ນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ພົບປະເຈລະຈາກັບປະທານສະພາຕຳ່ ແລະ ສະພາສູງຟີລິບປິນ

ນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ພົບປະເຈລະຈາກັບປະທານສະພາຕຳ່ ແລະ ສະພາສູງຟີລິບປິນ - ảnh 1

ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ​ພົບ​ປະ​​ເຈລະຈາ​ກັບ​
ທ່ານປະທານສະພາ​ສູງ​ຟີ​ລິບ​ປິນ Franklin Drilon
(ພາບ,: Đức Tám – TTXVN)

(vovworld) - ວັນ​ທີ 22/5, ​ໃນ​ຂອບ​ເຂດ​ກາ​ນຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຟີ​ລິບ​ປິນ ​ແລະ ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ເສດຖະກິດ​ໂລກ ​ເຂດ​ອາຊີ​ຕາ​ເວັນ​ອອກ ຢູ່​ນະຄອນ​ຫຼວງມາ​ນີລາ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ໄດ້​ມີ​ການພົບ​ປະ​ເຈລະຈາ​ກັບ​ປະທານ​ສະພາ​ຕຳ່ຟີ​ລິບ​ປິນ Feliciano J. Belmonte . ທ່ານປະທານ​ສະພາ​ຕຳ່​ຟີ​ລິບ​ປິນ ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຢ່າງ​ເລິກ​ເຊິ່ງຕໍ່​ການ​ກະທຳຂອງ​ຈີນ ​ທີ່​ຕັ້ງ​ຮ້ານ​ເຈາະ​ນຳ້ມັນ ​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ, ​ໄຫຼ່​ທະວີບ​ຂອງ​ຫວຽດນາມ.  

ທີ່​ການ​ພົບ​ປະ​​ເຈລະຈາ​ກັບ​ທ່ານປະທານສະພາ​ສູງ​ຟີ​ລິບ​ປິນ Franklin Drilon. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຖື​ວ່າ ຫວຽດນາມ ​ແລະ ຟີ​ລິບ​ປິນ ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື, ສາມັກຄີ​ພ້ອມ​ກັບ​ອາ​ຊຽນ ​ແລະ ສາກົນ​ຕຳ​ໜິຕິຕຽນ​ການ​ກະທຳ​ຂອງ​ຈີນ​ຢູ່ ​ທະ​ເລ​ຕາ​ເວັນ​ອອກ ​ແລະ ສະໜັບສະໜູນ​ຫຼັກ​ໝັ້ນ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງດ້ວຍ​ສັນຕິ​ວິທີ, ຕາມ​ກົດໝາຍ​ສາກົນ, ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ​ແລະ DOC.

ກ່ຽວ​ກັບ​ການ​ພົວພັນ​ສອງ​ຝ່າຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຢືນຢັນ​ວ່າ, ດ້ວຍ​ການ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ມິດຕະພາບ. ຫວຽດນາມ​ ປາຖະໜາ​ຢາກ​ພ້ອມ​ກັບ​ຟີ​ລິບ​ປິນ ນຳ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ, ​ເພື່ອ​ສັນຕິພາບ, ຄວາມ​ສະຫງົບ​ປອດ​ໄພ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ໃນ​ພາກ​ພື້ນ.

​ແລະ ກໍ່​ໃນວັນ​ທີ 22/5. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ໄດ້​ເຂົ້າ​ຮ່ວມ ​ແລະ ​ກ່າວ​ຄຳ​ເຫັນ​ທີ່​ວາລະ​ປຶກສາ​ຫາລື “ຊຸກຍູ້​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນຜ່ານ​ການ​ເພີ່ມ​ທະວີ​ສົມທົບ​ກັນ​ລະຫວ່າງ​ພາກ​ລັດ - ​ເອກະ​ຊົນ“. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຖື​ວ່າ ​ເພື່ອ​ໃຫ້ການ​ຮ່ວມ​ມື​ນີ້​ປະກອບສ່ວນ​ຢ່າງ​ມີ​ປະສິດທິ​ຜົນ ​ເຂົ້າ​ໃນ​ວິວັດ​ການ​ກໍ່ສ້າງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ, ຄວນ​ມີ​ການ​ສະໜັບສະໜູນ​ຢ່າງ​ແຮງ​ຂອງ​ລັດຖະບານ​ຕ່າງໆ, ສ້າງ​ນະ​ໂຍບາຍ​ລວມຂອງ​ອາ​ຊຽນ ກ່ຽວ​ກັບ​ການ​ຮ່ວມມື ລະຫວ່າງ​ພາກ​ລັດ - ​ເອກະ​ຊົນ ​ແລະ ບັນຊີ​ລາຍ​ຊື່​ໂຄງການ​ເຊື່ອມ​ຕໍ່​ອາ​ຊຽນ ຕາມ​ຮູບ​ການ​ຄູ່ຮ່ວມ​ມືລະຫວ່າງ​ພາກ​ລັດ - ​ເອກະ​ຊົນ ດ້ວຍ​ບັນດາ​ເງື່ອນ​ໄຂ​ລະອຽດ, ດຶງ​ດູດ​ບັນດາ​ນັກ​ລົງທຶນ​ພາກ​ເອກະ​ຊົນ, ພ້ອມ​ທັງ​ມີ​ກົນ​ໄກ​ໜູນ​ຊ່ວຍ, ຕິດ​ຕາມ​ກວດກາ ​ເພື່ອ​ປະຕິບັດ​ໂຄງການ​ໃຫ້​ສຳ​ເລັດ​ຜົນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຢືນຢັນ​ວ່າ ດ້ວຍ​ບັນດາ​ຄວາມ​ມານະ​ພະຍາຍາມ​ຢ່າງ​ລຽນຕິດ ​ແລະ ​ເປັນ​ປະຈຳ​ຂອງ​ລັດຖະບານ, ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ຂອງ​ຫວຽດນາມ​ ຈະ​ນັບ​ມື້​ນັບ​ດີກ​ວ່າ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ທຳ​ມາ​ຫາ​ກິນ​ຢ່າງ​ມີ​ປະສິດທິ​ຜົນ​ຢູ່​ຫວຽດນາມ.

ຕອນ​ຄຳ່​ວັນ​ທີ 22/5, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ເດີນທາງ​ອອກ​ຈາກ​ມາ​ນີລາ​ ກັບ​ເມືອຮ່າ​ໂນ້ຍ, ສິ້ນ​ສຸດ​ການ​​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ເສດຖະກິດ​ໂລກ ກ່ຽວ​ກັບ​ອາຊີ​ຕາ​ເວັນ​ອອກ ​ແລະ ການ​ຢ້ຽມຢາມ, ​ເຮັດ​ວຽກ​ຢູ່​ຟີ​ລິບ​ປິນ.

 

ຂ່າວ/ບົດ​ອື່ນ