ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ EU ປະຈຳຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 28 ພຶດສະພາ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Bruno Angelet ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າສະຫະພາບເອີຣົບ ( ອີຢູ) ປະຈຳຫວຽດນາມ.

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ EU ປະຈຳຫວຽດນາມ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບທ່ານ Bruno Angelet ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າສະຫະພາບເອີຣົບ

(ພາບ: TTXVN)

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຕີລາຄາສູງຄະນະຜູ້ຕາງໜ້າເອີຣົບ ໄດ້ມີການສົມທົບກັບຝ່າຍຫວຽດນາມ ຈັດຕັ້ງ ກອງປະຊຸມໃຫຍ່ພົບປະສັງສັນເອີຣົບປີ 2018 (Meet Europe) ປະສົບຜົນສຳເລັດຢ່າງຈົບງາມ ໃນວັນທີ 25 ພຶດສະພາ ຜ່ານມາຢູ່ຮ່າໂນ້ຍ. ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ ພາຍຫຼັງປິດກອງປະຊຸມດັ່ງກ່າວ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມກັບບັນດາຄູ່ຮ່ວມມື, ວິສາຫະກິດເອີຣົບຈະໄດ້ຮັບການຊຸກຍູ້ຢ່າງແຮງ, ປະກອບສ່ວນເຮັດໃຫ້ການພົວພັນຮ່ວມມືລະຫວ່າງຫວຽດນາມ ກັບ ອີຢູ  ແລະບັນດາປະເທດສະມາຊິກເລິກເຊິ່ງຂຶ້ນຕື່ມ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມຖືເປັນສຳຄັນການພົວພັນຮ່ວມມືກັບເອີຣົບ. ກ່ຽວກັບການຜັນຂະຫຍາຍສັນຍາແມ່ຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ (PCA), ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກຢັ້ງຢືນວ່າ ຫວຽດນາມຈະເພີ່ມທະວີການຮ່ວມມືກັບ ອີຢູ ເພື່ອຜັນຂະຫຍາຍສັນຍາສະບັບດັ່ງກ່າວ.

        ທ່ານເອກອັກຄະລັດຖະທູດ Bruno Angelet ຍົກອອກບັນດາຂໍ້ສະເໜີແນະ, ມາດຕະການເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງຝ່າຍ, ໃນນັ້ນມີການມຸ່ງໄປເຖິງການລົງນາມໃນສັນຍາການຄ້າເສລີລະຫວ່າງຫວຽດນາມ - ອີຢູ (EVFTA), ເລື່ອງຜັນຂະຫຍາຍສັນຍາແມ່ຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ (PCA), ບັນຫາຄະນະກຳມະການເອີຣົບ (EC) ຖອນ “ບັດເຫຼືອງ” ສຳລັບສິນໃນນ້ຳຂອງຫວຽດນາມ… ທ່ານເອກອັກຄະລັດຖະທູດປາດຖະໜາວ່າ ສອງຝ່າຍຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອລົງນາມໃນສັນຍາ EVFTA ໃນທ້າຍປີ 2018 ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ