ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຕ້ອນຮັບ ອະດີດນາຍົກລັດຖະມົນຕີອັງກິດ ແລະ ອາຍແລນ ເໜືອ

ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຕ້ອນຮັບ ອະດີດນາຍົກລັດຖະມົນຕີອັງກິດ ແລະ ອາຍແລນ ເໜືອ - ảnh 1
ທ່ານອະດີດ​ນາຍົກລັດຖະມົນຕີ ລາຊະ​ອານາຈັກ ອັງກິດ ​ແລະ ອາຍ​​ແລນ​ເໜືອ Tony Blair
(ພາບປະກອບ)

(vovworld) – ຕອນ​ບ່າຍ​ວັນ​ທີ 18/3, ຢູ່​ສຳນັກງານ​ລັດຖະບານ, ທ່າ​ນນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ​​ໃຫ້ການ​ຕ້ອນຮັບ ທ່ານອະດີດ​ນາຍົກລັດຖະມົນຕີ ລາຊະ​ອານາຈັກ ອັງກິດ ​ແລະ ອາຍ​​ແລນ​ເໜືອ Tony Blair ທີ່​ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ນະ​ທີ່​ນີ້, ທ່າ​ນນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຖື​ວ່າ: ບັນດາ​ຜົນງານ​ຕັ້ງໜ້າ​ທີ່​ບັນລຸ​ໄດ້​​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ອັງກິດ ​ໃນ​​ໄລຍະ​ຜ່ານ​ມາ ​ໄດ້​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຢ່າງ​ແທດ​ຈິງ ​ໃຫ້​ແກ່​ການ​ພົວພັນ​ລວມຂອງ​ທັງ 2 ປະ​ເທດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຢືນຢັນ​ວ່າ: ຍາມ​ໃດ ຫວຽດນາມ ກໍ່​ຖື​​ການ​ຮ່ວມ​ມືຫຼາຍ​ດ້ານ​ກັບ ອັງກິດ ​ແລະ ອີ​ຢູ ເປັນ​ສຳຄັນ, ຫວັງ​ວ່າ​ດ້ວຍ​ອິດ​ທິພົນ​ຊື່​ສຽງ​ຂອງ​ຕົນ, ທ່ານ Tony Blair ຈະ​ສືບ​ຕໍ່​ສະໜັບສະໜູນ ​ແລະ ມີ​ການ​ປະກອບສ່ວນ​ຢ່າງ​ແທດ​ຈິງ ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ໃນ​ຂົ​ງ​ເຂດ​ຕ່າງໆລະຫວ່າງ ຫວຽ​ດນາມ ກັບ ອັງ​ກິດ ​ແລະ ກັບ ສະຫະພາບ ​ເອີ​ລົບ (ຫຼື ອີ​ຢູ). 

        ທ່ານ Tony Blair ຢືນຢັນ​ວ່າ: ຈະ​ສືບ​ຕໍ່​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະ​ນາ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ກັບ ອັງ​ກິດ ​ເວົ້າ​ສະ​ເພາະ ​ແລະ ກັບ​ສະຫະພາບ ​ເອີ​ລົບ (ຫຼື ອີ​ຢູ) ​ເວົ້າ​ລວມ ​ໃນ​ທຸກຂົງ​ເຂດ​ພິ​ເສດ​ແມ່ນ​ໃນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຮ່ວມ​ມື​ພາກ​ລັດ - ​ເອກະ​ຊົນ (ຫຼື PPP).

ຕອບກັບ

ຂ່າວ/ບົດ​ອື່ນ