ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ສິ້ນສຸດການຢ້ຽມຢາມ ລັດເຊຍ ແລະ ເບລາຣຸດ ຢ່າງເປັນທາງການ

ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ສິ້ນສຸດການຢ້ຽມຢາມ ລັດເຊຍ ແລະ ເບລາຣຸດ ຢ່າງເປັນທາງການ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ
ພົບປະກັບທ່ານ​ນາຍົກລັດຖະມົນຕີ M. Myasnikovich
(ພາບ: chinhphu.vn)


(vovworld) -   ຕອນ​ເຊົ້າ​ວັນ​ທີ 18/05, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ແລະ ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ເດີນທາງ​ກັບ​ເມື່ອປະ​ເທ​ດ, ສິ້ນ​ສຸ​ດການ​ຢ້ຽມຢາມ​ ສະຫະພັນ​ລັດ​ເຊ​ຍ ​ແລະ ສ.​ເບ​ລາຣຸດ ເປັນ​ທາງການຢ່າງ​ຈົບງາມ. ການ​ໄປ​ປະຕິບັດ​ງານ​ຕ່າງປະ​ເທດຄັ້ງ​ນີ້​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ບໍ່​ພຽງ​ແຕ່​ປະກອບສ່ວນ​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ປັບປຸງ​ການ​ພົວພັນ​ດ້ານ​ການ​ເມືອງ, ທີ່​ໄວ້​ເນື້ອ​ເຊື່ອ​ໃຈຢ່າງໝັ້ນຄົງ​ກັບ​ບັນດາ​ການ​ນຳ​ລັດ​ເຊຍ ​ແລະ ​ເບລາຣຸດ ​ເທົ່າ​ນັ້ນ, ຫາກ​ຍັງ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ທີ່​ມີ​ຄວາມ​ສາມາດ​ບົມຊ້ອນ​ກັບ​ເບ​ລາຣຸດ ອີກ​ດ້ວຍ; ປະຕິບັດ​ການ​ຫັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຮອບດ້ານ​ລະຫວ່າງ​ຫວຽດນາມ - ສະຫະພັນ​ລັດ​ເຊຍ ​ເປັນ​ລະອຽດ ດ້ວຍ​ບັນດາ​​ໂຄງການ​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່ໄດ້​ຮັບ​ການ​ຊຸກຍູ້ ​ແລະ ​ເລີ່​ມ​ເຄື່ອນ​ໄຫວ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ພະລັງງານ, ​ໄຟຟ້າ​ນິວ​ເຄຼຍ, ນ້ຳມັນ​ອາຍ​ແກັດ ​ແລະ ​ເຕັກນິກ​ການ​ທະຫານ.

        ​ແລະ​ກໍ​ໃນ​ການ​ໄປ​ປະຕິບັດ​ງານຕ່າງປະ​ເທດ​​ຄັ້ງ​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ພ້ອມ​ກັບ​ທ່ານ​ປະທານາທິບໍດີ​ລັດ​ເຊຍ Putin, ທ່ານ​ປະທານາທິບໍດີ​ເບ​ລາຣຸດ Lukashenko, ທ່ານ​ນາຍົກລັດຖະມົນຕີລັດ​ເຊຍ Medvedev, ທ່ານ​ນາຍົກລັດຖະມົນຕີ ເບ​ລາຣຸດ Myasnikovick ​ໄດ້​ເຫັນດີ​ເປັນ​ຢ່າງ​ສຸງກ່ຽວ​ກັບ​ຂັ້ນ​ຕອນ 2 ປີ​ແຫ່ງ​ການ​ສິ້ນສຸດ​ການ​ເຈລະ​ຈາ​ສັນຍາ​ການ​ຄ້າ​ເສລີ FTA ລະຫວ່າງ​ ຫວຽດນາມ ກັບ​ພັນທະ​ມິດ​ພາສີ ລັດ​ເຊຍ - ​ເບ​ລາຣຸດ - ກາ​ຊັກສຖານ. ​ຖື​ວ່າ​ນີ້ແມ່ນ​ພື້ນຖານ​ເພື່ອ​ເປີດ​ກວ້າງ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ​ແລກປ່ຽໜດ້ານ​ການ​ຄ້າ ​ແລະ ການ​ຮ່ວມ​ມື​ລົງທຶນ​ລະຫວ່າງ​ຫວຽດນາມ ກັບ​ບັນດາ​ປະ​ເທດ​ໃນ​ພັນທະ​ມິດ ​ແລະ ກົງກັນຂ້າມ.

 

ຂ່າວ/ບົດ​ອື່ນ