ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເລີ່ມຕົ້ນການຢ້ຽມຢາມ ແລະ ເຮັດວຽກຢູ່ກຳປູເຈຍ

ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເລີ່ມຕົ້ນການຢ້ຽມຢາມ ແລະ ເຮັດວຽກຢູ່ກຳປູເຈຍ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 12/01, ທ່ານ​ນາຍົກລັດຖະມ​ົນຕີ​ຫວຽດນາມ ຫງວຽນ​ເຕີນ​ຢຸງ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເດີນທາງ​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາຊະ​ອານາ​ຈັກ ກຳປູ​ເຈຍ ​ແຕ່​ວັນ​ທີ 12 – 14/01, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີລາຊະ​ອານາຈັກກຳປູ​​ເຈຍ Samdech Decho Hun Sen. ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ກຳ​ປູ​ເຈຍ ຄັ້ງ​ນີ້​ຂອງ​ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ​ແມ່ນ​ເພື່ອ​ສະ​ແດງ​ໃຫ້​ເຫັນການ​ຖື​ເປັນ​ສຳຄັນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ, ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື 2 ຝ່າຍ​ ໃນ​ບັນດາ​ຂົງ​ເຂດ​ຄື: ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ...

        ການ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽດນາມ - ກຳປູ​ເຈຍ ​ໃນ​ໄລຍະ​ຜ່ານ​ມາ ສືບ​ຕໍ່​ມີ​ບັນດາ​ບາດກ້າວ​ພັດທະນາ​ຢ່າງ​ຕັ້ງໜ້າ. ​ໃນ​ປີ 2013, 2 ຝ່າຍ​ໄດ້​ມີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ. ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ, ປ​້ອງກັນ​ຄວາມ​ສະຫງົບ​ໄດ້​ຮັບ​ການ​ເພີ່ມ​ທະວີ; 2 ຝ່າຍ ຮ່ວມ​ມື​ໃນ​ວຽກ​ງານ​ຊອກ​ຫາ, ທ້ອນ​ໂຮມ ​ແລະ ນຳ​ເອົາອັດຖິ​ທະຫານ​ອາສາ​ສະໝັກ​ຫວຽດນາມ ທີ່​​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ໃນ​ໄລຍະສົງຄາມຢູ່ກຳ​ປູ​ເຈຍ ກັບ​ເມ່ືອ​ປະ​ເທດ​. ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ​ ​ແລະ ການ​ລົງທຶນ​ລະຫວ່າງ 2 ປະ​ເທດ​ສືບ​ຕໍ່​ມີ​ການພັດທະນາ​ຢ່າງວ່ອງ​ໄວ. ຄຽງ​ຂ້າງ​ນັ້ນ, ວຽກ​ງານ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​ສືບ​ຕໍ່​ໄດ້​ຮັບ​ການ​ສົມທົບ​ກັນ​ຜັນ​ຂະຫຍາຍ​ລະຫວ່າງ 2 ປະ​ເທດ. 2 ຝ່າຍ​ຢືນຢັນ​ຈະສືບ​ຕໍ່​ຮ່ວມ​ມື​ເພື່ອ​ສຳ​ເລັດ​ວຽກ​ງານ​ດັ່ງ​ກ່າວ​ໂດຍ​ໄວ, ປະກອບສ່ວນ​ກໍ່ສ້າງ​ເສັ້ນ​ຊາຍ​ແດນ​​ແຫ່ງ​ສັນຕິພາບ, ມິດຕະພາບ, ສະຖຽນ​ລະ​ພາບ, ໝັ້ນ​ຄົງ ​ແລະ ພັດທະນາ.

ຂ່າວ/ບົດ​ອື່ນ