ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫງ​ວຽ​ນ​ຊວັນ​ຟຸກ ໃຫ້​ການ​ຕ້ອ​ນ​ຮັບ​ ຜູ້​​ວ່າ​ການ ​ທະ​ນາ​ຄານກ​ານ​ຮ່ວມ​ມື​ສາ​ກົນ ຍີ່​ປຸ່ນ

(VOVWORLD) - ທ່ານ Tadashi Maeda ໄດ້ຢັ້ງຢືນວ່າ JBIC ພ້ອມແລ້ວທີ່ຈະຮ່ວມມື, ໜູນຊ່ວຍ ຫວຽດນາມ ໃນການຜັນຂະຫຍາຍບັນດາໂຄງການ ໄຟຟ້າຖ່່ານຫີນ ທີ່ນຳໃຊ້ເຕັກໂນໂລຢີທັນສະໄໝ, ປົກປັກຮັກສາສິ່ງແວດລ້ອມ.
ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫງ​ວຽ​ນ​ຊວັນ​ຟຸກ ໃຫ້​ການ​ຕ້ອ​ນ​ຮັບ​ ຜູ້​​ວ່າ​ການ ​ທະ​ນາ​ຄານກ​ານ​ຮ່ວມ​ມື​ສາ​ກົນ ຍີ່​ປຸ່ນ - ảnh 1ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ Tadashi Maeda ຜູ້ວ່າການ ທະນາຄານການຮ່ວມມືສາກົນຍີ່ປຸ່ນ (JBIC) (ພາບ:  VGP/ກວາງຮຽວ)

       ຕອນປາຍວັນທີ 16 ພຶດສະພາ, ທີ່ສຳນັກງານລັດຖະບານ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Tadashi Maeda ຜູ້ວ່າການ ທະນາຄານການຮ່ວມມືສາກົນຍີ່ປຸ່ນ (JBIC). ນະທີ່ນີ້ິ້, ທ່ານ Tadashi Maeda ໄດ້ສະແດງຄວາມເຊື່ອໝັ້ນວ່າ JBIC ຈະເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃຫ້ຫຼາຍກ່ວາອີກ. ທ່ານ Tadashi Maeda ໄດ້ຢັ້ງຢືນວ່າ JBIC ພ້ອມແລ້ວທີ່ຈະຮ່ວມມື, ໜູນຊ່ວຍ ຫວຽດນາມ ໃນການຜັນຂະຫຍາຍບັນດາໂຄງການ ໄຟຟ້າຖ່່ານຫີນ ທີ່ນຳໃຊ້ເຕັກໂນໂລຢີທັນສະໄໝ, ປົກປັກຮັກສາສິ່ງແວດລ້ອມ. ທ່ານກໍ່ສະເໜີແນະ ຫວຽດນາມ ຄວນພັດທະນາຢ່າງແຮງບັນດາໂຄງການ ໄຟຟ້າຖ່ານຫີນ ແລະ ອາຍແກັດ, ນັບທັງ ອາຍແກັດທຳມະຊາດທີ່ເປັນທາດແຫຼວ (LNG). JBIC ພວມພິຈາລະນາໃຫ້ບາງກຸ່ມບໍລິສັດຂອງ ຫວຽດນາມ ກູ້ຢືມເງິນເພື່ອລົງທຶນພັດທະນາບັນດາໂຄງການໄຟຟ້າຂະໜາດໃຫຍ່ທີ່ນຳໃຊ້ເຕັກໂນໂລຢີທັນສະໄໝ, ກ້າວໜ້າ ແລະ ເປັນມິດກັບສິ່ງແວດລ້ອມ.

        ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ຊີ້ແຈ້ງວ່າ ລັດຖະບານ ຫວຽດນາມ ພວມພິຈາລະນາພັດທະນາບາງໂຄງການໄຟຟ້າຖານຫີນທີ່ນຳໃຊ້ເຕັກໂນໂລຢີທັນສະໄໝ. ສະແດງຄວາມຊົມເຊີຍຕໍ່ການລົງທຶນຕາມຮູບແບບ PPP ໃນຂົງເຂດນີ້, ທ່ານ ນາຍົກລັດຖະມົນຕີ ຫວັງວ່າ JBIC ດ້ວຍປະສົບການຂອງຕົນ, ຈະເຂົ້າຮ່ວມປະກອບຄຳຄິດເຫັນເພື່ອປັບປຸງລະບອບລະບຽບການ, ນະໂຍບາຍໃນການລົງທຶນ PPP ກໍ່ຄືການໜູນຊ່ວຍບັນດາວິສາຫະກິດ ຫວຽດນາມໃນການລົງທຶນພັດທະນາບັນດາໂຄງການພະລັງງານໄຟຟ້າ.

ຕອບກັບ

ຂ່າວ/ບົດ​ອື່ນ