ນາຍົກລັດຖະມົນຕີ ຫງວຽນເຕີ້ນຢຸງ ລົງກວດກາ 3 ໂຄງການກໍ່ສ້າງຈຸດສຸມ


 ນາຍົກລັດຖະມົນຕີ ຫງວຽນເຕີ້ນຢຸງ ລົງກວດກາ 3 ໂຄງການກໍ່ສ້າງຈຸດສຸມ - ảnh 1

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ລົງ​ກວດ​ກາ 3 ໂຄງ​ການກໍ່​ສ້າງ​ຈຸດ​ສຸມ
ຕອນ​ເຊົ້າ​ວັນ​ທີ 31/12, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ, ທ່ານ​ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ​ຮ່າ​ໂນ້ຍ​ ຝ້າມກວາງ​ງິ ພ້ອມ​ກັບ​ການ​ນຳ​ບາງ​ກະ​ຊວງ, ຂະ​ແໜງ​ການ​ຂັ້ນ​ສູນ​ກາງ ແລະ ນະ​ຄອນ​ຮ່າ​ໂນ​້ຍ​ໄດ້​ລົງ​ໄປ​ກວດ​ກາ​ລະ​ດັບ​ການ​ກະ​ກຽມ​ນຳ​ໂຄງ​ການກໍ່​ສ້າງ ​ຂົວ​ເຍີດ​ເຕີນ, ເສັ້ນ​ທາງ​ເຊ​ື່ອມ​ຕໍ່​ເຍີດ​ເຕີນ​ກັບ​ສະ​ໜາມ​ບິນ​ສາ​ກົນ​ໂນ້ຍ​ບາຍ​ເຂົ້າ​ໃຊ້​ການ, ອາ​ຄານ​ຜູ້​ໂດຍ​ສານ T2 ແລະ​ ກວດ​ກາວຽກ​ງານ​ວາງ​ແຜນ​ກຳ​ນົດ, ກໍ່ສ້າງ​ຢູ່ 2 ຟາກ​ທາງ​ເຍີດ​ເຕິນ-ໂນ້ຍ​ບາຍ. ນີ້​ແມ່ນ 3 ໂຄງ​ການ​ຈຸດ​ສຸມ​ແຫ່ງ​ຊາດ​ຊຶ່ງ​ໄດ້​ຮັບ​ການ​ລົງ​ທຶນ​ດ້ວຍ​ທຶນ ODA ຂອງ​ລັດ​ຖະ​ບານ​ຍີ​ປຸ່ນ ແລະ ທຶນ​ສົມ​ທົບ​ຂອງ​ລັດ​ຖະ​ບານຫວຽດ​​ນາມ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ເນັ້ນ​ໜັກ​ວ່າ ນີ້​ແມ່ນ​ບັນ​ດາ​ກິດ​ຈະ​ກຳ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່ ແລະ ທັນ​ສະ​ໄໝ​ຂອງ​ປະ​ເທດ​ຊາດ, ເປັນຫຼັກ​ຖານ​ເພື້່ອຢັ້ງ​ຢືນ​ແກ່​ການ​ຫັນ​ບາດ​ກ້າວ​ບຸກ​ທະ​ລຸ​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ກໍ່ສ້າງໂຄງ​ປະ​ກອ​ບ​ໂຄງ​ລ່າງ​ທີ່​ທັນ​ສະ​ໄໝ, ຄົບ​ຊຸດ, ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ໃໝ່​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ