ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບ ລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ

ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບ ລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ - ảnh 1
ທ່ານ​ນາຍົກລັດ​ຖະມົນຕີ ຫງວຽນ​ເຕີນ​ຢຸງ
ຕ້ອນຮັບ​ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຍີ່​ປຸ່ນ
(ພາບ: chinhphu.vn)


(vovworld) - ​​ ຕອນ​ບ່າຍ​ວັນ​ທີ 16 ກັນຍາ, ຢູ່​ຮ່າ​ໂນ້ຍ, ທີ່​ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຍີ່​ປຸ່ນ Itsunori Onodera ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ, ທ່ານ​ນາຍົກລັດ​ຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​​ເຖິງ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ​້​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຍີ່ປຸ່ນ - ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ ​ໄດ້​ນຳມາ​ເຊິ່ງ​ຜົນປະ​ໂຫຍ​ດ​ແທດ​ຈິງ​ໃຫ້ແກ່​ການ​ພັດທະນາ​ລວມຂອງທັງ 2 ປະ​ເທດ​​​. ທ່ານ​ນາຍົກລັດຖະມົນຕີ ຢືນຢັນ​ວ່າ ນະ​ໂຍບ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽ​ດນາມ ​ແມ່ນ ຖື​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ຍີ່ປຸ່ນ ​ເປັນ​ສຳຄັນ, ​ເພື່ອ​ສັນຕິພາບ, ຄວາມຈະ​ເລີ​ນຮຸ່ງ​ເຮືອງ​ຢູ່​ພາກ​ພື້​ນອາຊີ; ປາດ​ຖະໜາ​ວ່າ 2 ຝ່າຍ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ບົນ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ, ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ສະຫະ​ປະຊາ​ຊາດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ປາດ​ຖະໜາ​ວ່າ ກະຊວງ​ປ້ອງ​ກັນ​ປະ​ເທດ 2 ປະ​ເທດ ຈະຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ກວ່າ​ອີກ, ຈັດການ​ໂອ້​ລົມ​ສົນທະນາ, ​ແລກປ່ຽນ​ຄະນະ​ຜູ້​ແທນ, ຢ້ຽມຢາມ​ເຊິ່ງກັນ ​ແລະ ກັນ​ເປັນ​ປະຈຳ ​ເພື່ອ​ແນ​ໃສ່​ເພີ່​ມທະວີນ້ຳ​ໃຈ​ສາມັກຄີ, ຄວາມ​ເຂົ້າ​ອົກ​ເຂົ້າໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ກອງທັບ 2 ປະ​ເທດ.

ຂ່າວ/ບົດ​ອື່ນ