ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງສະໜາມບິນສາກົນ ກາດບີ


ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງສະໜາມບິນສາກົນ ກາດບີ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ກ່າວຄຳເຫັນນະພິທີ
(ພາບ: Chinhphu.vn)

(vovworld) – ຕອນ​ເຊົ້າ​ວັນ​ທີ 19/3, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ​ໄດ້​ເຂົ້າ​ຮ່ວມ​ພິທີ​ເລີ່​ມລົງມື​ກໍ່ສ້າງ​ໂຄງການ​ເປີດ​ກ້ວາງ​ສະໜາມ​ບິນ​ສາກົນ ກາດ​ບີ, ນະຄອນ ຫາຍ​ຟ່ອງ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເນັ້ນ​ໜັກ​ວ່າ​: ນີ້​ແມ່ນ​ໂຄງການ​ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ນະຄອນ ຫາຍ​ຟ່ອງ ​ເວົ້າ​ສະ​ເພາະ ກໍ່​ຄື​ຂອງ​ເຂດ​ເສດຖະກິດ ຈຸດ​ສຸມ​ພາກ​ເໜືອ ​ແລະ ທັງ​ປະ​ເທດ​ເວົ້າ​ລວມ. ທ່ານ​ນາຍົກລັດຖະມົນຕີ ຮຽກຮ້ອງ​ໃຫ້​ນະຄອນ ຫາຍ​ຟ່ອງ ​ແລະ ບັນດາ​ນັກ​ປະ​ມຸນ, ​ໃຫ້​ຄຳ​ປຶກສາ, ຫົວໜ່ວຍ​ປະຕິບັດ ຕ້ອງ​ມີ​ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ເປັນ​ເຈົ້າ​ການ, ​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງຍາກ, ສິ່ງ​ຄົງ​ຄ້າງ​ໃນ​ວິວັດ​ການ​ປະຕິບັດ​ໂຄງການ​ຢ່າງ​ທັນ​ການ, ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນ​ຍາ​, ບັນດາ​ຂໍ້​ກຳນົດ, ກົດໝາຍ​ຂອງ​ລັດ​ກ່ຽວ​ກັບ​ການ​ລົງທຶນ​ກໍ່ສ້າງຢ່າງ​ຖືກ​ຕ້ອງ, ຮັບປະກັນ​ຄຸນ​ນະພາ​ບ, ຖືກ​ກັບ​ຄວາມ​ຄືບ​ໜ້າ​ທີ່ໄດ້​ວາງ​ອອກ. ​ໂຄງການ​ລົງທຶນ​ກໍ່ສ້າງ​ເປີດ​ກ້ວາງ​ ສະໜາມ​ບິນ​ສາກົນ ກາດ​ບີ ມີ​ຍອດ​ເງິນ​ລົງທຶນ​ກ່ວາ 3.660 ຕື້​ດົ່ງ, ​ເວລາ​ປະຕິບັດ​​ໂຄງການ 2013 – 2015. ນີ້​ແມ່ນ​ສະໜາມ​ບິນ​ທີ່ມີ​ຂະໜາດ​ໃຫຍ່, ຕາມ​ມາດຕະຖານ​ສະໜາມ​ບິນ​ທັນ​ສະ​ໄໝ, ​ແມ່ນ​ສະໜາມ​ບິນກະ​ກຽມຢ່າງ​ຄົບ​ຖ້ວນ​ໃຫ້​​ແກ່ສະໜາມ​ບິນ​ສາກົນ ​ໂນ້ຍບ່າຍ. ຕາມ​ແຜນກຳນົດ​ແລ້ວ, ຮອດ​ປີ 2015, ສະໜາມ​ບິນ​ສາກົນ ກາດ​ບີ ຈະ​ສາມາດ​ຕ້ອນຮັບ​ແຂກ​ໄດ້ 2 ລ້ານ​ເທື່ອ​ຄົນ/ ປີ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ໄປ​ຢ້ຽມຢາມ ບໍລິສັດ​ຫຸ້ນ​ສ່ວນ​ຕໍ່​ກຳ​່​ປັ່ນ ຊົງ​ເກີ​ມ (Song Cam) (ທີ່​ຂຶ້ນ​ກັບ​ກຸ່ມ​ບໍລິສັດ​ອຸດສາຫະກຳ ກຳ່​ປັ່ນ - Vinashin) ຢູ່​ເມືອງ ຮົ່ງບາງ, ນະຄອນ ຫາຍ​ຟ່ອງ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເນັ້ນ​ໜັກ​ວ່າ: ຍາມ​ໃດ ພັກ,​ ລັດ ຫວຽດນາມ ກໍ່​ເອົາ​ໃຈ​ໃສ່​ລົງທຶນ​ເຂົ້າ​ບັນດາ​ຂະ​ແໜງ​ເສດຖະກິດ​ທະ​​ເລ, ​ໃນ​ນັ້ນ​ມີ​ຂະ​ແໜງ​ຕໍ່​ກຳ່​ປັ່ນ. ພັດທະນາ​ຂະ​ແໜງ​ຕໍ່​ກຳ່​ປັ່ນ​ທັງ​ເພື່ອ​ພັດທະນາ​ເສດຖະກິດ, ທັງ​ຮັບປະກັນ​ປ້ອງ​ກັນຊາ​ດປ້ອງ​ກັນຄວາມ​ສະຫງົບ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​​ໃສ່​ໃຈ​ວ່າ​ທາງ​ບໍລິສັດ​ຄວນ​ປັບປຸງ​ພື້ນຖານ​ໂຄງ​ລ່າງ​ວັດ​ຖຸ, ​ເຕັກນິກ​ທີ່​ມີ​ຢູ່​ແລ​້ວ, ຍູ້​ແຮງການ​ບໍລິການ​ສ້ອມ​ແປງກຳ່​ປັ່ນ, ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ຂະ​ແໜງ​ກຳ່​ປັ່ນ​ປະ​ເທດ​ເຮົາ​ໃຫ້​ດີທີ່​ສຸດ, ມີ​ຂັ້ນ​ຕອນ​ປ່ຽນ​ໃໝ່​ເຕັກ​ໂນ​ໂລ​ຢີ​​ເທື່ອ​ລະ​ກ້າວ, ສຳ​ພັດ​ເຕັກ​ໂນ​ໂລຢີກ້າວໜ້າ​ໃນ​ການ​ເຄື່ອນ​ໄຫວ​ຕໍ່​ກຳ​ປ່ັນ​ໃໝ່ ​ແລະ ສ້ອມ​ແປງ ກຳ່​ປັ່ນ.

ໂອກາດນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ພົບ​ປະ​ກັບ​ຜູ້​ຕາງ​ໜ້າສະມາຄົມໝູນ​ເຊື້ອ​ນັກຮົບ ດ້ຽນບຽນ​ຝູ ນະຄອນ ຫາຍ​ຟ່ອງ. ນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຢັ້ງຢືນ​ວ່າ: ພັກ, ລັດ ສືບ​ຕໍ​ເອົາ​ໃຈ​ໃສ່ ​ແລະ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ຍົກ​ສູງ​ຊີວິດ​ທາງ​ດ້ານ​ວັດຖຸ, ຈິດ​ໃຈ​ຂອງ​ບັນດາ​ຄອບຄົວ​ນອນ​ໃນ​ເປົ້າ​ໝາຍ​ນະ​ໂຍບາຍ, ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ປະ​ເທດ​ຊາດ​ເວົ້າລວມ ​ແລະ ນະຄອນ ຫາຍ​ຟ່ອງ ​ເວົ້າ​ສະ​ເພາະ. ທ່ານ​ນາຍົກລັດຖະມົນຕີ ສະ​ເໜີ​ໃຫ້​ນະຄອນ ຫາຍ​ຟ່ອງ ຄວນ​ສືບ​ຕໍ່​ເອົາ​ໃຈ​ໃສ່, ຊຸກ​ຍູ້​ບັນດາ​ການ​ເຄື່ອນ​ໄຫວ​ສັງຄົມ, ຕອບ​ບຸນ​ແທນ​ຄຸນ, ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ​ກິ​ປາ​ຄິດ​ຮອດ​ຄຸນ​ນ້ຳກ່ວາ​ອີກ, ​ເພື່ອ​ໃຫ້​ວຽກ​ງານ​ເບິ່ງ​ແຍງ​ດູ​ແລ, ຕອບ​ບຸນ​ແທນ​ຄຸນ​ຜູ້​ມີ​ຄຸນງາມຄວາມດີ​ນັບ​ມື້​ນັບ​ດີ​ກ່ວາ​ອີກ, ສ້າງ​ເງື່ອນ​ໄຂ​ອວຍ​ນວຍ​ຄວາມ​ສະດວກ​ກ່ວາ​ອີກ ​ເພື່ອ​ໃຫ​້ສະມາຄົມ​ນັກຮົບ ດ້ຽນບຽນ​ຝູ ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ.

 

ຂ່າວ/ບົດ​ອື່ນ