ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຊີ້ນຳການໜູນຊ່ວຍເຮືອນໃຫ້ແກ່ຄອບຄົວທຸກຍາກເພື່ອຕ້າມນ້ຳຖ້ວມ

ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຊີ້ນຳການໜູນຊ່ວຍເຮືອນໃຫ້ແກ່ຄອບຄົວທຸກຍາກເພື່ອຕ້າມນ້ຳຖ້ວມ - ảnh 1
ກອງ​ປະຊຸມ​ສະຫລຸບ​ໂຄງການ​ຜັນ​ຂະຫຍາຍ​ທົດ​ລອງ​ມາດ​ຕະການ​ໜູນ​ຊ່ວຍ​​ຍົກ​ສູງ​ເງື່ອນ​ໄຂ​ຄວາມ​ປອດ​ໄພ​ເຮືອນ​ຢູ່​ໃຫ້​ແກ່ຄອບຄົວ​ທຸກ​ຍາກ
(ພາບ: ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ)

(vovworld) - ​ທີ່​ກອງ​ປະຊຸມ​ສະຫລຸບ​ໂຄງການ​ຜັນ​ຂະຫຍາຍ​ທົດ​ລອງ​ມາດ​ຕະການ​ໜູນ​ຊ່ວຍ​​ຍົກ​ສູງ​ເງື່ອນ​ໄຂ​ຄວາມ​ປອດ​ໄພ​ເຮືອນ​ຢູ່​ໃຫ້​ແກ່ຄອບຄົວ​ທຸກ​ຍາກ, ຮັບ​ມື​ກັບ​ໄພ​ນ້ຳ​ຖ້ວມຢູ່​ເຂດ​ຕອນເໜືອ​ພາກ​ກາງ ​ແລະ ​ເຂດ​ແຄມ​ທະ​ເລ​ພາກ​ກາງ ​ໂດຍ​ກະຊວງ​ກໍ່ສ້າງ​ຈັດ​ຕັ້ງ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 8/4, ຢູ່​ແຂວງ​ຟູ໋ອຽນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ຍ້ອງຍໍ​ຊົມ​ເຊີຍ​ຄວາມ​ມານະ​ພະຍາຍາມຂອງ​ກະຊວງ​ກໍ່ສ້າງ ​ແລະ ກະຊວງ, ຂະ​ແໜງ​ການ​ຕ່າງໆທີ່​ກ່ຽວຂ້ອງ, ອຳນາດ​ການ​ປົກຄອງ​ຂັ້ນ​ຕ່າງໆຊຶ່ງ​ໄດ້​ປະຕິບັດ​ສຳ​ເລັດ​ໂຄງການ​ທົດ​ລອງ​ໜູນ​ຊ່ວຍ​​ກໍ່ສ້າງ​ເຮືອນ​ຢູ່ໃຫ້​ແກ່​ຄອບຄົວ​ທຸກ​ຍາກ​ເພື່ອ​ປ້ອງ​ກັນ, ຕ້ານ​ໄພນ້ຳ​ຖ້ວມ​ໃນ​ໄລຍະ​ສັ້ນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຊີ້​ແຈງ​ວ່າ:

“ການ​ປະຕິບັດທົດ​ລອງ​ໄດ້​ບັນລຸ​ຜົນສຳ​ເລັດ ດັ່ງ​ນັ້ນ​ປະຈຸ​ບັນ​ພວກ​ເຮົາ​ຕົກລົງ​ທະວີ​ຄຸນ, ຜັນ​ຂະຫຍາຍ​ປະຕິບັດ​ໃນ 14 ​ແຂວງ​ພາກ​ກາງ ດ້ວຍ​ຈຸດໝາຍ​ປະຕິບັດ​ສຳ​ເລັດ​ການ​ໜູນ​ຊ່ວຍ​ກໍ່ສ້າງ​ເຮືອ​ນຢູ່​ໃຫ້​ແກ່​ບັນດາ​ຄອບຄົວ​ທຸກ​ຍາກ​ເພື່ອ​ຫຼິກລ້ຽງ​ນ້ຳ​ຖ້ວມ​ໃນ 14 ​ແຂວງ​ພາ​ກກາງ, ດ້ວຍ​ຈຳນວນ​ປະມານ 60.000 ຄອບຄົວ. ສູ້​ຊົນ​ປະຕິບັດ​ສຳ​ເລັດ​ຈຸດໝາຍ​ນີ້​ໃນ​ປີ 2015.”

        ປະຕິບັດ​ຂໍ​້ຕົກລົງ​ເມື່ອ​ວັນ​ທີ 14/6/2012 ຂອງ​ນາຍົກລັດຖະມົນຕີ, ບັນດາ​ທ້ອງ​ຖິ່ນ​ໃນ​ເຂດ​​​ຜັນ​ຂະຫຍາຍ​ປະຕິບັດ​ທົດ​ລອງການ​ກໍ່ສ້າງ​​​ເຮືອນ​ຢູ່​ເພື່ອປ້ອງ​ກັນ, ຕ້ານ​ນ້ຳ​ຖ້ວມ, ນ້ຳ​ແກ່ງ ​​ໃຫ້​ແກ່​ຄອບຄົວ​ທຸກ​ຍາກ 700 ຄອບຄົວ​ຢູ່ 14 ຕາ​ແສງ​ຖື​ກຜົນ​ສະທ້ອນ​ຢ່າງ​ໜັກໜ່ວງ​ຍ້ອນ​ນ້ຳ​ຖ້ວຍ, ນ້ຳ​ແກ່ງ​ຢູ່ 7 ​ແຂວງ​ຄື: ​ແທງ​ຮ໋ວາ, ​​ເງ້ອານ, ຮ່າ​ຕິ້ງ, ກວາງ​ບິ​ນ, ກວາງ​ນາມ, ຟູ໋ອຽນ. ມາ​ຮອດ​ປະຈຸ​ບັນ, ມີ 697/700 ຄອບຄົວ​ໄດ້​ກໍ່ສ້າງ​ເຮືອນ​ຢູ່​ເພື່ອ ປ້ອງ​ກັນ, ຕ້ານ​ນ້ຳ​ຖ້ວມ, ນ້ຳ​ແກ່ງ ​ສຳ​ເລັດ​ບັນລຸ 99,6%.

        ​ແລະ​ກໍ່​ໃນ​​ແຜນການ​ເຮັດ​ວຽກ​ຢູ່​ບັນດາແຂວງ​ແຄມ​ທະ​ເລ​ຕອນ​ໃຕ້​ພາ​ກກາງ, ຕອນ​ບ່າຍ​ວັນ​ທີ 8/4, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນ​​ຳ​ແຂວງ​ແຄ໋ງຮ່ວາ ກ່ຽວ​ກັບ​ໜ້າ​ທີ່​ພັດທະນາ​ເສດຖະກິດ, ສັງຄົມ​ກໍ່​ຄື​ການ​ກຳນົດ​ທິດ​ໃຫຍ່​ສ້າງ​ກຳ​ລັງ​ໜູນ​ເພື່ອ​ໃຫ້​ແຂວງ​ແຄ໋ງຮ່ວາ​ພັດທະນາ​ໄວ ​ແລະ ໝັ້ນຄົງ. ທ່ານ​ນາຍົກລັດຖະມົນຕີ ຮຽກຮ້ອງ​ໃຫ້ການ​ນຳ​ແຂວງ ​ແຄ໋ງ​ຮ່ວາ ສືບ​ຕໍ່​ຂະຫຍັນ​ຂັນ​ເຂື່ອນ, ມີ​ຫົວຄິດ​ປະ​ດິດສ້າງ, ຄົ້ນ​ຄ້ວາ​ກົນ​ໄກ, ນະ​ໂຍບາຍ​ທີ່​ສະດວກ ​ເພື່ອ​ດຶງ​ດູດ​ບັນດາ​ນັກ​ລົງທຶນ​ເຂົ້າ​ມາ​ລົງທຶນໃນ​ການ​ພັດທະນາ​ການ​ທ່ອງ​ທ່ຽວ, ບໍລິການທາງ​ທະ​ເລ, ພິ​ເສດ​​ແມ່ນ​ການ​ສ້ອມ​​ແປງ​ກຳປັ່ນ​ທະ​ເລ, ການ​ລົງທຶນ​ພັດທະນາ​ອຸດສາຫະກຳ​ເຕັກ​ໂນ​ໂລ​ຢີສູງ.​.​.​

ຂ່າວ/ບົດ​ອື່ນ