ນາຍົກລັດຖະມົນຕີ ຫງວຽນເຕີ້ນຢຸງ ເປັນປະທານກອງປະຊຸມປະຈຳເດືອນ 5 ຂອງລັດຖະບານ.

ນາຍົກລັດຖະມົນຕີ ຫງວຽນເຕີ້ນຢຸງ ເປັນປະທານກອງປະຊຸມປະຈຳເດືອນ 5 ຂອງລັດຖະບານ. - ảnh 1
ທ່ານນາຍົກ ລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ໄດ້ເປັນ ປະທານກອງປະຊຸມສະໄໝ ສາມັນປະຈຳ​ເດືອນ 5 ຂອງລັດຖະບານ
(ພາບ:http://baodientu.chinhphu.vn/)

(vovworld)- ວັນທີ 29/5, ຢູ່ສຳນັກງານລັດຖະບານທີ່ຮ່າໂນ້ຍ, ທ່ານນາຍົກ ລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ໄດ້ເປັນປະທານກອງປະຊຸມສະໄໝ ສາມັນປະຈຳ​ເດືອນ 5 ​ແນ​ໃສ່​ຕີ​ລາຄາ​ສະພາບ​ການ​ເສດຖະກິດ​ສັງຄົມ ກໍ​ຄື​ປຶກສາ​ຫາລື​ຫຼາຍ​ບັນຫາ​າທີ່​ສຳຄັນ​ຊຶ່ງ​ກ່ຽວຂ້ອງ​ເຖິງ​ການ​ກະທົບຈາກ​ສະພາບ​ການ​ຢູ່​ຕາ​ເວັນ​ອອກ; ນະ​ໂຍບາຍ ​ແລະ ວິທີ​ການ​ແກ້​ໄຂ​ພັດທະນາ​ຂະ​ແໜງ​ສິນ​ໃນ​ນ້ຳ​ເຖິງ​ປີ 2020 ​ແລະ ​ໂຄງການ​ດຳ​ເນີນ​ງານ​ຂອງ​ລັດຖະບານ​ຜັນ​ຂະຫຍາຍ​ການ​ປ່ຽນ​ແປງ​​ໃໝ່​ການ​ສຶກສາ ​ແລະ ບຳລຸງ​ສ້າງໂດຍ​ພື້ນຖານ ​ແລະ ຮອບດ້ານ. ບັນດາ​ສະມາຊິກ​ລັດຖະບານ​ໄດ້​ເຫັນ​ດີ​ກັບ​ການ​ຕີ​ລາຄາວ່າ :  ສະພາບ​ການ​ເສດຖະກິດ​ສັງຄົມ​ໃນ​ເດືອນ 5 ​ແລະ ​ໄລຍະ 5 ​ເດືອນຕົ້ນ​ປີ​ນີ້​ສືບ​ຕໍ່​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ​້າ, ຖືກ​ທິດ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ດັດຊະນີ​ຮັບປະກັນ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ. ​ແຕ່​ການ​ເຄື່ອນ​ໄຫວ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ຂອງ​ບັນດາ​ວິ​ສາ​ຫະກິດ​ຍັງ​ຄົງ​ປະ​ສັບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ຈຳນວນ​ວິ​ສາ​ຫະກິດຢຸດ​ເຄື່ອນ​ໄຫວ ​ແລະ ຍຸບ​ເລີກ​ຍັງ​ຫຼາຍ​ຢູ່. ຢູ່​ບາງ​ທ້ອງ​ຖິ່ນ​ໄດ້​ປະກົດ​ມີ​ການ​ແຫ່​ຂະ​ບວນປະ​ທ້ວງ​ທີ່​ດຳ​ເນີນ​ເອງ​ເພື່ອ​ຄັດຄ້ານ​ຈີນ​ລ່ວງ​ລ້ຳ​ອະທິປະ​ໄຕ​ຂອງ​ຫວຽດນາມ, ​ໃນ​ນັ້ນ​ມີ​ບາງ​ຄົນ​ໄດ້​ຖືກ​ ປຸກ​ປັນຍຸຍົງ​ ມີ​ການ​ກະທຳ​ຜິດ​ກົດໝາຍ, ທຳລາຍ​ຊັບ​ສິນ​ຂອງ​ວິ​ສາ​ຫະກິດ, ​ໃນ​ນັ້ນ​ມີ​ທັງ​ວິ​ສາ​ຫະກິດ​ລົງທຶນ​ຂອງ​ຕ່າງປະ​ເທດ, ອັນ​ໄດ້​ສົງ່ຜົນ​ສະທ້ອນ​ເຖິງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ. ລັດຖະບານ ​ແລະ ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຈຳນວນໜຶ່ງ​ທີ່​ເກີດ​ການ​ແຫ່​ຂະ​ບວນປະ​ທ້ວງ ​ແລະ ບັນດາ​ພາກສ່ວນ​ໄດ້​ຊີ​້ນຳ, ສະກັ້ດ​ກັ້ນ​ຢ່າງ​ທັນ​ການ, ນຳ​ສະພາບ​ການ​ກັບ​ຄືນ​ສູ່​ປົກກະຕິ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ຊີ້​ແຈ້ງ​ເຖິງ​ທັດສະນະ​ຍຶດໝັ້ນ​ຕໍ່ສູ້ ​ເດັດ​ດຽວ​ປົກ​ປັກ​ຮັກສາ​ອະທິປະ​ໄຕຂອງ​ປະ​ເທດ​ຊາດ​ດ້ວຍ​ມາດ​ຕະການ​ໂດຍ​ສັນຕິ​ວິທີ, ​ເດັດ​ດຽວ​ຮຽກຮ້ອງ​ຈີນ​ຖອນ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ອອກ​ຈາກ​ເຂດ​ຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ, ພ້ອມ​ກັນ​ນັ້ນ, ກໍ​ຮັກສາ​ການ​ພົວພັນ​ດ້ານ​ການ​ເມືອງ, ​ເສດຖະກິດ​ເປັນ​ປົກກະຕິ​ກັບ​ຈີນ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງຊີ້​ແຈ້ງວ່າ :

   “ ​ໃນ​ສະພາບ​ການ​ຫັນ​ເປັນ​ໂລກາ​ພິວັດ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ນັບ​ມື້​ນັບ​ເລິກ​ເຊິ່ງກ້ວາງ​ຂວາງ, ທັງ​ໂລກ​ນີ້​ແມ່ນ​ພື້ນຖານ​ເສດຖະກິດ, ​ແມ່ນ​ຕະຫຼາດໜຶ່ງ, ຈີນ​ກໍ​ແມ່ນ​ສະມາຊິກ​ຂອງ WTO, ຫວຽດນາມ​ກໍ​ແມ່ນ​ສະມາຊິກ​ຂອງ WTO, ຫວຽດນາມ ​ແລະ ຈີນ​ມີ​ສັນຍາ​ຮ່ວມ​, ນັ້ນແມ່ນ​ສັນຍາ​ການ​ຄ້າ​ເສລີອາ​ຊຽນ-ຈີນ, ຍິ່ງ​ໄປ​ກ່ວາ​ນັ້ນ, ຈີນ​ແມ່ນ​ພື້ນຖານ​ເສດຖະກິດ​ໃຫຍ່​ອັນ​ດັບ 2 ​ໃນ​ໂລກ, ຫວຽດນາມ​ແມ່ນ​ປະ​ເທ​ດບ້ານ​ໃກ້​ເຮືອນ​ຄຽງ...​ໃນ​ສະພາບ​ການ​ນີ້, ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ຈີນ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ ​ແມ່ນ​ຈຳ​ເປັນ, ​ແມ່ນ​ພາວະ​ວິ​ໄສ ​ແມ່ນ​ສິ່ງ​ທົ່ວ​ໄປ. ນີ້​ແມ່ນ​ການ​ພົວພັນ 2 ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ການ​ພົວພັນ​ອາ​ໄສ​ຊຶ່ງ​ກັນ ​ແລະ ກັນ. ຫວຽດນາມ​ສືບ​ຕໍ່​ຮັກສາ​ການ​ພົວພັນ​ເປັນ​ປົກກະຕິ​ເພື່ອ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ​ແລະ ພ້ອມ​ກັນ​ພັດທະນາ. ”

ຂ່າວ/ບົດ​ອື່ນ