ນາຍົກລັດຖະມົນຕີ ຫງວຽນເຕິີນຢຸງ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງຮາກຖານທີ່ 2 ຂອງໂຮງໝໍ ແບກມາຍ ແລະ ຫວຽດດຶກ

ນາຍົກລັດຖະມົນຕີ ຫງວຽນເຕິີນຢຸງ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງຮາກຖານທີ່ 2 ຂອງໂຮງໝໍ ແບກມາຍ ແລະ ຫວຽດດຶກ - ảnh 1
ນາຍົກລັດຖະມົນຕີ ຫງວຽນ​ເຕິີນຢຸງ ​ເຂົ້າ​ຮ່ວມ​ພິທີ​ເລີ່​ມລົງມື​
ກໍ່ສ້າງ​ຮາ​ກຖານ​ທີ່ 2 ຂອງ​ໂຮງ​ໝໍ ​ແບກ​ມາຍ ​ແລະ ຫວຽດດຶກ
(ພາບ: chinhphu.vn)


(vovworld) – ຕອນ​ເຊົ້າວັນ​ທີ 13/12, ຢູ່​ນະ​ຄອນ ຟູ​ລິ໋, ກະຊວງ​ສາທາລະນະ​ສຸກຫວຽດນາມ ​ແລະ ຄະນະ​ກຳມະການ​ປະຊາຊົນ​ແຂວງ​ຮ່າ​ນາມ ​ໄດ້​ຈັດ​ພິທີ​ເປີດໂຄງການກໍ່ສ້າງ​​​ຮາ​ກຖານ​ທີ່ 2 ຂອງ​ໂຮງ​ໝໍ ​ແບກ​ມາຍ ​ແລະ ​ໂຮງ​ໝໍ​ມິດຕະພາບຫວຽດດຶກ. ກ່າວ​ຄຳ​ເຫັນ​ທີ່​ພິທີ​, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ຖື​ວ່າ, ​ເລື່ອງ​ເລີ່​ມລົງມື​ກໍ່ສ້າງ​ໃໝ່ດັ່ງກ່າວ ຈະ​ຕອບ​ສະ​ນອງ​ຄວາມ​ຕ້ອງການ​ທີ່​ນັບ​ມື້ນັບ​ຫຼາຍ​ຂອງ​ປະຊາຊົນ​ໃນ​ການ​ເບິງ​ແຍງ, ຮັກສາ​ສຸຂະພາບ; ພ້ອມ​ທັງ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​​ແກ້​ໄຂ​ສະພາບ​ຮັບ​ຄົນ​ເຂັບເກີດ​ຂອບ​ເຂດ​ຢູ່​ໂຮງໝໍ​ຂັ້ນ​​ແຂວງ, ນະຄອນ ​ແລະ ສູນ​ກາງ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຮຽກຮ້ອງ​ວ່າ, ນອກຈາກ​ໜ້າ​ທີ່​ກວດ, ປິ່ນປົວ​ພະຍາດ​ໃຫ້​ປະຊາຊົນ​ແລ້ວ, 2 ​ໂຮງ​ໝໍດັ່ງກ່າວ ຕ້ອງ​ກາຍ​ເປັນ​ສູນ​ມອບ​ໂອນ​ເຕັກ​ໂນ​ໂລ​ຊີ​ໃຫ້​ຂັ້ນ​ຮາກ​ຖານ​ອີກ​ດ້ວຍ ​ເພື່ອ​ໃຫ້​ບັນດາ​ທ່ານ​ໝໍ​ລ້ວນ​ແຕ່​ມີ​ລະດັບ​ຄວາມ​ຮູ້​ກວດ, ປິ່ນປົວ​ພະຍາດ​ໃຫ້​ນັບ​ມື້​ນັບ​ສູງ.

        ຮາກ​ຖານ​ທີ່ 2 ຂອງ 2 ​ໂຮງໝໍ​ດັ່ງກ່າວ ລ້ວນ​ແຕ່ປະກອບ​ດ້ວຍ 1000 ຕຽງນອນ​ຄົນ​ເຈັບ. ດ້ວຍ​ຍອດ​ເງິນ​ລົງທຶນ​ຂອງ​ໂຮງໝໍແຕ່ລະ​ແຫ່ງ​​ແມ່ນ 5000 ຕື້​ດົງ. ຄາດ​ວ່າ, ຈະ​ກໍ່ສ້າງ​ສຳ​ເລັດ​ໃນ​ເດືອນ 12/2017.

ຂ່າວ/ບົດ​ອື່ນ