ນາຍົກລັດຖະມົນຕີ ຫງວຽນຊວນຟຸກຕ້ອນຮັບອະດີດນາຍົກລັດຖະມົນຕີອົດສະຕາລີ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກຕ້ອນຮັບອະດີດນາຍົກລັດຖະມົນຕີອົດສະຕາລີ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ


(vovworld)- ຕອນ​ບ່າຍ​ວັນ​ທີ 24/6, ຢູ່​ທີ່​ສຳ​ນັກ​ງານ​ລັດ​ຖະ​ບານ, ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນ​ຮັບ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອົດ​ສະ​ຕາ​ລີ Kenvin Rudd ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ເນັ້ນ​ໜັກ​ວ່າ ຫວຽດ​ນາມ​ຍາມ​ໃດ​ກໍ​ມີ​ຄວາມ​ຫວັງ​ຢາກ​ຍູ້​ແຮງ​ການ       ພົວ​ພັນ​ຮ່ວມ​ມື​ກັບ​ອົດ​ສະ​ຕາ​ລີ​ໃນຫຼາຍ​ຂົງເຂດ ແນ​ໃສ່​ຊຸກ​ຍູ້​ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ 2 ປະ​ເທດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໃຫ້​ຮູ້​ວ່າ ການ​ພົວ​ພັນ​​ຄູ່ຮ່ວມ​ມືຮອບ​ດ້ານ​ລະ​ຫວ່າງ 2 ປະ​ເທດ​ພວ​ມ​ບັນ​ລຸ​ບັນ​ດາ​ໝາກ​ຜົນ​ທີ່​ດີ​ງາມ. ວົງ​ເງິນ​ການ​ຄ້າ 2 ສົ້ນ​ເພີ່ມ​ຄິດ​ສະ​ເລ່ຍ 10%ຕໍ່​ປີ. ອົດ​ສະ​ຕາ​ລີ​ແມ່ນ​ຕະຫຼາດ​ສຳ​ຄັນ​ຂອງຫຼາຍ​ປະ​ເພດ​ສິນ​ຄ້າ​ສົ່ງ​ອອກ​ຂອງ​ຫວຽດ​ນາມ, ໃນ​ນັ້ນ ມີ​ຜະ​ລິດ​ຕະ​ພັນ​ກະ​ເສດ.

      ສ່ວນ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອົດ​ສະ​ຕາ​ລີ Kenvin Rudd ຢືນ​ຢັນ​ຈະ​ສືບ​ຕໍ່​ຖື​ເປັນ​ສຳ​ຄັນ ແລະ ສະ​ໜັບ​ສະ​ໜູນ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ-ອົດ​ສະ​ຕາ​ລີ. 2 ປະ​ເທດ​ຄວນ​ນຳ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ເຂົ້າ​ສູ່​ລວງ​ເລິກ, ປະ​ກອບ​ສ່ວນ​ເພີ່ມ​ພູນ​ຄຸນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ 2 ປະ​ເທດ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ.
ຂ່າວ/ບົດ​ອື່ນ