ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບການນຳບາງກຸ່ມບໍລິສັດສາກົນ

(VOVWORLD) -ວັນທີ 27 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Kevin Mc Allister ຮອງປະທານຜູ້ບໍລິຫານ ກຸ່ມບໍລິສັດ Boeing , ປະທານທັງເປັນຜູ້ອຳນວຍການໃຫຍ່ບໍລິສັດເຮືອນບິນພົນລະເຮືອນ Boeing ຂອງອາເມລິກາ; ປະທານກຸ່ມບໍລິສັດ  HSBC ຂອງອັງກິດ
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບການນຳບາງກຸ່ມບໍລິສັດສາກົນ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານ Kevin Mc Allister ຮອງປະທານຜູ້ບໍລິຫານ ກຸ່ມບໍລິສັດ Boeing

ທີ່ການຕ້ອນຮັບທ່ານ Kevin Mc Allister ຮອງປະທານຜູ້ບໍລິຫານ ກຸ່ມບໍລິສັດ Boeing, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕີລາຄາສູງບັນດາບໍລິສັດການບິນຫວຽດນາມ ຊຶ່ງຫາກໍເຊັນຂໍ້ຕົກລົງກັບ Boeing ແລະ ໃຫ້ຮູ້ວ່າ ກາລະໂອກາດທີ່ມີຕໍ່ຂະແໜງການບິນແມ່ນໃຫຍ່ຫຼວງທີ່ສຸດ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຫວັງວ່າ Boeing ຈະເພີ່ມທະວີການຮ່ວມມືຊ່ວຍບັນດາບໍລິສັດການບິນຫວຽດນາມໃນວຽກງານບຳລຸງຮັກສາເຮືອບິນ, ຍົກສູງລະດັບຄວາມປອດໄພ.

     ຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກໍໄດ້ໃຫ້ການຕ້ອນຮັບ ທ່ານ Mark Tocker ປະທານກຸ່ມບໍລິສັດ  HSBC ຂອງອັງກິດ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຢືນຢັນວ່າ ລັດຖະບານຫວຽດນາມຈະມານະພະຍາຍາມ ບໍລິຫານນະໂຍບາຍເພື່ອສ້າງເສດຖະກິດມະຫາພາກເປັນປົກກະຕິ, ເປັນຕົ້ນແມ່ນການສ້າງນະໂຍບາຍສ້າງສະຖຽນລະພາບທາງດ້ານນະໂຍບາຍເງິນຕາ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຫວັງວ່າ ກຸ່ມບໍລິສັດ  HSBC ເປີດກ້ວາງການພັດທະນາສູ່ຫຼາຍຂົງເຂດດຳເນີນທຸລະກິດໃໝ່ຢູ່ຫວຽດນາມໃນສະພາບການໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ