ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຢ້ຽມຢາມ ກອງພັນໃຫຍ່ກອງທັບອາກາດ 910

ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຢ້ຽມຢາມ ກອງພັນໃຫຍ່ກອງທັບອາກາດ 910 - ảnh 1
ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຢ້ຽມຢາມ ກອງພັນໃຫຍ່ກອງທັບອາກາດ 910
(ພາບ:VGP/Nhật Bắc)

(vovworld) - ​ເນື່ອງ​ໃນ​ໂອກາດ​​ໄປຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ຟູ໋ອຽນ, ຕອນ​ເຊົ້າ​ວັນ​ທີ 7/4, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ​ໄດ້​ລົງຢ້ຽມຢາມ​ພະນັກງານ, ນັກຮົບ​ກອງພັນ​ໃຫຍ່​ກອງທັບ​ອາກາດ 910. ທ່ານ​ນາຍົກລັດຖະມົນຕີ ​ເນັ້ນໜັກ​ວ່າ: ກຳລັງ​ປະກອບ​ອາວຸດ​ເວົ້າ​ລວມ, ​ເຫຼົ່າ​ທັບ​ປ້ອງ​ກັນ​ອາກາດ, ກອງທັບ​ອາກາດ ​ແລະ ກອງພັນ​ໃຫຍ່​ກອງທັບ​ອາກາດ 910 ​ເວົ້າ​ສະ​ເພາະ ຍາມ​ໃດ​ກໍ່​ຍົກ​ສູງ​ຈິດ​ໃຈ​ລະວັງ​ຕົວ ​ແລະ ກຽ​ມພ້ອມ​ສູ້​ຮົບ​ສູງ, ສືບ​ຕໍ່​ກໍ່ສ້າງ​ກອງທັບ​ອາກາດປະຊາຊົນ ຫວຽດນາມ ​ໃຫ້ໝັ້ນຄົງ​ເຂັ້ມ​ແຂງ​ຢ່າງຮອບດ້ານຕາມ​ທິດ​ປະຕິວັດ, ກຳລັງ​ຫຼວງ​,​ ຍອດ​ຢ້ຽມ, ​ວ່ອງໄວ ​ແລະ ທັນ​ສະ​ໄໝ​, ສຸມ​ໃສ່​ສ້າງ​ບັນດາ​ກົມ​ກອງໝັ້ນຄົງ​ເຂັ້ມ​ແຂງ​ທາງ​ດ້ານ​ການ​ເມືອງ, ​ເປັນ​ພື້ນຖານ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບສັງ​ລວມ ​ແລະ ຄວາມ​ສາມາດ​ກຽມ​ພ້ອມ​ສູ້​ຮົບ. ທ່ານ​ນາ​ຍົກ​ລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຮຽກຮ້ອງ​ໃຫ້ກອງພັນ​ໃຫຍ່​ກອງທັບ​ອາກາດ 910 ສຶກສາ​ພະນັກງານ, ນັກຮົບ​ເປັນ​ປະຈຳ ​ເພື່ອ​ຍົກ​ສູງ​ສະຕິ​ລະວັງຕົວ​ຕໍ່ໜ້າ​ກົນອຸບາຍ, ​ເລ່ຫຼ່ຽມ​ຂອງ​ບັນດາ​ອິດທິກຳລັງ​ທີ່​ເປັນ​ປໍ​ລະ​ປັກ. ກອງພັນ​ໃຫຍ່​ກອງທັບ​ອາກາດ 910 ຄວນ​ຕັ້ງໜ້າ​ຄົ້ນ​ຄ້ວາ, ປ່ຽນ​ໃໝ່​ເນື້ອ​ໃນ, ວິທີ​ຝຶດອົບຮົມ​, ພິ​ເສດ​ແມ່ນ​ເນື້ອ​ໃນ​ລາຍການ​ບຳລຸງ​ສ້າງ​ນັກ​ບິນ, ອັບ​​ເດັດ​ບັນດາ​ຄວາມ​ຮູ້ ​ແລະ ວິທີການ​ທີ່​ທັນ​ສະ​ໄໝ​ຂອງ​ໂລກ ​ແລະ ພາກ​ພື້ນ, ພ້ອມ​ທັງ​ຮັບປະກັນ​ວຽກ​ງານ​ເຕັກນິກ​ການບິນ ​ແລະ ພາລະ​ທິການ​ຮັບ​ໃຊ້​ການ​ຝຶກ​ອົບຮົມ​ເປັນ​ຢ່າງ​ດີ.

        ​ແລະ​ກໍ່​ໃນ​ຕອນ​​ເຊົ້າ​ວັນ​ທີ 7/4, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້ລົງ​ກວດກາ​ຄວາມ​ຄືບ​ໜ້າ​ຂອງ​ໂຄງການ​ກໍ່ສ້າງ​ສະຖານີ​ຮັບ​​ແຂກ​ຂອງ​ສະໜາມ​ບິນ ຕຸຍ​ຮ່ວາ (Tuy Hoa), ​ແຂວງ​ຟູ໋ອຽນ. ຄາດ​ວ່າ​ໂຄງການ​ຈະ​ໄດ້​ຮັບ​ການ​ກໍ່ສ້າງ​ສຳ​ເລັດ​ໃນ​ເດືອນ 8 ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ