ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຈະເຂົ້າຮ່ວມ WEF ອາຊີຕາເວັນອອກ ປີ 2013

ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຈະເຂົ້າຮ່ວມ WEF ອາຊີຕາເວັນອອກ ປີ 2013 - ảnh 1
(ທ່ານນາຍົກລັດຖະມົນຕີ
ຫງວຽນ​ເຕີນ​ຢຸງ)
(vovworld) - ຕອນ​ທ່ຽງ​ວັນ​ທີ 06/06/2013, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢຸງ ​ໄດ້​ເດີນທາງ​ອອກ​ຈາກ​ຮ່າ​ໂນ້ຍ ​ໄປ​ປະ​ເທດ​ມຽນມາ ​ເພື່ອ​ເຂົ້າ​ຮ່ວ​ມ​ເວທີ​ປາ​ໄສ​ເສດຖະກິດ​ໂລກ​ກ່ຽວ​ກັບອາຊີ​ຕາ​ເວັນ​ອອກ​ປີ 2013 (WEF ອາຊີ​ຕາ​ເວັນ​ອອກ 2013) ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານາທິບ​ໍດີສ.ສະຫະພາບ​ມຽນມາ Thein Sein ​ແລະ ທ່ານປະທານ​ເວທີ​ປາ​ໄສ​ເສດຖະກິດ​ໂລກ (WEF) Klaus Chwab. ດ້ວຍ​ຫົວ​ຂໍ້​ທີ່​ວ່າ “ການ​ປ່ຽນ​ແປງ​ໃໝ່​ຢ່າງ​ແຮງ ​ເພື່ອ​ມຸ່ງ​ໄປ​​ເຖິງ​ການ​ເຊື່ອມ​ໂຍງ ​ແລະ ພັດທະນາ​ຢ່າງຮອບດ້ານ”, ​WEF ອາຊີ​ຕາ​ເວັນ​ອອກ 2013 ​ໄດ້​ດຶງ​ດູດຜູ້​ແທນປະມານ 450 ທ່ານ, ​ເຊິ່ງ​ແມ່ນນັກ​ການ​ເມືອງ, ການ​ນຳ​ບັນດາ​ກຸ່ມ​ບໍລິສັດ​ເສດຖະກິດ​ໃຫຍ່, ບັນດາ​ອົງການ​ສາກົນ, ອົງການ​ສັງຄົມ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​. ​ໃນ​ວາລະ​ໄຂ​ກອງ​ປະຊຸມ​ຄົບ​ຄະນະ​ໃນ​ຕອນ​ບ່າຍ​ວັນ​ທີ 06/06, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ມີ​ບົດ​ກ່າວ​ປາ​ໄສ​ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ບັນຫາ​ທີ່​ຫາ​ກໍ​ພົ້ນ​ເດັ່ນ​ໃນ​ວິວັ​ດການ​ເຊື່ອມ​ໂຍງ​ຂອງ​ພາກ​ພື້ນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ພ້ອມ​ກັບ​ການ​ນຳ​ປະ​ເທດ​ຕ່າງໆ​ສຸມ​ໃສ່​ປຶກ​ສາ​ຫາລື​ບັນດາ​ຫົວ​ຂໍ້​ຕົ້ນ​ຕໍ່​ທີ່​ກ່ຽວຂ້ອງ​ເຖິງ​ການຊຸກຍູ້​ຫັນ​ປ່ຽນຢ່າງຮອບດ້ານຂອງ​ມຽນມາ; ​ການ​ເຊື່ອມ​ໂຍງ​ໃນ​ພາກ​ພື້ນ; ຂອບ​ຂະໜາດ​ຂອງ​ມາດ​ຈະ​ການຕ່າງໆ​​ໃນພາກ​ພື້ນ ​ແລະ ຮັບ​ມື​ກັບບັນດາ​ສິ່ງ​ທ້າທາຍທົ່ວ​ໂລກ. ​ເລື່ອງ​ຫວຽດນາມ​ເຂົ້າ​ຮ່ວມ​ໜຶ່ງ​ໃນ​ບັນດາ​ເວທີ​ປາ​ໄສ​​ເສດຖະກິດທີ່​ມີ​ອິດ​ທິພົນ​ຊື່ສຽງ​ໃນ​ໂລກອີກ​ຄັ້ງ​ໜຶ່ງ​ໄດ້​ຢືນຢັນ​ແຜນ​ນະ​ໂຍບາຍ​ເປັນ​ເຈົ້າ​ການ, ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ​ຫວຽດນາມ; ຍົກ​ສູງ​ບົດບາດ, ທີ່​ຕັ້ງ ​ແລະ ພາບ​ພົດ​ຂອງ​ຫວຽດນາມ ​ໃນ​ພາກ​ພື້ນ; ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ກັບ ​ເວທີ​ປາ​ໄສ​ເສດຖະກິດ​ໂລກ ​ແລະ ມຽນມາ.
ຂ່າວ/ບົດ​ອື່ນ