ນາຍົກລັດຖະມົນຕີ ຫງວຽນຊວນຟຸກ: ແຫຼ່ງທຶນ ODA ມີບົດບາດສຳຄັນສຳລັບການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ

(VOVWORLD) - ທ່ານນາຍົກລັດຖະມົນຕີຮຽກຮ້ອງ ໃນໄລຍະທີ່ຈະມາເຖິງຕ້ອງຮັດແໜ້ນການຄຸ້ມຄອງ, ຍົກສູງການນຳໃຊ້ບ້ວງເງິນກູ້ຢືມODA ໃຫ້ມີປະສິດທິຜົນ
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ: ແຫຼ່ງທຶນ ODA ມີບົດບາດສຳຄັນສຳລັບການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມ

ຕອນເຊົ້າວັນທີ 08 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເປັນປະທານກອງປະຊຸມກັບບາງກະຊວງ ແລະ ຂະແໜງການ ກ່ຽວກັບການຄຸ້ມຄອງທຶນກູ້ຢືມ ODA ແລະ ທຶນກູ້ຢືມບຸລິມະສິດ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ບົດບາດຂອງທຶນ ODA ຕໍ່ການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ໃນໄລຍະຜ່ານມາ, ພິເສດແມ່ນຕໍ່ກັນພັດທະນາພື້ນຖານໂຄງລ່າງ, ການເພີ່ມທະວີກຳລັງຄວາມສາມາດດ້ານກົງຈັກການຈັດຕັ້ງ. ທ່ານນາຍົກລັດຖະມົນຕີຮຽກຮ້ອງ ໃນໄລຍະທີ່ຈະມາເຖິງຕ້ອງຮັດແໜ້ນການຄຸ້ມຄອງ, ຍົກສູງການນຳໃຊ້ບ້ວງເງິນກູ້ຢືມ ODA ໃຫ້ມີປະສິດທິຜົນ, ນັບທັງບັນດາໂຄງການໜູນຊ່ວຍດ້ານເຕັກນິກ ເພື່ອໃຫ້ກະແສແຫຼ່ງທຶນນີ້ໄດ້ຮັບໃຊ້ການພັດທະນາໄດ້ດີກວ່າ   ພ້ອມກັນນັ້ນ ແມ່ນກວດຄືນໃຫ້ລະອຽດ, ຫຼຸດຜ່ອນບັນດາບ້ວງລາຍຈ່າຍທີ່ບໍ່ຈຳເປັນໃນບັນດາໂຄງການ ODAຄືການຊື້ລົດໃຫຍ່. ທ່ານນາຍົກລັດຖະມົນຕີຖືວ່າ ສຳລັບບັນດາລາຍການ, ໂຄງການ ODA ແລະ ບັນດາສັນຍາໄດ້ລົງນາມແຕ່ປີ 2017 ລົງມາ ຄວນປະຕິບັດຕາມມະຕິຕົກລົງ ສະບັບເລກທີ 49 ຂອງ ສະພາແຫ່ງຊາດ. ບັນດາອົງການຮັບຜິດຊອບຕ້ອງເປັນເຈົ້າການໃນການກວດກາຄືນ, ຫຼຸດຜ່ອນບັນດາບ້ວງລາຍຈ່າຍບໍ່ມີປະສິດທິຜົນ, ບໍ່ເໝາະສົມ ຫຼືຍັງບໍ່ທັນຈຳເປັນ ເພື່ອຮັບປະກັນຄວາມປະຢັດ, ມີປະສິດທິຜົນ ແລະ ບົນພື້ນຖານຄວາມເປັນເອກະພາບກັບບັນດາຜູ້ອຸປະຖຳ ຫຼັງຈາກນັ້ນສົ່ງໃຫ້ກະຊວງການເງິນສັງລວມ ແລ້ວລາຍງານໃຫ້ທ່ານນາຍົກລັດຖະມົນຕີ.

ຕອບກັບ

ຂ່າວ/ບົດ​ອື່ນ