ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເລີ່ມຕົ້ນການເຂົ້າຮ່ວມກອງປະຊຸມຂັ້ນສູງ ອາຊຽນ 23

ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເລີ່ມຕົ້ນການເຂົ້າຮ່ວມກອງປະຊຸມຂັ້ນສູງ ອາຊຽນ 23 - ảnh 1
ການຕ້ອນຮັບທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຢູ່ສະໜາມບິນ
(ພາບ: Đức Tám – TTXVN)

(vovworld) – ຕອນ​ຄຳ່​ວັນ​ທີ 8/10, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ​ແລະ ຄະນະ​ຜູ້​ແທນ ຫວຽດນາມ ​ໄດ້​​ໄປ​ຮອດ​ນະຄອນຫຼວງ Bandar Seri Begawan ຂອງ ບຣູ​ໄນ, ​ເລີ່​ມຕົ້ນ​ການ​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ ຄັ້ງ​ທີ 23 ​ແລະ ບັນດາ​ກອງ​ປະຊຸມ​ຂັ້ນ​ສູງ​ທີ່​ກ່ຽວຂ້ອງ.

        ​ເມື່ອ​ຕ້ອນຮັບ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຢູ່​ສະໜາມ​ບິນ​ມີທ່ານ​ຮອງ​ລັດຖະມົນຕີ​ຜູ້​ປະຈຳການ​ກະຊວງ​ພະລັງ​ງານ ບຣູ​ໄນ Hj Jamain Hj Julaihi, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ Hj Osman Hj Mohd Yussof, ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ບຣູ​ໄນ ຫງວຽນ​ເຈື່ອງ​ຢາງ ​ແລະ ບັນດາ​ພະນັກງານ, ລັດຖະກອນ​ສະຖານທູດ ຫວຽດນາມ ປະຈຳ ບຣູ​ໄນ.

        ຕາມ​ລາຍການ​ເຮັດ​ວຽກ​​ໃນ​ຕອນ​ເຊົ້າ​ວັນ​ທີ 9/10, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ພ້ອມ​ກັບ​ບັນດາ​ການ​ນຳ ອາ​ຊຽນ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ຄັ້ງ​ທີ 23, ​ແລກປ່ຽນ​ການ​ກຳນົດ​ທິດ​ພັດທະນາ​ຂອງ ອາ​ຊຽນ, ພິ​ເສດ​ແມ່ນ​ບັນດາ​ມາດ​ຕະການ​ຊຸກຍູ້​ວິວັດ​ການ​ສ້າງ​ປະຊາ​ຄົມ ອາ​ຊຽນດ້ວຍ​ກຳນົດ​ເວລາ​​ແມ່ນ​ໃນ​ວັນ​ທີ 31/12/2015. ​ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ນາຍົກ​ລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເຂົ້າ​ຮ່ວມ​ບັນດາ​ກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ ກັບ​ບັນດາ​ຄູ່​ຮ່ວມ​ມື​ຄື: ຍີ່ປຸ່ນ, ສ ​ເກົາຫຼີ, ຈີນ, ອາ​ເມ​ລິ​ກາ ​ແລະ ບັນດາ​ການ​ພົບ​ປະ 2 ຝ່າຍ ກັບ​ການ​ນຳ​ບາງ​ປະ​ເທດ​ທີ່ເຂົ້າ​ຮ່ວມ​ກອງ​ປະຊຸມ.

 

ຂ່າວ/ບົດ​ອື່ນ