ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຂົ້າຮ່ວມກອງປະຊຸມຜັນຂະຫຍາຍຂະແໜງທະນາຄານ

ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຂົ້າຮ່ວມກອງປະຊຸມຜັນຂະຫຍາຍຂະແໜງທະນາຄານ - ảnh 1
ກອງ​ປະຊຸມ​ຜັນ​ຂະຫຍາຍ​ໜ້າ​ທີ່​ປີ 2013 ຂອງ​ຂະ​ແໜງ​ທະນາຄານ
(ພາບ: nguyentandung.org)

(vovworld) -     ຕອນ​ເຊົ້າ​ວັນ​ທີ 09/01, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ເຂົ້າ​ຮ່ວມ ​ແລະ ກ່າວ​ປາ​ໄສ​ຊີ້​ນຳ​ກອງ​ປະຊຸມ​ຜັນ​ຂະຫຍາຍ​ໜ້າ​ທີ່​ປີ 2013 ຂອງ​ຂະ​ແໜງ​ທະນາຄານ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​ວ່າ ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ສຳຄັນ​ຂອງ​ຂະ​ແໜງ​ທະນາຄານ​ແມ່ນ​ສຸມ​ໃສ່​ປະຕິບັດ​ຄາດໝາຍ​ຄວບ​ຄຸມ​ໄພ​ເງິນ​ເຟີ້​ຕໍ່າ​ກວ່າ​ປີ 2012 ໃຫ້​ໄດ້. ພ້ອມ​ກັບ​ການບໍລິຫານ​ດອກ​ເບ້ຍ ​ແລະ ​ສິນ​ເຊື່ອ​ໃຫ້​ເໝາະ​ສົມ​ກັບ​ການ​ຜັນ​ແປ​ຂອງ​ເສດຖະກິດ​ມະຫາ​ພາກ ​ແລະ ຄາດໝາຍ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ສ້າງ​ເງື່ອນ​ໄຂ​ໜູນ​ຊ່ວຍ​ວິ​ສາ​ຫະກິດ​ກູ້​ຢືມ​ທຶນ, ໜູນ​ຊ່ວຍ​ການ​ເຕີບ​ໂຕ​ເສດຖະກິດ, ທ່ານ​ນາຍົກລັດຖະມົນຕີ ຮຽກຮ້ອງ​ໃຫ້​ທະນາຄານ​ແຫ່ງ​ລັດ ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການຢ່າງ​ຄົບ​ຊຸດ ​​ເພື່ອ​ຮັບປະກັນ​ການ​ຊ້ຳ​ລະ​ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ລະບົບ​ບັນດາ​ອົງການ​ສິນ​ເຊື່ອ ​ແລະ ພື້ນຖານ​ເສດຖະກິດ; ສຸມ​ແຫຼ່ງທຶນ​ໃຫ້​ແກ່​ບັນດາ​ຂົງ​ເຂດ​ບຸລິມະສິດ​ຄື; ກະສິກຳ, ຊົນນະບົດ, ຂາ​ອອກ, ອຸດສາຫະກຳ​ສຳຮອງ, ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ... ທ່ານ​ນາຍົກລັດຖະມົນຕີກໍ​ຮຽກຮ້ອງ​ໃຫ້​ທະນາຄານ​ແຫ່ງ​ລັດ​ສືບ​ຕໍ່​ສົມ​ທັບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ມີ​ມາດ​ຕະການ​ຕ່າງໆ​ໜູນ​ຊ່ວຍ​ໃຫ້​ແກ່​ບັນດາ​ຂະ​ແໜງ​ການ, ຂົງ​ເຂດ​ຜະລິດ​ດຳ​ເນີນ​ທຸລະ​ກິດ​. ບໍລິຫານ​ອັດຕາ​​ແລກປ່ຽນ ​ແລະ ຕະຫຼາດ​ເງິນຕາ​ຕ່າງປະ​ເທດຢ່າງ​ແໜ້ນ​ແຟ້ນ, ຮັບປະກັນ​ມູນ​ຄ່າ​ຂອງສະກຸນ​ເງິນ​ດົງ; ຄຸ້ມ​ຄອງ​ຕະຫຼາດ​ເງິນ​ຄຳ​ຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ເຂົ້າ​​ໃນຄາດໝາຍ​ຮັກສາ​ເສດຖະກິດ​ມະ​ຫາ​ພາກ​ເປັນ​ປົກກະຕິ. ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ​ເນັ້ນ​ໜັກ​ວ່າ:

”ປະຕິບັດ​ບົດບາດ​ໜ້າ​ທີ່​ຂອງ​ທະນາຄານ​ແຫ່ງ​ລັດໃຫ້​ດີກ​ວ່າ, ໝາຍ​ຄວາມ​ວ່າການ​ຄຸ້ມ​ຄອງ​ລັດ​ໄດ້​ດີກ​ວ່າ, ບົດບາດ​ໜ້າ​ທີ່​ຂອງ​ທະນາຄານ​ສູນ​ກາງ​ແມ່ນ​ບໍລິຫານ​ນະ​ໂຍບາຍ​ເງິນຕາ. ​​ໂດຍແມ່ນ​ທະນາຄານ​ແມ່​, ກ່ອນ​ອື່ນ​ໝົດ​ແມ່ນ​ຕ້ອງ​ປະຕິບັດ​ການ​ບໍລິຫານ​ນະ​ໂຍບາຍ​ເງິນຕາ​ໃຫ້​ດີກ​ວ່າ, ມີ​ປະສິດທິ​ຜົນ​ກວ່າ ​ແລະ ໝັ້ນຄົງ​ກວ່າ​ອີກ. ​ແຕ່​ສິ່ງ​ສຳຄັນ​ແມ່ນ​​ບໍ​ລິ​ຫານນະ​ໂຍບາຍ​ເງິນຕາ​ຢ່າງ​ມີ​ໄຫວ​ພິບ​ກວ່າ, ມີ​ປະສິດທິ​ຜົນ​ກວ່າ, ​ໄກ້​ສິດ​ກັບ​ຊີວິດ​ກວ່າ ​ເພື່ອ​ຄວບ​ຄຸມ​ໄພ​ເງິນ​ເຟີ້​ໃຫ້​ຢູ່​ໃນ​ລະດັບຕຳ່​ກວ່າ​ປີ 2012. ນີ້​ແມ່ນ​ຄວາມ​ຕັດສິນ​ໃຈ​ຂອງ​ພັກ, ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ”.

ຂ່າວ/ບົດ​ອື່ນ