ພ້ອມທັງສະແດງໃຫ້ເຫັນບົດບາດການປະສານງານຂອງ ຫວຽດນາມ ໃນການພົວພັນ ອາຊຽນ - ອິນເດຍ ຢ່າງຈະແຈ້ງ.

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ອິນເດຍ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

(ພາບປະກອບ) 

ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ສາທາລະນະລັດ ອິນເດຍ Narendra Modi, ຕອນເຊົ້າວັນທີ 24 ມັງກອນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາ, ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງໄປ ອິນເດຍ ເຂົ້າຮ່ວມກອງປະຊຸມຂັ້ນສູງ ອາຊຽນ - ອິນເດຍ ແລະ ພິທີສະເຫຼີມສະຫຼອງສ້າງຕັ້ງສາທາລະນະລັດ ອິນເດຍຄົບຮອບ 69 ປີ, ແຕ່ວັນທີ  24 – 26 ມັງກອນ 2018.

        ດ້ວຍຫົວຂໍ້ “ແບ່ງປັນຄຸນຄ່າຮ່ວມຊະຕາກຳດຽວກັນ”, ກອງປະຊຸມແມ່ນໂອກາດເພື່ອຊຸກຍູ້ການພົວພັນ ຫວຽດນາມ - ອິນເດຍ ຍິ່ງກ່ວາອີກ, ພ້ອມທັງສະແດງໃຫ້ເຫັນບົດບາດການປະສານງານຂອງ ຫວຽດນາມ ໃນການພົວພັນ ອາຊຽນ - ອິນເດຍ ຢ່າງຈະແຈ້ງ. ອາຊຽນ ແລະ ອິນເດຍ ຍາມໃດກໍ່ມີການພົວພັນອັນດີງາມ. ປີ 2017, ອິນເດຍ ແລະ ອາຊຽນ ໄດ້ສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ເຈລະຈາ, 15 ປີແຫ່ງວັນສ້າງຕັ້ງກົນໄກຂັ້ນສູງ, 5 ປີແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດ. ການພົວພັນ ອາຊຽນ - ອິນເດຍ ສືບຕໍ່ພັດທະນາຮອບດ້ານໃນທັງ 3 ເສົ້າຄ້ຳ ການເມືອງ - ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ - ສັງຄົມ. ມາຮອດປະຈຸບັນ, ອາຊຽນ - ອິນເດຍ ໄດ້ສ້າງຕັ້ງ 30 ກົນໄກເຈລະຈາຂັ້ນສູງ.

        ໃນເວລາກ່ວາ 10 ປີຜ່ານມາ, ວົງເງິນການຄ້າ 2 ຝ່າຍ ອາຊຽນ - ອິນເດຍ ໄດ້ເພີ່ມຂຶ້ນເກືອບ 2,5 ເທື່ອ, ບັນລຸເກືອບ 76 ຕື້ USD ໃນປີ 2017. ປະຈຸບັນ, ອາຊຽນ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ່ 4 ຂອງ ອິນເດຍ ແລະ ອິນເດຍ ແມ່ນຄູ່ຮ່ວມມືການຄ້າຢືນອັນດັບທີ 6 ຂອງ ອາຊຽນ. ອິນເດຍພວມຜັນຂະຫຍາຍກອງທຶນພັດທະນາໂຄງການມີມູນຄ່າ 75 ລ້ານ USD ເພື່ອໜູນຊ່ວຍບັນດາວິສາຫະກິດ ອິນເດຍ ລົງທຶນເຂົ້າບັນດາປະເທດ ກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ