ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນຳບໍລິສັດນ້ຳມັນອາຍແກັດ ຫວຽດນາມ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ນ້ຳມັນອາຍແກັດ ມີບົດບາດສຳຄັນໃນການພັດທະນາເສດຖະກິດ - ສັງຄົມ, ປະກອບສ່ວນອັນໃຫຍ່ຫຼວງ ໃຫ້ແກ່ພື້ນຖານເສດຖະກິດຂອງປະເທດຊາດ.
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນຳບໍລິສັດນ້ຳມັນອາຍແກັດ ຫວຽດນາມ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ການເຮັດວຽກ

ຕອນບ່າຍວັນທີ 12 ຕຸລາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີການເຮັດວຽກກັບການນຳບໍລິສັດນ້ຳມັນອາຍແກັດ ຫວຽດນາມ (PVN) ເພື່ອແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຄົງຄ້າງ, ຊຸກຍູ້ການຜະລິດດຳເນີນທຸລະກິດຂອງກຸ່ມບໍລິສັດ, ປະກອບສ່ວນຕັ້ງໜ້າເຂົ້າໃນການສ້າງສຳເລັດຄາດໝາຍເຕີບໂຕພື້ນຖານເສດຖະກິດ 6,7% ໃນປີ 2017. ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ນ້ຳມັນອາຍແກັດ ມີບົດບາດສຳຄັນໃນການພັດທະນາເສດຖະກິດ - ສັງຄົມ, ປະກອບສ່ວນອັນໃຫຍ່ຫຼວງ ໃຫ້ແກ່ພື້ນຖານເສດຖະກິດຂອງປະເທດຊາດ. ນ້ຳມັນອາຍແກັດ ກໍ່ແມ່ນຂະແໜງນຳໜ້າກ່ຽວກັບດ້ານລາຍຮັບໃຫ້ແກ່ງົບປະມານແຫ່ງລັດ ນັບທັງໃນຈຸດເວລາລາຄານ້ຳມັນຂຶ້ນ ຫຼື ລົງ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງບັນດາສະມາຊິກກຸ່ມບໍລິສັດ ເອົາໃຈໃສ່ສູງສຸດ ນຳຂະແໜງນ້ຳມັນອາຍແກັດສືບຕໍ່ຮັກສາບົດບາດ, ທີ່ຕັ້ງ, ປະກອບສ່ວນສຳຄັນກ່ວາອີກເຂົ້າໃນພື້ນຖານເສດຖະກິດຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ