ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຈະເຂົ້າຮ່ວມ WEF ອາຊີຕາເວັນອອກ ປີ 2013

ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຈະເຂົ້າຮ່ວມ WEF ອາຊີຕາເວັນອອກ ປີ 2013 - ảnh 1
ກອງ​ປະຊຸມ​ເວທີ​ປາ​ໄສ​ເສດຖະກິດ​ໂລກ​ກ່ຽວ​ກັບ​ອາຊີ​ຕາ​ເວັນ​ອອກປີ 2012
(ພາບປະກອບ)


(vovworld) - ວັນ​ທີ 06/06/2013, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ຈະ​ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເວທີ​ປາ​ໄສ​ເສດຖະກິດ​ໂລກ​ກ່ຽວ​ກັບ​ອາຊີ​ຕາ​ເວັນ​ ອອກປີ 2013​ ເຊິ່ງຈະ​ຈັດ​ຂຶ້ນ​ຢູ່ Nay Pyi Taw, ມຽນມາ. ການ​ຢ້ຽມຢາມ​ແມ່ນ​ເພື່ອ​ຕອບ​ສະໜອງຕາມ​ຄຳ​ເຊີນຂອງ​ທ່ານ​ປະທານາທິບໍດີ​ສ.ສະຫະພັນ​ມຽນມາ Thein Sein ​ແລະ ທ່ານປະທານ​ເວທີ​ປາ​ໄສ​ເສດຖະກິດ​ໂລກ (WEF) Klaus Chwab. ຄາດ​ວ່າ​ຈະ​ມີ​ຜູ້​ແທນ 450 ທ່ານ, ​ເຊິ່ງ​ແມ່ນ​ແຊກ​ຖືກ​ເຊີນ, ການ​ນຳ​ບັນດາ​ກຸ່ມ​ບໍລິສັດ​ເສດຖະກິດ​ໃຫຍ່, ບັນດາ​ອົງການ​ສາກົນ, ອົງການ​ສັງຄົມ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​, ​ໃນ​ນັ້ນ​​ມີ​​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ, ​ປະທານາທິບໍດີ​ມຽນມາ, ປະທານາທິບໍດີ​ຝີ​ລິບ​ປີນ, ນາຍົກລັດຖະມົນຕີລາວ, ກຳປູ​ເຈຍ... ​ໃນ​ບົດ​ກ່າວ​ປາ​ໄສ​ທີ່ WEF ອາຊີ​ຕາ​ເວັນ​ອອກປີ 2012 ຢູ່​ໄທ, ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕີນ​ຢຸງ ຢືນຢັນ​ວ່າ: ຫວຽດນາມ ສືບ​ຕໍ່​ສົມທົບ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ຊຸກຍູ້​ບັນດາຂໍ້​ລິ​ເລີ່​ມ, ຂອບ​ເຂດ​ຮ່ວມ​ມື​ມຸ່ງ​ໄປ​ເຖິງ​ຈຸດໝາຍ​ປັບປຸງ​ຄວາມ​ສະຫງົບ​ - ສັນຕິພາບ​ໃນ​ພາກ​ພື້ນ; ຍົກ​ສູງ​ປະສິດທິ​ຜົນ​ແຫ່ງ​ການ​ເຂົ້າ​ຮ່ວມ​ບັນດາ​ຂອບ​ເຂດ, ກົນ​ໄກ​ຮ່ວມ​ມື​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ ກໍ​ຄື​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວເຈລະຈາ, ປຶກສາ​ດ້ານ​ນະ​ໂຍບາຍ, ​ເປັນ​ເຈົ້າ​ການສະ​ເໜີ ​ແລະ ​ເຂົ້າ​ຮ່ວມ​ບັນດາ​ຂໍ້​ລິ​ເລີ່​ມ​ເພື່ອ​ແນ​ໃສ່​ປະກອບສ່ວນ​ຍົກ​ສູງ​ຄຸນ​ນະພາ​ ບການ​ເຄື່ອນ​ໄຫວຂອງ​ເວທີ​ປາ​ໄສ​ເສດຖະກິດ​ໂລກ ຢ່າງ​ຕັ້ງໜ້າ. ບົນ​ຈິດ​ໃຈ​ດັ່ງກ່າວ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຈະ​ມີ​ບົດ​ກ່າວ​ປາ​ໄສ​ທີ່​ວາລະ​ໄຂ​ກອງ​ປະຊຸມ​ຮອບດ້ານ WEF ອາຊີ​ຕາ​ເວັນ​ອອກປີ 2013 ​ຊຶ່ງສຸມ​ໃສ່​​ບັນດາ​ບັນຫາ​ທີ່​ພວມ​ເກີດ​ຂຶ້ນ​ໃນ​ວິວັດ​ການ​ເຊື່ອມ​ໂຍງ​ ຂອງ​ພາກ​ພື້ນ.

        ການ​ມີໜ້າ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ທີ່ ກອງ​ປະຊຸມ WEF ອາຊີ​ຕາ​ເວັນ​ອອກປີ 2013 ​ເຊິ່ງດຳ​ເນີນ​ໄປຢູ່​ມຽນມາ ອີກ​ຄັ້ງ​ໜຶ່ງ​ຢືນຢັນ​ແຜນ​ນະ​ໂຍບາຍ​ເປັນ​ເຈົ້າ​ການ, ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ​ຫວຽດນາມ; ຍົກ​ສູງ​ບົດບາດ, ທີ່​ຕັ້ງ ​ແລະ ພາບ​ພົດ​ຂອງ​ຫວຽດນາມ ​ໃນ​ພາກ​ພື້ນ ຜ່ານ​ບັນດາ​ການ​ແປ່​ງປັນ​ຂອງ​ທ່ານ​ນາຍົກລັດຖະມົນຕີ​ຫວຽດນາມ ກ່ຽວ​ກັບ​ບົດຮຽນ​ຂອງ​ຫວຽດນາມ ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ຮັບປະກັນ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກ​ກະຕິ, ສ້າງໂຄງປະກອບ​​ເສດຖະກິດຄືນ​ໃໝ່, ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ... ການ​ເຄື່ອນ​ໄຫວ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ທີ່ກອງ​ປະຊຸມ WEF ອາຊີ​ຕາ​ເວັນ​ອອກປີ 2013 ຈະ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ກັບ WEF, ພ້ອມ​ທັງ​ປະກອບສ່ວນ​ຮັດ​ແໜ້ນການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຍູ້​ແຮງ​ການ​ຮ່ວມ​ມື 2 ຝ່າຍ​ໃນບັນດາ​ຂົງ​ເຂດ​ທີ່​ມີ​ຄວາມ​ສາມາດ​ບົມຊ້ອນ​ກັບ​ມຽນມາ.

 


ຂ່າວ/ບົດ​ອື່ນ