ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຢ້ຽມຢາມ ກອງພັນໃຫຍ່ກອງທັບອາກາດ 923

ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຢ້ຽມຢາມ ກອງພັນໃຫຍ່ກອງທັບອາກາດ 923 - ảnh 1

ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຢ້ຽມຢາມ ກອງພັນ​ໃຫຍ່​ທະຫານ​ອາກາດ 923

(ພາບ:thethaovanhoa.vn)

(vovworld) - ຕອນ​ເຊົ້າ​ວັນ​ທີ 26/1, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢູງ ​ໄດ້​ລົງ​ຢ້ຽມຢາມ ​ແລະ ກວດກາ​ວຽກ​ງານ​ຝຶກ​​ແອບ, ການ​ກຽມພ້ອມສູ້​ຮົບ​ຢູ່ ກອງພັນ​ໃຫຍ່ກອງທັບ​ອາກາດ 923, ກອງ​ພົນ 371, ​ເຫຼົ່າ​ທັບປ້ອງ​ກັນ​ອາກາດ​ - ກອງທັບ​ອາກາດ​ຢູ່​ເມືອງ ທໍ້​ຊວນ, ​​ແຂວງ​ແທງ​ຮວາ. ນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ປາດ​ຖະໜາ​ວ່າ: ກອງພັນ​ໃຫຍ່ກອງທັບ​ອາກາດ 923 ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ວິລະ​ຊົນ​ປະຕິວັດ, ຮັບ​​ເອົາ, ກຳ​ແໜ້ນ ​ແລະ ​ເປັນ​ເຈົ້າ​ການ​ນຳ​ໃຊ້ອາວຸດ, ຍຸດທະ​ພັນ​ທີ່ທັນ​ສະ​ໄໝ ຢ່າງ​ວ່ອງ​ໄວ, ປະຕິບັດ​ວຽກ​ງານ​ເວນຍາມ​ປະຈຳການ, ຝຶກ​ແອບ​ໃຫ້​ດີ, ກຽມພ້ອມ​ສູ້ຮົບ.​.​. ປະກອບສ່ວນ​ຍົກ​ສູງ​ກຳລັງ​ປ້ອງ​ກັນ​ຕົນ​ເອງ, ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ປົກ​ປັກ​ຮັກສາ​ເຂດ​ນານ​ຟ້າ​ຂອງ​ປະ​ເທດ​ຊາດ​ໃຫ້​ໝັ້ນ​ຄົງ. ລະອຽດຄື, ກອງພັນ​ໃຫຍ່​ຕ້ອງ​ສືບ​ຕໍ່​ປະຕິບັດ​ໜ້າ​ທີ່​ຕົ້ນ​ຕໍ່​ແມ່ນ​ປະຕິບັດ​ວຽກ​ງານ​ຝຶກ​ແອບ, ຍົກ​ສູງ​ສະຕິ​ລະ​ວັງ​ຕົວ​, ຝຶກ​ຊ້ອມ​ບັນດາ​ກໍລະນີ​ທີ່​ຄ້າຍຄື​ກັບ​ຄວາມ​ຈິງ, ກຽມພ້ອມ​ສູ້​ຮົບ ​ແລະ ​ສາມາດ​ເອົາໄຊຊະນະ​ເມື່ອ​ມີ​ກໍລະ​ນີ​ເກີດ​ຂຶ້ນ, ບໍ່​ປະ​ໃຫ້​ຕົກ​ຢູ່​ທ່າ​ຮັບ​ໃນ​ທຸກໆ​ກໍ​ລະ​ນີ.

        ນອກຈາກ​ນັ້ນ​ແລ້ວ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ປາດ​ຖະໜາວ່າ ກະຊວງ​ປ້ອງ​ກັນປະ​ເທດ ປະຕິບັດ​ວຽກ​ງານ​ພາລະ​ທິການ ກອງທັບ​ໃຫ້​ເປັນ​ຢ່າງ​ດີ, ​ເບິ່ງ​ແຍງ​ດູ​ແລ​ຊີວິດ​ດ້ານ​ວັດຖຸ, ຈິດ​ໃຈ​ເພື່ອ​ແນ​ໃສ່​ຮັບປະກັນ​ໃຫ້​ພະນັກງານ, ນັກຮົບ​ໃນ​ກອງທັບ ອູ່​ນອ່ຽນ​ໃຈ​ປະຕິບັດ​ງານ, ຝຶກ​ແອບ ​ແລະ ສູ້ຮົບ, ປະຕິບັດ​ໜ້າ​ທີ່​​ເຊິ່ງພັກ, ລັດໄດ້​ຮັບ​ມອບໝາຍ​ໃຫ້​ເປັນ​ຢ່າງ​ດີ.

ຂ່າວ/ບົດ​ອື່ນ