ນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ຕ້ອນຮັບອະດີດ ປະທານາທິບໍດີ ອາເມລິກາ Bill Clinton


ນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ຕ້ອນຮັບອະດີດ ປະທານາທິບໍດີ ອາເມລິກາ Bill Clinton  - ảnh 1

(ພາບ: baolamdong.vn )

(vovworld) – ຕອນ​ເຊົ້າວັນ​ທີ 18/7, ທ່ານນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ໄດ້​ໃຫ້​ການ​ຕ້ອນຮັບອະດີດປະທານາທິບໍດີອາເມລິກາ Bill Clinton ພວມ​ຢູ່​ຢ້ຽມຢາມ​ຫວຽ​ດນາມ. ທ່ານ Clinton ມາ​ຢ້ຽມຢາມ​ຫວຽດນາມ ຄັ້ງນີ້ ເພື່ອ​ແນ​ໃສ່​ຊຸກຍູ້​ການ​ເຄື່ອນ​ໄຫວ​ຂອງ​ກອງ​ທຶນ Clinton ກ່ຽວ​ກັບ​ການ​ເບິ່ງ​ແຍງ​ດູ​ແລ​ຜູ້​ຕິດ​ເຊື້ອ HIV ​ໂດຍ​ຄອບຄົວ Clinton ສ້າງຕັ້ງຂຶ້ນ​ເພື່ອ​ຊ່ວຍ​ເບິ່ງ​ແຍງ​ດູ​ແລ, ປິ່ນປົວ​ຜູ້​ຕິດ​ເຊື້ອ HIV ​ໃນ​ໂລກ. ນະ​ທີ່​ນີ້, ທ່ານນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ຕີ​ລາຄາ​ສູງ​ອາລົມ​ຈິດ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ກຸສົນ, ​ແທດ​ຈິງ​ຂອງ​ກອງ​ທຶນ Clinton ​ແລະ ທ່ານ Clinton ​ເອງ​ທີ່​ມີ​ຕໍ່ ປຊຊ ຫວຽດນາມ; ປະກອບສ່ວນ​ພ້ອມ​ກັບ​ລັດຖະບານ​ຫວຽດນາມ ​ໃນ​ຄວາມ​ມານະ​ພະຍາຍາມ​ສະກັດ​ກັ້ນ​ການ​ຕິດ​ເຊື້ອ HIV/ໂລກ​ເອດ ​ແລະ ບັນດາ​ພະຍາດ​ຕິດ​ແປດ. ທ່ານນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ປາດ​ຖະໜາ​ວ່າ, ກອງ​ທຶນ Clinton ຈະ​ນັບ​ມື້​ນັບ​ໄດ້​ຮັບ​ການ​ພັດທະນາ ​ແລະ ຢືນຢັນ​ວ່າ, ຍາມ​ໃດ​ລັດຖະບານ​ກໍ່​ສະໜັບ​ສະ​ຫນູນ ​ແລະ ສ້າງ​ທຸກ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ເພື່ອ​ໃຫ້​ກອງ​ທຶນ​ເຄື່ອນ​ໄຫວ​ສະດວກ​ຢູ່​ຫວຽດນາມ.

  ສ່ວນທ່ານອະດີດປະທານາທິບໍດີອາເມລິກາ Bill Clinton ສະ​ແດງ​ວ່າ, ຍາມ​ໃດ​ທ່ານ ​ແລະ ພັນ​ລະ​ຍາ ​ກໍ່​ສະໜັບສະໜູນສາຍ​ພົວພັນ​ລະຫວ່າງ​ຫວຽດນາມ-​ອາ​ເມລິ​ກາ ຢ່າງ​ແຮງ. ກ່ຽວ​ກັບ​ການ​ເຄື​ອ່ນ​ໄຫວ​ຂອງ​ກ​ອງທຶນ Clinton ຢູ່​ຫວຽດນາມ, ທ່ານອະດີດປະທານາທິບໍດີອາເມລິກາ Bill Clinton ຢືນຢັນ​ວ່າ, ກອງ​ທຶນ​ຈະ​ໜູນ​ຊ່ວຍ​ຈົນ​ສຸດ​ຄວາມ​ສາມາດ​ໃຫ້​ແກ່​ຫວຽດນາມ​ ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານເຊື້ອ HIV/ໂລກ​ເອດ, ພະຍາ​ດໄຂ້ປ່າ ​ແລະ ບັນດາ​ພະຍາດ​ຕິດ​ແປດ ພ້ອມ​ທັງ​ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ​ບັນດາ​ອົງການ, ວິ​ສາ​ຫະກິດ​ເພື່ອ​ສະໜອງ ​ແລະ ກ້າວ​ໄປ​ເຖິງ​ການ​ຜະລິດ​ຢາ​ປິ່ນປົວ​ພະຍາດ HIV/ໂລກ​ເອດ ​ຢູ່​ຫວຽດນາມ.
   ໃນ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ​ຫວຽ​ດນາມ ​ເຈືອງ​ເຕີນ​ຊາງ ກໍ່​ໄດ້​ໃຫ້ການ​ຕ້ອນຮັບ ທ່ານອະດີດປະທານາທິບໍດີອາເມລິກາ Bill Clinton ​ເຊັ່ນ​ດຽວ​ກັນ.
ນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ຕ້ອນຮັບອະດີດ ປະທານາທິບໍດີ ອາເມລິກາ Bill Clinton  - ảnh 2
ທ່ານ​ອະດີດ​ປະທານາທິບໍດີ ອາ​ເມ​ລິ​ກາ Bill Clinton
(ພາບ: AP.)

    ທ່ານ​ອະດີດ​ປະທານາທິບໍດີ ອາ​ເມ​ລິ​ກາ Bill Clinton ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ດ້ວຍຖາ​ນະ​ເປັນ​ຜູ້ຕາງໜ້າ​ຂອງ​​ໂຄງການ​ປ້ອງ​ກັນ, ຕ້ານ HIV – AIDS ຂອງ​ກອງ​ທຶນ Clinton ( Clinton Foundation). ​ແຫຼ່ງຂ່າວ​​ໃນ​ເວັບ​ໄຊ​ຂອງ Clinton Foundation ​ໃຫ້​ຮູ້​ວ່າ: ການ​ຢ້ຽມຢາມ ຫວຽດນາມ ​ໃນ​ວັນ​ທີ 18/7 ​ນອນ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ 5 ປະ​ເທດ ອາຊີ ລະຫວ່າງ​ວັນ​ທີ 16 – 23/7 ຂອງ​ທ່ານອະດີດ​ປະທານາທິບໍດີ ອາ​ເມ​ລິ​ກາ Bill Clinton ​ເຊິ່ງລວມມີ: ອີນ​ເດຍ, ຫວຽດນາມ, ອີນ​ໂດ​ເນ​ເຊຍ, Papua New Guinea ​ແລະ ອົດສະ​ຕາ​ລີ.

        ຕາມ​ແຜນການ​ແລ້ວ, ​ໃນ​ໄລຍະ​ຢູ່​ຢ້ຽມຢາມ ຫວຽດນາມ, ທ່ານ Clinton ຈະ​ໄປ​ຢ້ຽມຢາມ​ສູນ​ລ້ຽງ​ເດັກ​ກຳ​ພ້າ​ແຫ່​ງໜຶ່ງ ​ແລະ ກວດກາ​ການ​ປະຕິບັດ​ຂໍ້​ລິ​ເລີ່​ມສາທາລະນະ​ສຸກ Clinton ​ເພື່ອ​ແນ​ໃສ່​ສະກັດ​ກັ້ນ​ການ​ຕິດ​ແປ​ດ​ເຊື້ອ HIV ສຳລັບ​ເດັກ. ທ່ານ Clinton ​ແມ່ນ​ຜູ້​ປະກອບສ່ວນ​ສຳຄັນ​ໃຫ້​ແກ່​ວິວັດທະນາ​ການ​ຫັນ​ການ​ພົວພັນ​ຂອງ ອາ​ເມ​ລິ​ກາ ​ກັບ ຫວຽດນາມ ​ເປັນ​ປົກກະຕິ, ທ່ານ​ມາຢ້ຽມຢາມ ຫວຽດນາມ ​ເປັນ​ຄັ້ງ​ທີ 3, ​ໃນ​ນັ້ນ​ມີ​ການ​ຢ້ຽມຢາມ​ໃນ​​ເດືອນ 11/2000 ດ້ວຍ​ຖານະ​ເປັນ​ປະທານາທິບໍດີ ອາ​ເມ​ລິ​ກາ ຜູ້​ທຳ​ອິດ ຢ້ຽມຢາມ ຫວຽດນາມ ພາຍຫຼັງສີ້​ນສຸດ​ສົງຄາມ​ມາ​ເປັນ​ເວລາ 25 ປີ.



ຂ່າວ/ບົດ​ອື່ນ