ນາຍົກລັດຖະມົນຕີ ຫງວຽນເຕີ້ນຢຸງ ຕ້ອນຮັບບັນດາຫົວໜ້າສຳນັກງານຜູ້ຕາງໜ້າຫວຽດນາມຢູ່ຕ່າງປະເທດ

ນາຍົກລັດຖະມົນຕີ ຫງວຽນເຕີ້ນຢຸງ ຕ້ອນຮັບບັນດາຫົວໜ້າສຳນັກງານຜູ້ຕາງໜ້າຫວຽດນາມຢູ່ຕ່າງປະເທດ - ảnh 1

   ນາຍົກລັດຖະມົນຕີ ຫງວຽນ​ເຕີ້​ນຢຸງຕ້ອນຮັບ​ບັນດາ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ສຳນັກງານ​ຜູ້​ຕາງໜ້າ​ຫວຽດນາມ​ປະຈຳ​ຕ່າງປະ​ເທດ 


(vovworld)- ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ​ບັນດາ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ສຳນັກງານ​ຜູ້​ຕາງໜ້າ​ຫວຽດນາມ​ປະຈຳ​ຕ່າງປະ​ເທດ​ຊຶ່ງ​ຫາ​ກໍ​ໄດ້​ຮັບ​ການ​ແຕ່ງຕັ້ງ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີ້​ນຢຸງ ​ເນັ້ນ​ໜັກ​ວ່າ ການ​ຕ້ອນຮັບ​ບັນດາ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ສຳນັກງານ​ຜູ້​ຕາງໜ້າ​ຫວຽດນາມ​ປະຈຳ​ຕ່າງປະ​ເທດ​ຕ້ອງ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ການ​ທູດ​ທີ່​ດີງາມ, ມານະ​ພະຍາຍາມ​ເຮັດ​ຫຼ້ອນ​ໜ້າທີ່ວຽກ​ງານ​ຂອງ​ຕົນ. ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີ້​ນຢຸງສະ​ເໜີ ​ບັນດາ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ສຳນັກງານ​ຜູ້​ຕາງໜ້າ​ຫວຽດນາມ​ປະຈຳ​ຕ່າງປະ​ເທດ​ກຳ​ແໜ້ນ​ແນວທາງ​ນະ​ໂຍບາຍ, ​ແຜນ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ, ຕ້ອງ​ຖື​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ​ເປັນ​ສຳຄັນ​ກວ່າ​ສິ່ງ​ໃດ​ໝົດ, ສິ່ງ​​ໃດ​ທີ່​ນຳ​ມາ​ເຊິ່ງ ຜົນ​ປະ​ໂຫຍ​ດມາ​ໃຫ້ປະ​ເທດ​ຊາດ ​ແມ່ນ​ຕ້ອງ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ. ກ່ອນ​ອື່ນ​ໝົດ, ​ບັນດາ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ສຳນັກງານ​ຜູ້​ຕາງໜ້າ​ຫວຽດນາມ​ປະຈຳ​ຕ່າງປະ​ເທດຕ້ອງ​ຖື​ເປັນ​ສຳຄັນ​ພິ​ເສດ​ການ​ພົວພັນ​ດ້ານ​ການ​ເມືອງ​ກັບ​ຕ່າງປະ​ເທດ, ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ເມືອງ​ກັບປະ​ເທດ​ເຫຼົາ່​ນັ້ນ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ອົງການ​ການ​ທູດ, ວົງ​ການ​ນັກ​ການ​ເມືອງ, ບັນດາ​ອົງການ​ສຳນັກງານ​ທີ່​ກ່ຽວຂ້ອງ.

   ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີ້​ນຢຸງ ຍັງ​ຕັກ​ເຕືອນ​ບັນດາ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ສຳນັກງານ​ຜູ້​ຕາງໜ້າ​ຫວຽດນາມ​ປະຈຳ​ຕ່າງປະ​ເທດຈົ່ງ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ​ກັບ​ຕ່າງປະ​ເທດ, ບັນດາ​ອົງການ​ໃນ​ຂົງ​ເຂດ​ວັດທະນະທຳ, ການສຶກສາ-ກໍ່ສ​້າງ, ວິທະຍາສາດ-​ເຕັກ​ໂນ​ໂລ​ຢີ, ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ.......

ຂ່າວ/ບົດ​ອື່ນ