ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ພົບປະເຈລະຈາກັບປະທານາທິບໍດີ ຮຸງກາຣີ

ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ພົບປະເຈລະຈາກັບປະທານາທິບໍດີ ຮຸງກາຣີ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​
​ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານາທິບໍດີ​ຮຸງ​ກາຣີ Ader Janos
(ພາບ: VGP)


(vovworld) – ​ ຕອນ​ບ່າຍ​ວັນ​ທີ 27/11, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານາທິບໍດີ​ຮຸງ​ກາຣີ Ader Janos ທີ່​ພວມ​ຢ້ຽມຢາມທາງ​ລັດຖະກິດ​ເຖິງ​ຫວຽດນາມ. ຢູ່​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​ວ່າ: ລັດຖະບານ​ຫວຽດນາມ ປາດ​ຖະໜາຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ຈະ​ສົມທົບ​ກັບ​ລັດຖະບານ​ຮຸງ​ກາຣີ ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ເນື້ອ​ໃນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ທຸກ​ຂົງ​ເຂດ, ​ໂດຍ​ສະ​ເພາະ​ແມ່ນດ້ານ​ເສດຖະກິດ, ການ​ຄ້າ ​ແລ​ະ ການ​ລົງທຶນ. ​ເພື່ອ​ປະຕິບັດ​ການ​ຫັນ​ບັນດາ​ຂໍ້​ຕົກລົງ ​ແລະ ຄຳ​ໝັ້ນ​ສັນຍາ​ລະຫວ່າງ 2 ປະ​ເທດ​ໂດຍ​ໄວ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ສະ​ເໜີ​ໃຫ້ 2 ຝ່າຍ​ຍົກ​ສູງ​ປະສິດທິຜົນ​ການ​ເຄື່ອນ​ໄຫວ​ຂອງ​ຄະ​ນະ​ກຳມະການ​ລະຫວ່າງ​ລັດຖະບານ; ສະ​ເໜີ​ໃຫ້​ຮຸງ​ກາຣີ ສະໜັບສະໜູນການ​​ຊຸກຍູ້​​ເພື່ອ​ສຳ​ເລດ​ການລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ​ຫວຽດນາມ - EU ​​ໂດຍ​ໄວ, ຖ້າສັນຍາ​ດັ່ງກ່າວ​​ໄດ້​ຮັບ​ການ​ລົງ​ນາມຈະ​ຊ່ວຍ​ຍູ້​ແຮງ​ການ​ຮ່ວມ​ມື​ລົງທຶນ, ການ​ຄ້າລະຫວ່າງ​ຫວຽດນາມ -  EU ​ເວົ້າ​ລວມ ​ແລະ 2 ປະ​ເທດ​ເວົ້າ​ສະ​ເພາະ.

        ທ່ານ​ປະທານາທິບໍ​ດີ ຮຸງ​ກາຣີ Ader Janos ​ໃຫ້​ຮູ້​ວ່າ, ຮຸງ​ກາ​ຮີ ​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ການ​ນຳ​ເຂົ້າ​ຜະລິດ​ຕະພັນ​ກະ​ເສດ​ຈາກ​ຫວຽດນາມ; ຮ່ວມ​ມື​ໃນ​ຂົງ​ເຂດ​ທີ່​ມີ​ທ່າ​​ແຮງຂອງ​ປະ​ເທດ​ນີ້​ແມ່ນການ​ຢາ; ປາດ​ຖະໜາ​ຢາກ​ໜູນຊ່ວຍ​ຫວຽດນາມ ​ແລະ ຮ່ວມ​ມື​ກັບ​ຫວຽດນາມ ​ໃນ​ຂົງ​ເຂດ​ຄຸມ​ຄອງ​ແຫຼ່ງນ້ຳ, ​ແກ້​ໄຂ ​ແລະ ສະ​ໜອງ​ນ້ຳ​ສະອາດ… ທ່ານ​ປະທານາທິບໍດີ​ຮຸງ​ກາຣີ ກໍ່​ສະ​ເໜີ​ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ບັນດາ​ນັກ​ຊ່ຽວຊານ​ຫວຽດນາມ ທີ່ພວມ​ບຳລຸງ​ສ້າງ​ໃນ​ຂົງ​ເຂດ​​ໄຟຟ້ານິວ​ເຄຼຍຢູ່​ຮຸງ​ກາຣີ ​ໄດ້​ເຂົ້າ​ຮ່ວມ​ການ​ຄົ້ນຄວ້າ​ຕົວ​ຈິງກ່ຽວ​ກັບວິວັດ​ການ​ສ້າງ​​ໂຄງການ, ລົງທຶນ, ກໍ່ສ້າງ​ໂຮງງານ​ໄຟຟ້າ​ນິວ​ເຄຼຍ​ໃໝ່​ຂອງ​ປະ​ເທດ​ນີ້.

ຂ່າວ/ບົດ​ອື່ນ