ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫງວ​ຽນ​ຊວ​ັນ​ຟຸກ ໃຫ້​ການ​ຕ​້ອນ​ຮັບ​ ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ ລາວ

(VOVWORLD) -  ຕອນບ່າຍວັນທີ 9 ກໍລະກົດ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ຄຳໝັ້ນ ສູນວິເລີດ ລັດຖະມົນຕີ ກະຊວງພາຍໃນ ລາວ, ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. 
ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫງວ​ຽນ​ຊວ​ັນ​ຟຸກ ໃຫ້​ການ​ຕ​້ອນ​ຮັບ​ ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ ລາວ - ảnh 1ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານ ຄຳໝັ້ນ ສູນວິເລີດ ລັດຖະມົນຕີ ກະຊວງພາຍໃນ ລາວ 

ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ຄຳໝັ້ນ ສູນວິເລີດ ໃຫ້ຮູ້ວ່າການຢ້ຽມຢາມຄັ້ງນີ້ແມ່ນໄດ້ປະຕິບັດຕາມການຊີ້ນຳຂອງກົມການເມືອງສູນກາງພັກ ປຊຊ ປະຕິວັດ ລາວ, ບັນດາສະຫາຍໃນຄະນະຜູ້ແທນກະຊວງພາຍໃນລາວມາຢ້ຽມຢາມ ຫວຽດນາມ ເພື່ອຮ່ຳຮຽນ, ແລກປ່ຽນບົດຮຽນຂອງຫວຽດນາມ ກ່ຽວກັບການຈັດຕັ້ງກົງຈັກລັດ, ເຮັດໃຫ້ກົງຈັກກະທັດລັດ, ຍົກສູງປະສິດທິຜົນ, ກຳລັງຄວາມສາມາດຂອງຖັນແຖວພະນັກງານ, ລັດຖະກອນ… ທ່ານ ຄຳໝັ້ນ ສູນວິເລີດ ປາດຖະໜາຢາກໃຫ້ກະຊວງພາຍໃນສອງປະເທດສືບຕໍ່ເພີ່ມທະວີການຮ່ວມມືໃນບັນດາຂົງເຂດທີ່ກ່ຽວຂ້ອງຢ່າງແຮງ, ເລິກເຊິ່ງກວ້າງຂວາງກ່ວາອີກ, ປະກອບສ່ວນຢ່າງແທດຈິງເຂົ້າໃນການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ

ສ່ວນທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຊີ້ແຈ້ງວ່າ ການຮ່ວມມືລະຫວ່າງ ສອງກະຊວງໃນບັນດາຂົງເຂດ ສາສະໜາ, ການບໍລິຫານລັດ, ລັດຖະການໄດ້ມີຄວາມຄືບໜ້າດີທີ່ສຸດ…ເຊິ່ງແມ່ນບັນດາຂົງເຂດທີ່ສຳຄັນເພື່ອແນໃສ່ຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງສອງປະເທດໃຫ້ຫຼາຍກ່ວາອີກ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ປາດຖະໜາຢາກໃຫ້ສອງຝ່າຍເພີ່ມທະວີການຮ່ວມມື, ແລກປ່ຽນບັນດາບັນຫາກ່ຽວກັບນະໂຍບາຍ, ກົງຈັກການຈັດຕັ້ງ, ມະນຸດ ເພື່ອຊອກຫາທິດທາງເດີນທີ່ດີໃນການປະຕິບັດໜ້າທີ່. ສອງກະຊວງກໍ່ປຶກສາຫາລືວິທີການເພີ່ມທະວີການບຳລຸງສ້າງເຊິ່ງລັດຖະບານ ຫວຽດນາມ ພ້ອມແລ້ວທີ່ຈະສະໜັບສະໜູນ ແລະ ຊ່ວຍເຫຼືອ ລາວ ໃນ ວຽກງານນີ້.

        ທ່ານນາຍົກລັດຖະມົນຕີຢັ້ງຢືນວ່າ ຫວຽດນາມ ແລະ ລາວ ຍາມໃດກໍ່ສະໜັບສະໜູນການຮ່ວມມືນີ້ຂອງສອງກະຊວງ ແລະ ສະເໜີໃຫ້ສອງກະຊວງ ສຶກສາອົບຮົມ, ໂຄສະນາໃຫ້ແກ່ພະນັກງານ,ລັດຖະກອນ, ພາລະກອນ ເປັນຕົ້ນແມ່ນລຸ້ນໜຸ່ມໃຫ້ມີຄວາມຮັບຮູ້ຢ່າງຈະແຈ້ງກ່ຽວກັບການພົວພັນສາມັກຄີມິດຕະພາບພິເສດ, ຄວາມສະໜິດຕິດແໜ້ນ ລະຫວ່າງ ສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ