ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຢ້ຽມຢາມ ຝຣັ່ງ ຢ່າງເປັນທາງການ

ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຢ້ຽມຢາມ ຝຣັ່ງ ຢ່າງເປັນທາງການ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ມີ​ບົດ​ກ່າວ​ປາ​ໄສ​ສຳຄັນ​ຢູ່ ສະ​ຖາ​ບັນຄົ້ນ​ຄ້ວາ​ພົວພັນ​ສາກົນ ຝຣັ່ງ
(ພາບ: Chinhphu.vn/VGP/Nhật Bắc)

(​vovworld) – ​ໃນ​ຂອບ​​ເຂດ​ການ​ຢ້ຽມຢາມ ສ​. ຝຣັ່ງ ຢ່າງ​ເປັນ​ທາງການ, ຕອນ​ຄຳ່​ວັນ​ທີ 24/9, ຕາມ​ເວລາ ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ໄປ​ຢ້ຽມຢາມ​ສະ​ຖາ​ບັນຄົ້ນ​ຄ້ວາ​ພົວພັນ​ສາກົນ ຝຣັ່ງ ຢູ່​ນະຄອນຫຼວງ ປາຣີ. ນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ມີ​ບົດ​ກ່າວ​ປາ​ໄສ​ສຳຄັນ​ດ້ວຍ​ຫົວ​ຂໍ້​ວ່າ: “ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ຝຣັ່ງ: ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຍຸດ​ທະ​ສາດ​ເພື່ອ​ສັນຕິພາບ, ການ​ຮ່ວມ​ມື ​ແລະ ຄວາມ​ວັດທະນາ​ຖາວອນ”.

ກ່ອນ​ໜ້າ​ນັ້ນ, ​ໃນ​ການ​ຕ້ອນຮັບ​ເລຂາ​ທິການທົ່ວ​ປະ​ເທດ​ພັກ​ກອມ​ມູນິດ ຝຣັ່ງ Pierre Laurent, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຢືນຢັນ​ວ່າ: ຫວຽດນາມ ຖື​ເປັນ​ສຳຄັນ​ການ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ບັນດາ​ພັກ​ກອມ​ມູນິດ ​ແລະ ກຳມະກອນ, ບັນດາ​ພັກ​ຝ່າຍ​ຊ້າຍ, ບັນດາ​ກຳລັງ​ປະຊາທິປະ​ໄຕ, ກ້າວ​ໜ້າ​ໃນ​ໂລກ. ທ່ານ​ເລຂາທິການ Pierre Laurent ສະ​ແດງ​ຄວາມປາດ​ຖະໜາ​ຢາກ​ພັດທະນາ​ການ​ພົວພັນລະຫວ່າງ 2 ພັກ​ຜ່ານ​ການ​ແລກປ່ຽນ​ບັນດາ​ຄະນະ​ຄົ້ນ​ຄ້ວາ, ທັງ​ກ່ຽວ​ກັບ​ດ້ານ​ທິດ​ສະ​ດີ ​ແລະ ພຶດ​ຕິ​ກຳ​ຕົວ​ຈິງ​, ​ແລກປ່ຽນ​ບົດຮຽນ ​ໂດຍ​ສະ​ເພ​າະ​ແມ່ນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ ກໍ່ຄື​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ອື່ນ, ປະກອບສ່ວນ​ຊຸກ​ຍູ້​ການ​ພົວພັນ​ລະຫວ່າງ 2 ລັດ, ປະຊາຊົນ 2 ປະ​ເທດ ຫວຽດນາມ - ຝຣັ່ງ. ທ່ານ​ເລຂາທິການ Pierre Laurent ​ເຊື່ອ​ໝັ້ນ​ວ່າ: ນ້ຳ​ໃຈ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ 2 ພັກ ​ແລະ ປະຊາຊົນ 2 ປະ​ເທດ ຈະ​ພັດທະນາ​ຢ່າງ​ແຮງ ​ແລະ ​ແທດ​ຈິງ​ໃນ​ອະນາຄົດ.

    ກ່າ​ວຄຳ​ເຫັນ​ທີ່​ການ​ຕ້ອນຮັບ​ຄະນະ​ຜູ້​ແທນສະມາຄົມ​ມິດຕະພາບ ຝຣັ່ງ - ຫວຽ​ດນາມ ​ໂດຍ​ທ່ານປະທານ Patrice Jorland ນຳ​ໜ້າ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເນັ້ນ​ໜັກວ່າ: ຫວຽດນາມ ຖື​ສະມາຄົມ​ມິດຕະພາບ ຝຣັ່ງ - ຫວຽດນາມ ​ແມ່ນ​ຊ່ອງ​ແລກປ່ຽນ​ຂໍ້​ມູນ​ຂ່າວ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ ປະຊາຊົນ 2 ປະ​ເທດ, ປັບປຸງ ​ແລະ ພັດທະນາ​ການ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ ​ແລະ ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ - ຝຣັ່ງ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຫວັງ​ວ່າ​: ສະມາຄົມ​ມິດຕະພາບ ຝຣັ່ງ ​- ຫວຽດນາມ ​ແລະ ທ່ານ Patrice Jorland ຈະສືບ​ຕໍ່​ແມ່ນ​ຂົວ​ເຊື່ອມ​ຕໍ່​​ເພື່ອ​ຊ່ວຍ​ໃຫ້​ເພື່ອນ​ມິດ ຝຣັ່ງ​ ​ເວົ້າ​ສະ​ເພາະ ​ແລະ ​ເພື່ອນ​ມິດສາ​ກົນ​ເວົ້າລວມນັບ​ມື້​ນັບ​ເຂົ້າ​ໃຈ ​ແລະ ຮັກ​ແພງ ຫວຽດນາມ ກ່ວາ​ອີກ, ປະກອບສ່ວນ​ຢ່າງແທດ​ຈິງ​ເຂົ້າ​ໃນ​ກາ​ນພັດທະນາ​ການ​ພົວພັນລະຫວ່າງ 2 ປະ​ເທດ ​ແລະ ປະຊາຊົນ ຫວຽດນາມ - ຝຣັ່ງ. ທ່ານ​ປະທານ Patrice Jorland ຢືນຢັນ, ສະມາຄົມ​ມິດຕະພາບ ຝຣັ່ງ - ຫວຽດນາມ ຈະ​ສືບ​ຕໍ່​ແມ່ນ​ຂົວ​ເຊື່ອມ​ຕໍ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ