ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບສະຫະສະມາຄົມສະໝູນໄພ ຫວຽດນາມ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບສະຫະສະມາຄົມສະໝູນໄພ ຫວຽດນາມ - ảnh 1
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກ
ກັບສະຫະສະມາຄົມສະໝູນໄພ ຫວຽດນາມ

(vovworld) – ຕອນ​ບ່າຍ​ວັນທີ 29/03 ຢູ່​ຮ່າ​ໂນ້ຍ, ​ເມື່ອ​ເຮັດ​ວຽກ​ກັບ​ສະຫະ​ສະມາຄົມ​ສະ​ໝູນ​ໄພ ຫວຽດນາມ, ທ່ານ​ນາຍົກ​ລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ: ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫລວງ ​ແລະ ​ເງື່ອນ​ໄຂ​ສະດວກ ​ເພື່ອ​ພັດທະນາ​ຕົ້ນ​ຢາ​ສະ​ໝູນ​ໄພ​ຢູ່ ຫວຽດນາມ, ​ເຊິ່ງ​ແມ່ນປະ​ເທດທີ່​ມີ​ອາກາດ​ຮ້ອນ, ມີ​​ພູຜາ​ປ່າ​ໄມ້ຫລາຍ​. ທ່ານ​ນາຍົກລັດຖະມົນຕີ ​ເຫັນ​ດີ​ເປັນ​ເອກະ​ພາບ​ກ່ຽວກັບທັດສະນະກຳລັງ​ໜູນ​ຂອງ​ການ​ພັດທະນາ​ສະ​ໝູນ​ໄພຢາ ​ແມ່ນ​ຈາກ​ຄວາມ​ຕ້ອງການ​ຂອງ​ຕະຫລາດ ​ແລະ ເສດຖະກິດ​ສ່ວນ​ຕົວ, ລວມມີ​ວິ​ສາຫະກິດພາກ​ເອກະ​ຊົນ, ຄອບຄົວ​​ເປັນ​ກຳລັງ​ໜູນ​ພັດທະນາ.

        ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຊີ້ນ​ຳບັນດາ​ກະຊວງ, ຂະ​ແໜງ​ການ​ກະກຽ​ມ​ໃຫ້​ວຽກ​ງານ​ຈັດ​ຕັ້ງ​ກອງ​ປະຊຸມ​ໂດຍ​ກົງ​ທາງ​ເຄືອ​ຂ່າຍອິນ​ເຕີ​ແນັດ​ໃນ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ສະ​ໝູນ​ໄພ​ໃນ​ເດືອນ 04/2017 ຈະ​ມາ​ເຖິງ. ນີ້​ເປັນ​ຄັ້ງ​ທຳ​ອິດ ທີ່ທ່ານ​ນາຍົກລັດຖະມົນຕີ​ເປັນ​ປະທານ​ກອງ​ປະຊຸມ​ນີ້. ທ່ານ​ນາຍົກ​ລັດຖະມົນຕີ​ຖື​ວ່າ: ນີ້​ແມ່ນ​ກອງ​ປະຊຸມ​ທີ່​ມີ​ຄວາມ​ໝາຍ​​ທີ່​ສຸດ ສຳລັບ​ປະຊາຊົນ ​ແລະ ການ​ພັດທະນາ​ຕົ້ນ​ຢາ​ສະ​ໝູນ​ໄພ​ຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ