ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນຳ 6 ແຂວງກ່ຽວກັບການພັດທະນາຊົນນະບົດຮັບມືກັບໄພພິບັດທຳມະຊາດ

(VOVWORLD) - ໂຄງການມີຍອດຈຳນວນທຶນ 129,5 ລ້ານ USD, ເທົ່າກັບປະມານ 2.900 ຕື້ດົ່ງ, ໃນນັ້ນສ່ວນຫຼາຍຄາດວ່າແມ່ນຈະກູ້ຢຶມຈາກຕ່າງປະເທດ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນຳ 6 ແຂວງກ່ຽວກັບການພັດທະນາຊົນນະບົດຮັບມືກັບໄພພິບັດທຳມະຊາດ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ການເຮັດວຽກ

(ພາບ:Thống Nhất/TTXVN)

ຕອນບ່າຍວັນທີ 7 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານໃນການເຮັດວຽກກັບ 6 ແຂວງ ເຊິ່ງລວມມີ: ຮ່າຢ່າງ, ລາວກາຍ, ອຽນບ໋າຍ, ລາຍເຈົາ, ເຊີນລາ ກ່ຽວກັບໂຄງການພັດທະນາຊົນນະບົດຮັບມືກັບໄພພິບັດທຳມະຊາດ.

        ໂຄງການມີຍອດຈຳນວນທຶນ 129,5 ລ້ານ USD, ເທົ່າກັບປະມານ 2.900 ຕື້ດົ່ງ, ໃນນັ້ນສ່ວນຫຼາຍຄາດວ່າແມ່ນຈະກູ້ຢຶມຈາກຕ່າງປະເທດ, ສ່ວນຍັງເຫຼືອແມ່ນທຶນສົມທົບຂອງ ຫວຽດນາມ ປະມານ 538 ຕື້ດົ່ງ. ໂຄງການຜັນຂະຫຍາຍແຕ່ປີ 2018 ຮອດປີ 2023.

        ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະເໜີກະຊວງການເງິນ ສືບຕໍ່ເຈລະຈາກັບຄູ່ຮ່ວມມືໃຫ້ກູ້ຢຶມທຶນ ດ້ວຍຄ່າດອກເບ້ຍຕ່ຳກ່ວາ, ກຳນົດເວລາກູ້ຢຶມທຶນແມ່ນ 30 ປີ. ແຂວງ ລາວກາຍ ຮັບຜິດຊອບ ກູ້ຢຶມທຶນໃຫ້ທັງ 6 ແຂວງ. ບັນດາກະຊວງກ່ຽວຂ້ອງ ໜູນຊ່ວຍດ້ານລະບຽບການກູ້ຢຶມທຶນ ແລະ ຜັນຂະຫຍາຍໂຄງການໃຫ້ປະສົບຜົນສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ