ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ GMS 5

ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ GMS 5 - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ສິ້ນສຸດ
ການເຂົ້າຮ່ວມກອງປະຊຸມສຸດຍອດ GMS 5
(ພາບ: VGP)


(vovworld) – ຕອນ​ຄໍ່າ​ວັນ​ທີ 20/12, ທ່າ​ນນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​​ເດີນທາງ​ກັບ​ເມືອ​ຮອດ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຮ່ວມ​ມື​ເຂດອ​ະ​ນຸ​ພາກ​ພື້ນແມ່ນ້ຳຂອງເປີດ​ກ້​ວາງ​ຄັ້ງ​ທີ 5 (GMS 5). ກອງ​ປະຊຸມ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ​ບັນດາ​ປະ​ເທດ ກຳປູ​ເຈຍ, ລາວ, ມຽນມາ, ​ໄທ, ຈີນ, ຫວຽດນາມ ​ແລະ ປະທານ​ທະນາຄານ​ພັດທະນາ​ອາຊີ (ADB).

        ກອງ​ປະຊຸມ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ, ​ໃນ​ນັ້ນ​ຢືນຢັນ​ສືບ​ຕໍ່​ມານະ​ພະຍາຍາມ​ລວມ​ເພື່ອ​ຫັນປ່ຽນ​ບັນດາ​​ແລວ​​ຄົມມະນາຄົມ GMS ​ໃຫ້​ກາ​ຍ​ເປັນ​​ແລວ​ເສດຖະກິດ. ບັນດາ​ປະ​ເທດ​ສະມາຊິກ​ໃຫ້​ຄຳ​ໝັ້ນ​ສັນຍາ​ຍູ​ບ​ເລິກ​ຮົ້ວ​ກີດຂວາງ​ດ້ານ​ລະບຽບການສຳລັບ​ການ​ເຊື່ອມ​ຕໍ່​ຜ່ານ​ຊາຍ​ແດນ. ຕາມ​ນັ້ນ​ແລ້ວ, ສ້າງ​​ໂຄູງການ​ກະທຳ​ສ້າງ​ຄວາມ​ສະດວກ​ດ້ານ​ຄົມມະນາຄົມ ​ແລະ ການ​ຄ້າ (TTF) ຢ່າງ​ຈະ​ແຈ້ງ, ຮອບດ້ານ ລວມທັງ​ທຸກໆ​ບັນຫາ​ທີ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ຂົນ​ສົ່ງ​ຜ່ານ​ຊາຍ​ແດນ​ຂອງ​ບັນດາ​ພາຫະນະ​ຂົນ​ສົ່ງ, ສິນຄ້າ, ມະນຸດ ​ແລະ ສົມທົບ​ກັນ​ຜັນ​ຂະຫຍາຍ​ໂຄງການ​ດັ່ງກ່າວ​ຢ່າງ​ມີ​ປະສິດທິ​ຜົນ. ລັດຖະບານ​ບັນດາ​ປະ​ເທດ GMS ຮັບປະກັນ​​ໃຫ້​ບັນດາ​ຂໍ້​ລິ​ເລີ່​ມພາກ​ພື້ນ​ກ່ຽວ​ກັບ​ດ້ານ​ເສດຖະກິ​ດພາກ​ເອກະ​ຊົນສຳ​ເລັດ, ພິ​ເສດ​ສຸມ​ໃສ່​ເຂົ້າ​ໃນ​ການ​ຊຸກຍູ້​ການ​ແກ່ງ​ແຍ້​ງ​ເຂດ​ອະນຸ​ພາກ​ພື້ນ. ​​ໃນ​ສະພາບ​ມະນຸດ​ຖືກ​ຜົນ​ເສຍ​ຫາຍ​ຢ່າງ​ງ່າຍ ຍ້ອນ​ການ​ກະທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ບັນດາ​ປະ​ເທດ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​​ມານະ​ພະຍາຍາມ​ເພື່ອ​ແນ​ໃສ່​ສ້າງ ​ແລະ ປະຕິບັດ​ບັນດາ​ມາດ​ຕະການ​ຫຼຸດຜ່ອນ​ຄວາມ​ສ່ຽງກໍ່​ຄືຜົນ​ກະທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ​ໄພພິບັດ​ທຳ​ມະ​ຊາດ​ອື່ນ, ຊຸກຍູ້​ການ​ພັດທະນາ​​ແບບ​ຍື່ນ​ຍົງ, ​ໃນ​ນັ້ນ​ມີ​ການ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ບັນດາ​ແຫຼ່ງຊັບພະຍາກອນ​ມະນຸດ​ຢ່າງ​ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ