​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫງວຽ​ນ​ຊວນ​ຟຸກ ໃຫ້​ການ​ຕ້ອນ​ຮັບ ເຈົ້​າແຂວງ ຢູນນານ (ຈີນ)

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີສອງຝ່າຍຄວນຊຸກຍູ້ຂອບຂະໜາດການຮ່ວມມືຂຶ້ນສູ່ລະດັບສູງໃໝ່, ສູ້ຊົນຊຸກຍູ້ການຮ່ວມມືໃນການພັດທະນາແລວ ເສດຖະກິດເພື່ອໜູນໃຊ້ທຸກໆຄວາມສາມາດບົ່ນຊ້ອນ, ກາລະໂອກາດຂອງສອງຝ່າຍ.
​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫງວຽ​ນ​ຊວນ​ຟຸກ ໃຫ້​ການ​ຕ້ອນ​ຮັບ ເຈົ້​າແຂວງ ຢູນນານ (ຈີນ) - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານ ຢ໋ວານເຈິ໊ງພາ, ເຈົ້າແຂວງ ຢູນນານ (ຈີນ)

ຕ່ອນບ່າຍວັນທີ 30 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບທ່ານ ຢ໋ວານເຈິ໊ງພາ, ເຈົ້າແຂວງ ຢູນນານ (ຈີນ). ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກໄດ້ຊີ້ແຈ້ງວ່າ: ຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງ ຢູນນານ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງຫວຽດນາມ ຍັງໃຫຍ່ຫຼວງຢູ່, ເຖິງຢ່າງໃດກໍ່ຕາມ, ຂອບຂະໜາດ ແລະ ຂົງເຂດການຮ່ວມມືຍັງຈຳກັດ, ຍັງບໍ່ທັນເໝາະສົມກັບຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງສອງຝ່າຍຢ່າງແທ້ຈິງເທື່ອ. ດັ່ງນັ້ນ, ສອງຝ່າຍຄວນປຶກສາຫາລືຢ່າງລະອຽດບັນດາມາດຕະການເພື່ອຊຸກຍູ້ການຄ້າສອງຝ່າຍໃຫ້ໃຫຍ່ກ່ວາອີກ, ສ້າງບາດກ້າວບຸກທະລຸໃໝ່. ໃນນັ້ນ, ຄວນປະຕິບັດເລື່ອງພັດທະນາແລວເສດຖະກິດ ຄຸນໝິງ - ຮ່າໂນ້ຍ - ຫ໋າຍຝ່ອງ ເພື່ອເປັນແບບຢ່າງໃຫ້ແກ່ບັນດາທ້ອງຖິ່ນຕ່າງໆຂອງສອງຝ່າຍ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີສອງຝ່າຍຄວນຊຸກຍູ້ຂອບຂະໜາດການຮ່ວມມືຂຶ້ນສູ່ລະດັບສູງໃໝ່, ສູ້ຊົນຊຸກຍູ້ການຮ່ວມມືໃນການພັດທະນາແລວ ເສດຖະກິດເພື່ອໜູນໃຊ້ທຸກໆຄວາມສາມາດບົ່ນຊ້ອນ, ກາລະໂອກາດຂອງສອງຝ່າຍ. ທ່ານນາຍົກລັດຖະມົນຕີ ສະເໜີ ທາງແຂວງຢູນນານ ຮ່ວມມືກັບ ຫວຽດນາມ ເພື່ອພັດທະນາພື້ນຖານໂຄງລ່າງເສັ້ນທາງລົດໄຟ, ຍິ່ງກ່ວານັ້ນຖືການຂົນສົ່ງທາງລົດໄຟແມ່ນພື້ນຖານຕົ້ນຕໍໃຫ້ແກ່ການເພີ່ມທະວີການຮ່ວມມື ແລກປ່ຽນເສດຖະກິດ, ການຄ້າສອງຝ່າຍ; ສົ່ງເສີມການເປີດສາຍການບິນ ຫ໋າຍຟ່ອງ - ຢູນນານ ເພື່ອຊຸກຍູ້ການທ່ອງທ່ຽວ, ພັດທະນາການຄ້າເຂດຊາຍແດນຢູ່ບັນດາດ່ານຊາຍແດນຕ່າງໆຂອງ ຫວຽດນາມ.

ສ່ວນທ່ານ ຢ໋ວານເຈິ໊ງພາ, ເຈົ້າແຂວງ ຢູນນານ ປາດຖະໜາວ່າ ສອງຝ່າຍຈະເພີ່ມທະວີພັດທະນາການຮ່ວມມື ເສດຖະກິດ, ການຄ້າ; ຊຸກຍູ້ການພັດທະນາໂຄຕ້າ, ພັດທະນາການຂົນສົ່ງ ທາງລົດໄຟ; ປາດຖະໜາວ່າບັນດາທ້ອງຖິ່ນເຂດຊາຍແດນ ຫວຽດນາມຈະເພີ່ມທະວີການຮ່ວມມືທ່ອງທ່ຽວກັບ ຢູນນານຢ່າງແຮງກ່ວາ. ທ່ານ ຢ໋ວານເຈິ໊ງພາ ຢັ້ງຢືນວ່າ ຢູນນານຈະສົມທົບກັບບັນດາກະຊວງ, ຂະແໜງການຂອງ ຫວຽດນາມ ຢ່າງແໜ້ນແຟ້ນໃນການປະຕິບັດບັນດາຂໍ້ຕົກລົງເຊິ່ງການນຳຂັ້ນສູງສອງປະເທດບັນລຸໄດ້ເປັນຢ່າງດີ ເພື່ອຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ແຂວງຢູນນານ ກັບບັນດາທ້ອງຖິ່ນເຂດຊາຍແດນ ຫວຽດນາມ ເວົ້າສະເພາະ ແລະ ສອງປະເທດ ເວົ້າລວມ. ທ່ານ ຢ໋ວານເຈິ໊ງພາ ເຊື່ອໝັ້ນວ່າ ແລວເສດຖະກິດຄຸນໝິງ - ຮ່າໂນ້ຍ - ຫ໋າຍຟ່ອງ ແນ່ນອນວ່າຈະພັດທະນາຢ່າງແຮງໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ