ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ກວດກາໂຄງການຕໍ່ກຳປັ່ນກວດກາການປະມົງຢູ່ກວາງນິງ

ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ກວດກາໂຄງການຕໍ່ກຳປັ່ນກວດກາການປະມົງຢູ່ກວາງນິງ - ảnh 1
(ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​
ເຮັດ​ວຽກ​ກັບ​ບໍລິສັດ​ໃຫຍ່​ອຸດສາຫະກຳ​ຕໍ່ກຳ​ປັ່ນ)


(vovworld) – ຕອນ​ເຊົ້າ​ວັນ​ທີ 04/06, ຢູ່​ແຂວງ​ກວາງ​ນິງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ບໍລິສັດ​ໃຫຍ່​ອຸດສາຫະກຳ​ຕໍ່ກຳ​ປັ່ນ ກ່ຽວ​ກັບ​ໂຄງການ​ຕໍ່​ກຳ​ປັ່ນ​ໃໝ່​ໃຫ້​ກຳລັງ​ກວດກາ​ການ​ປະມົງ​ປະຕິບັດ​ໜ້າ​ທີ່​ບົນ​ທະ​ເລ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ໄປ​ກວດກາ​ໂຄງການ​ຕໍ່​ກຳ​ປັ່ນ​ກວດກາ​ການ​ປະມົງ​ໃໝ່ 2 ລຳ ມີ​ໝາຍ​ເລກ KN 2011 ​​ໂດຍບໍລິສັດ​ຕໍ່​ກຳ​ປັ່ນ​ຫ້າ​ລອງ ຈຳກັດ​ຜູ້​ດຽວ ​​ຮັບຜິດ​ຊອບ​ການຕໍ່ກຳ​ປັ່ນ​ໃໝ່ ​ຕາມ​ສັນຍາ​ຕົກລົງ​ຂອງ​ກອງ​ບັນຊາ​ການ​ເຫຼົ່າ​ທັບ​ເຮືອ. ນີ​ແມ່ນ​ກຳ​ປັ່ນ​ລາດ​ຕາ​ເວັນໄກ່​ຝັ່ງ​ໃນ​ເວລາ​ຫຼາຍ​ມື້, ສົມທົບ​ກັບ​ການ​ຊອກ​ຫາ ​ແລະ ກູ້​ໄພ​ກູ້​ຊີບ​ບົນ​​ທະ​ເລ​ຂອງ​ຫວຽດນາມ. ​ໂຄງການ​ຕໍ່​ກຳ​ປັ່ນ​​ກວດກາ​ການ​ປະມົງ​ໃໝ່ 2 ລຳ ​ໂດຍກຸ່ມ​ບໍລິສັດ Damen ຂອງ​ໂຮນ​ລັງ ​ເປັນ​ນັກອອກ​ແບບ ດ້ວຍ​ເຄື່ອງ​ອຸປະກອນ​ທີ່​ສັນສະ​ໄໝ. ປະຈຸ​ບັນ, ​ກຳ​ປັ່ນກວດກາ​ການ​ປະມົງ​ KN – 2011 ​ໝາກ​ເລກ 01 ​ພວມ​ໃຊ້​ທົດ​ລອງ ​ແລະ ພ້ອມ​ແລ້ວ​ທີ່​ຈະ​ມອບ​ໃຫ້ກຳລັງ​ກວດກາ​ການ​ປະມົງ; ຕາມ​ແຜນການ ​ໃນ​ທ້າ​ຍ​ເດືອນ 6 ນີ້, ​ກຳ​ປັ່ນກວດກາ​ການ​ປະມົງ​ KN – 2011 ​ໝາກ​ເລກ 02 ຈະ​ໄດ້​ໃຊ້​ທົດ​ລອງ ​ແລະ ຄາດ​ວ່າ​ຈະ​ມອບ​ໃຫ້ກຳລັງ​ກວດກາ​ການ​ປະມົງ​ໃນ​ກາງ​ເດືອນ 7 ຈະ​ມາ​ເຖິງ.

        ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ​ນຢຸງ ຢືນຢັນ​ວ່າ, ພັກ ​ແລະ ລັດ ​ໄດ້​ມີ​ມະຕິ​ກ່ຽວ​ກັບ​ຍຸດ​ທະ​ສາດ​ທະ​ເລ​ຫວຽດນາມ, ​ໃນ​ນັ້ນ​ຮຽກຮ້ອງພັດທະນາ​ຂະ​ແໜງ​ຕໍ່​ກຳ​ປັ່ນ​ຢ່າງ​ໝັ້ນຄົງ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ໃນ​ປະຈຸ​ບັນ. ທ່ານ​ນາຍົກລັດຖະມົນຕີ ຖື​ວ່າ ​ເພື່ອ​ສືບ​ຕໍ່​​ເສີມ​ຂະຫຍາຍ​ຂະ​ແໜງ​ຕໍ່​ກຳ​ປັ່ນ, ທັງ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂົນ​ສົ່ງ​ທາງ​ທະ​ເລ, ທັງ​ຕອບ​ສະໜອງ​ໃ​ຫ້້ການ​ການ​ປ້ອງ​ກັນຊາດ, ປ້ອງ​ກັນ​ຄວາ​ມສະຫງົບ, ບໍລິສັດ​ໃຫຍ່​ອຸດສາຫະກຳ​ຕໍ່ກຳ​ປັ່ນ ຄວນສືບ​ຕໍ່ສ້າງ​ໂຄງ​ປະ​ກອບ​ຄືນ​ໃໝ່, ຈັດ​ວາງ​ແຜນການ​ຜະລິດ​ໃຫ້​ເໝາະ​ສົມ, ສຸມ​ໃສ່​ຍູ້​ແຮງ​ຄວາມ​ຄືບ​ໜ້າ​ໃນການ​ຕໍ່​ກຳ​ປັ່ນ​ໃໝ່​​. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ກໍ່​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ໂຄງການ​ຕໍ່​ກຳ​ປັ່ນ​ຫຸ້ມ​ເຫຼັກ​ໃຫ້​ແກ່​ຊາວ​ປະມົງ.

ຂ່າວ/ບົດ​ອື່ນ