ນາຍົກລັດຖະມົນຕີ ຫງວຽນເຕີ້ນຢຸງ ພົບປະກັບປະມຸກລັດປະເທດຕາ່ງໆຢູ່ນອກອາແຊມ 10

(vovworld)- ຕອນ​ຄ່ຳ​ວັນ​ທີ 16/10 ຕາມ​ເວ​ລາ​ຫວຽດ​ນາມ, ກອງ​ປະ​ຊຸມ​ຂັ້ນ​ສູງ​ອາ​ຊີ-ເອີ​ລົບ​ຄັ້ງ​ທີ 10 (ອາ​ແຊມ 10) ໄດ້​ຖືກ​ໄຂ​ຂຶ້ນ​ຢູ່​ມີ​ລານ​ປະ​ເທດ​ອີ​ຕາ​ລີ​ຢ່າງ​ເປັນ​ທາງ​ການ. ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງຫວຽດ​ນາມໂດຍທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ນຳ​ໜ້າໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ. ຢູ່ນອກກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ໄດ້​ມີ​ການ​ພົບ​ປະ 2 ຝ່າຍ​ກັບ​ປະ​ມຸກ​ລັດ ແລະ ຜູ້​ນຳ​ລັດ​ຖະ​ບານ​ປະ​ເທດ​ຕາ່ງໆ​ໃນ​ໂລກ.

           ທີ່​ການ​ພົບ​ປະ​ລະ​ຫວ່າງທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ກັບ​ທ່ານນາ​ຍົກ​ລັດ​ຖະ​ມົນຕີຍີ່ປຸ່ນ Shinzo Abe. ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ຢັ້ງຢືນ​ວ່າ: ຍີ່ປຸ່ນ​ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ຫວຽດນາມ​ໃນ​ການ​ພັດທະນາ​ເສດຖະກິດ-​ສັງຄົມ​ຜ່ານ​ການ​ສະໜອງ​ທຶນ ODA ຢູ່​ໃນລະດັບ​ສູງ, ກໍ່​ຄື​ສືບ​ຕໍ່​​ໜູນ​ຊ່ວຍຫວຽດນາມ​ ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ຂອງກຳລັງ​ປະຕິບັດ​ກົດໝາຍ​ບົນ​ທະ​ເລ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ກັນ​ສືບ​ຕໍ່​ສົມທົບ ເພື່ອ​ຜັນ​ຂະຫຍາຍບັນດາ​ໂຄງການຮ່ວມ​ມື​ເສດຖະກິດ​ສຳຄັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ມີ​ປະສິດທິ​ຜົນ, ​ໃນ​ນັ້ນ​ມີ​ຍຸດ​ທະ​ສາດ​ຫັນ​ເປັນ​ອຸດສາຫະກຳ​ຂອງ​ຫວຽດນາມ ໃນ​ຂອບ​ເຂດ​ການ​ຮ່ວມ​ມື​ ລະຫວ່າງຫວຽດນາມ  ​ແລະ ຍີ່ປຸ່ນ. ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະສິກຳ, ພັດທະນາ​ອຸດສາຫະກຳ​ສຳຮອງ​ຂອງ​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ້ນຢຸ້ງ ຢືນຢັນ​ວ່າ: ຫວຽດນາມ​ຈະ​ສືບ​ຕໍ່​ມານະ​ພະຍາຍາມ​ສ້າງ​ສະພາບ​ແວດ​ລ້ອມ​ສະດວກ​ໃຫ້​ແກ່​ວິ​ສາ​ຫະກິດ​ຍີ່ປຸ່ນ ທີ່​ເຂົ້າມາ​ລົງທຶນຢູ່​ ​ຫວຽດນາມ, ​ໃນ​ນັ້ນ​ຈະ​ຜັນ​ຂະຫຍາຍ​ຫົວຄິດ​ປະດິດ​ສ້າງ​ລວມຫວຽດນາມ-​ຍີ່ປຸ່ນ ກ່ຽວ​ກັບ​ການ​ປັບປຸງ​ສະພາບ​ແວດ​ລ້ອມ​ການ​ລົງທຶນ​ຂອງ​ຫວຽດນາມ​ຢ່າງ​ມີ​ປະສິດທິ​ຜົນ. 2 ຝ່າຍ​ກໍ່​ແລກປ່ຽນກ່ຽວ​ກັບ​ບັນດາບັນຫາ​ໃນ​ພາກ​ພື້ນ ​ແລະ ສາກົນ ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ.

     ທີ່​ການ​ພົບ​ປະກັບທ່ານ​ນາຍົກລັດຖະມົນຕີ​ຈີນ ຫຼີ​ເຄືອ​ຊຽງ, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ້ນຢຸ້ງ ຢັ້ງຢືນ​ວ່າ: ພັກ, ລັດຖະບານ ​ແລະ ປະຊາຊົນ​ຫວຽດນາມ​ຖະ​ນຸ​ຖະ​ໜອມ, ຮັກສາ ​ແລະ ຫວັງ​ຢາກປັບປຸງ​ການ​ພົວພັນຖານ​ບ້ານ​ໃກ້​ເຮືອນ​ຄຽງ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ ​ໃຫ້​ພັດທະນາ​ຢ່າງ​ສົດ​ໃສແລະ ໝັ້ນຄົງ. ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ້ນຢຸ້ງ ສະ​ເໜີ​ໃຫ້ 2 ຝ່າຍ​ຄວນ​ສືບ​ຕໍ່​ການ​ພົບ​ປະ​ເຈລະຈາ​ຂັ້ນ​ສູງ ​ເພື່ອ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຊຸກຍູ້​ການ​ຮ່ວມ​ມື ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃນ​ທຸກ​ຂົງ​ເຂດ.

        ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ້ນຢຸ້ງ ​ເນັ້ນ​ໜັກ​ວ່າ: ສະ​ເໜີ​ໃຫ້ 2 ຝ່າຍຄວບ​ຄຸມສະພາບ​ການ​ບົນ​ທະ​ເລ​ເປັນ​ຢ່າງ​ດີ, ບໍ່​ຄວນມີ​ການ​ກະທຳ​​ເຮັດ​ໃຫ້​ສະພາບ​ການ​ບົນ​ທະ​ເລ​ສັບ​ສົ້ນ​ຂຶ້ນ​ຕື່ມ, ຊຸກຍູ້​ບັນດາ​ກົນ​ໄກ​ເຈລະຈາ​ໃຫ້​ບັນ​ລຸ​ຄວາມ​ຄືບ​ໜ້າ,   ​ແລະ ປະຕິບັດ​ບັນດາ​ຂໍ້​ຕົກລົງ, ຫຼັກການ​ພື້ນຖານ, ຊິ້ນຳ​ນຳພາ​ການ​ແກ້​ໄຂ​ບັນຫາ​ບົນ​ທະ​ເລ ລະຫວ່າງ​ຫວຽດນາມ-​ຈີນ; ​ເຄົາລົບ​ກົດໝາຍ​ສາກົນ, ພ້ອມ​ກັນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ ​ແລະ ​ໂລກ.   ສ່ວນທ່ານ​ນາຍົກລັດຖະມົນຕີຈີນຫຼີ​ເຄືອ​ຊຽງ ຢືນ​ຢັນ​ວ່າ: ລັດຖະບານ​ຈີນ ຍາມ​ໃດ​ກໍ່ຍຶດ​ໝັ້ນ​ທິດ​ນຳ:ບ້ານ​ໃກ້​ເຮືອນ​ຄຽງ​ມິດຕະພາບ, ການ​ຮ່ວມ​ມື ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ກັບ​ຫວຽດນາມ, ຍາມ​ໃດ​ກໍ່​ປາດ​ຖະໜາ​ວ່າການ​ແກ້​ໄຂ​ບັນດາ​ບັນຫາ​ຫຍຸ້ງຍາກ​ເກີດ​ຂຶ້ນ​ໃນ​ການ​ພົວພັນລະຫວ່າງ 2 ປະ​ເທດ, ພ້ອມ​ກັນ​ຊຸກຍູ້​ການ​ພົວພັນ ລະຫວ່າງ 2 ພັກ, 2 ລັດ ພັດທະນາ​ຢ່າງສົດ​ໃສ ​ແລະ ໝັ້ນຄົງ.

 ນາຍົກລັດຖະມົນຕີ ຫງວຽນເຕີ້ນຢຸງ ພົບປະກັບປະມຸກລັດປະເທດຕາ່ງໆຢູ່ນອກອາແຊມ 10 - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ແລະ
ປະ​ທາ​ນາ​ທິ​ບໍ​ດີ ຝະ​ລັ່ງ Francois Hollande

   ທີ່​ການ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ຝະ​ລັ່ງ Francois Hollande , 2 ຝ່າຍ​ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ໝາກ​ຜົນ​ແຫ່ງ​ການ​ຮ່ວມ​ມື 2 ຝ່າຍ​ທີ່​ບັນ​ລຸ​ໄດ້​ໃນ​ໄລ​ຍະ​ທີ່​ຜ່ານ​ມາ ແນ​ໃສ່​ຜັນ​ຂະ​ຫຍາຍ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດ​ນາມ-ຝະ​ລັ່ງ. ການ​ນຳ​ທັງ 2 ໄດ້​ໝັ້ນ​ໝາຍ​ຈະ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ຈັດ​ກອງ​ປະ​ຊຸມ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຄັ້ງ​ທີ 21 ຂອງ ສ.ປ.ຊ ຊຶ່ງ​ຈະ​ຖືກ​ຈັດ​ຂຶ້​ນ​ຢູ່​ປາ​ຣີ​ໃນ​ປີ 2015. ປະ​ທາ​ນາ​ທິ​ບໍ​ດີ​ຝະ​ລັ່ງໄດ້​ສະ​ແດງ​ຄວາມ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ກ່ຽວ​ກັບ​ຄວາມ​ສຳ​ຄັນ​ຂອງ​ການ​ຮັບ​ປະ​ກັນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ໃນ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຝິກ, ໃນ​ນັ້ນ​ມີ​ການ​ຮັບ​ປະ​ກັນສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ​ປອດ​ໄພ ແລະ ສິດ​ເສ​ລີ​ໃນ​ການ​ເດີນ​ເຮືອ, ແກ້​ໄຂ​ການ​ພິ​ພາດ​ຜ່ານ​ການ​ເຈ​ລະ​ຈາ ແລະ ມາດ​ຕະ​ການ​ໂດຍ​ສັນ​ຕິ​ວິ​ທີ​ບົນ​ພື້ນ​ຖານ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ ແລະ ສັນ​ທິ​ສັນ​ຍາ​ກ່ຽວ​ກັບ​ກົດ​ໝາຍ​ທະ​ເລ​ປີ 1982.

   ທີ່​ການ​ພົບ​ປະ​ລະ​ຫວ່າງທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ກັບ​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ຕາ​ລີ Matteo Renzi , ການ​ນຳ​ທັງ 2 ໄດ້​ເຫັນ​ດີ​ນຳ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ກາຍ​ເປັນ​ເສົາ​ຄ້ຳຫຼັກ​ໃນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ຂຶ້ນ​ເຖິງ 5 ຕື້ USD ໃນ​ປີ 2015. ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ຕາ​ລີ Matteo Renzi ຢືນ​ຢັນ​ສະ​ໜັບ​ສະ​ໜູນ​ການຮັບ​ປະ​ກັນສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ​ປອດ​ໄພ ແລະ ສິດ​ເສ​ລີ​ໃນ​ການ​ເດີນ​ທະເລ, ແກ້​ໄຂ​ການ​ພິ​ພາດ​ຜ່ານ​ການ​ເຈ​ລະ​ຈາ ແລະ ມາດ​ຕະ​ການ​ໂດຍ​ສັນ​ຕິ​ວິ​ທີ​ບົນ​ພື້ນ​ຖານ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ ແລະ ສົນ​ທິ​ສັນ​ຍາ​ກ່ຽວ​ກັບ​ກົດ​ໝາຍ​ທະ​ເລ….ອີ​ຕາ​ລີ​ຢືນ​ຢັນ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - EU , ໃນ​ນັ້ນ​ມີ​ການ​ຊຸກ​ຍູ້ EU ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ຄູ່​ຮ່ວມ​ມື ແລະ ການ​ຮ່ວມ​ມື PCA ….

   ທີ່​ການ​ພົບ​ປະ​ລະ​ຫວ່າງທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ກັບ​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຊູ​ແອດ Stefan Lofven ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ 2 ໄດ້​ເຫັນ​ດີ​ວ່າ 2 ຝ່າຍ​ຄວນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ແລະ ພົບ​ປະ​ໃນ​ຂັ້ນ​ຕ່າງໆ, ສົມ​ທົບ​ກັນ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ 2 ປະ​ເທດ​ໄດ້​ພົ​ວ​ພັນ​ແລກ​ປ່ຽນ, ພິ​ເສດ​ໃນ​ຂົງ​ເຂດ ເຕັກ​ໂນ​ໂລ​ຢີ​ຂຽວ, ສະ​ອາດ, ຄົມ​ມະ​ນາ​ຄົມ, ສາ​ທາ​ລະ​ນະ​ສຸກ….

    ທີ່​ການ​ພົບ​ປະ​ລະ​ຫວ່າງທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ກັບ​ທ່ານນາ​ຍົກ​ລັດ​ຖະ​ມົນຕີ ອຽກ​ລັງ Enda Kenny , ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ 2 ໄດ້​ເຫັນ​ດີ​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ສຶກ​ສາ​ບຳ​ລຸງ​ສ້າງ, ການປ່ຽນ​ແປງຂອງ​ດິນ​ຟ​້າ​ອາ​ກາດ, ກະ​ສີ​ກຳ….

    ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ກໍ​ໄດ້​ພົບ​ປະ​ກັບ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແຟງ​ລັງ Alexander stubb, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ 2 ໄດ້​ເຫັນ​ດີ​ສົມ​ທົບ​ກັນ​ຢ່າງ​ແ​ໜ້ນ​ແຟ້ນ​ຊຸກ​ຍູ້​ການ​ພົວ​ພັນ 2 ຝ່າຍ​ໃຫ້​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ 2 ຍັງ​ໄດ້​ແລກ​ປ່ຽນ​ຢ່າງ​ເລິກ​ເຊິ່ງກວ້​າງ​ຂວາ​ງ​ກ່ຽວກັບ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ​ທີ່​ມີ​ຄວາມ​ສົນ​ໃຈ, ເຫັນ​ດີ​ສືບ​ຕໍ່​ຮ່ວມ​ມື, ສະ​ໜັບ​ສະ​ໜູນ​ກັນ​ໃນ​ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ ແລະ ສາ​ກົນ.

    ຕອນ​ເຊົ້າ​ວັນ​ທີ 17/10, ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ເຕີນ​ຢູ້ງ ມີ​ການ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ສະ​ວິດ Didier Burkhalter, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລູກ​ສຳ​ບວກ Xavier Betten ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂປ​ໂລຍ Ewa Kopacz.

        ທີ່​ການ​ພົບ​ປະ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ​ະ​ວິດ, ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ເນັ້ນ​ໜັກ​ວ່າ: ລັດ​ຖະ​ບານ ຫວຽດ​ນາມ ຍາ​ມ​ໃດ​ກໍ່​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ລົງ​ທຶນ​, ດຳ​ເນີນ​ທຸ​ລະ​ກິດ​ຢູ່ ຫວຽດ​ນາມ ແລະ ປາດ​ຖະ​ໜາ​ວ່າ: ບັນ​ດາ​ວິ​ສາ​ຫະ​ກິດ ສະ​ວິດ ເປີດ​ກ້​ວາງ​ການ​ດຳ​ເນີນ​ທຸ​ລະ​ກິດ, ລົງ​ທຶນ​ກັບ ຫວຽດ​ນາມ, ພິ​ເສດ​ແມ່ນ​ໃນ​ບັນ​ດາ​ຂົງ​ເຂດ​ເຊິ່ງ ສະ​ວິດ ມີ​ທ່າ​ແຮງ ແລະ ຫວຽດ​ນາມ ມີ​ຄວາມ​ຕ້ອງ​ການ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ​ະ​ວິດ Didier Burkhalter ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ມາ​ຢ້ຽມ​ຢາມ ຫວຽດ​ນາມ ໃນ​ໂອ​ກາດ ສະ​ວິດ ເປີດ​ສະ​ຖານ​ກົງ​ສູນ​ໃຫຍ່​ຢູ່ນະ​ຄອນ ໂຮ່​ຈີ​ມິນ.

        ທີ່​ການ​ພົບ​ປະ​ລະ​ຫວ່າງ ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ແລະ ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລູກ​ສຳ​ບວກ Xavier Betten, 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ກາ​ນ​ຄ້າ ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ບໍ​ລິ​ການ, ຂົນ​ສົ່ງ, ທ່ອງ​ທ່ຽວ… ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລູກ​ສຳ​ບວກ ເນັ້ນ​ໜັກ​ວ່າ ຈະ​ສົມ​ທົບ​ກັນ​ຊຸກ​ຍູ້ ອີ​ຢູ ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ຄູ່​ຮ່ວມ​ມື ແລະ ຮ່ວມ​ມື (PCA) ແລະ ປະ​ຕິ​ບັດສຳ​ເລັດ​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລີ (FTA) ລະ​ຫວ່າງ ຫວຽດ​ນາມ ແລະ ອີ​ຢູ ໂດຍ​ໄວ.

        ໃນ​ການ​ພົບ​ປະ​​ລະ​ຫວ່າງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ແລະ ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂປ​ໂລຍ Ewa Kopacz, ນາ​ຍົກ​ລັດ​ຖະ​ມົນ​ຕີ 2 ທ່ານ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ແລກ​ປ່ຽນ​ບັນ​ດາ​ການ​ຢ້ຽມ​ຢາມ​ຂັ້ນ​ສູງ, ຊຸກ​ຍູ້​ການ​ຮ່ວມ​ມື​ຮອບ​ດ້ານ, ພິ​ເສດ​ແມ່ນ​ກ່ຽວ​ກັບ​ເສດ​ຖະ​ກິດ, ການ​ເງິນ, ກະ​ສິ​ກຳ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ສະ​ເໜີ​ໃຫ້ ໂປ​ໂລຍ ໃຫ້​ສັດ​ຕະ​ຍາ​ບັນ​ສັນຍາ​ຮ່ວມ​ມື ແລ​ະ ຄູ່​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ອີ​ຢູ (PCA), ປະ​ຕິ​ບັດສຳ​ເລັດ​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລີ (FTA) ລະ​ຫວ່າງ ຫວຽດ​ນາມ ແລະ ອີ​ຢູ ໂດຍ​ໄວ.

       

ຂ່າວ/ບົດ​ອື່ນ