ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຮັດວຽກກັບສະມາຄົມ ນັກຂ່າວຫວຽດນາມ

ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຮັດວຽກກັບສະມາຄົມ ນັກຂ່າວຫວຽດນາມ - ảnh 1

ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ​ແລກປ່ຽນ

ກັບ​ສະມາຊິກສະມາຄົມ​ນັກ​ຂ່າວ​ຫວຽ​ດນາມ

(ພາບ:nguyentandung.org)

(vovworld)- ຕອນ​ບ່າຍ​ວັນ​ທີ 23/7, ຢູ່​ສຳນັກງານ​ນາຍົກລັດຖະມົນຕີ, ທ່ານນາຍົກລັດ ຖະມົນຕີຫງວຽນ​ເຕີນ​ຢຸງ​ ​ໄດ້​ເປັນ​ປະທານ​ໃນ​ການເຮັດ​ວຽກກັບ​ສະມາຄົມ​ນັກ​ຂ່າວ​ຫວຽ​ດນາມ ກ່ຽວ​ກັບ​ວຽກງານຂອງ​ສະມາຄົມ ກໍ່​ຄື​ແກ້​ໄຂ​ບັນດາ​ຂໍ້​ສະ​ເໜີ​ເພື່ອ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ສະມາຄົມ​ເສີມ​ຂະຫຍາຍ​ບົດບາດ, ອິດ​ທິພົນ​ຊື່​ສຽງຂອງ​ຕົນ​ກ່ວາ​ອີກ ສືບ​ຕໍ່​ປະກອບສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ພາລະກິດສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ທ່ານນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ​ ຕີ​ລາຄາ​ສູງ, ຍ້ອງຍໍ​ຊົມ​ເຊີຍ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ນັກ​ຂ່າວ​ຫວຽ​ດນາມ ​ໃນ​ໄລຍະ​ຜ່ານ​ມາ ພ້ອມ​ທັງປາດ​ຖະໜາ​ວ່າ ​ສະມາຄົມ​ນັກ​ຂ່າວ​ຫວຽ​ດນາມ ຂັ້ນຕ່າງ​ໆ ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ຕົນ, ປະຕິບັດ​ພາລະ​ໜ້າ​ທີ່​ໄດ້​ຮັບ​ການ​ມອບ​ໝາຍ​ເປັນ​ຢ່າງ​ດີ​ກ່ວາ​ອີກ. ທ່ານ​ເນັ້ນໜັກ​ວ່າ:

   ”​ສະມາຄົມ​ນັກ​ຂ່າວ​ຫວຽ​ດນາມ ດ້ວຍ​ສະມາຊິກ​ກວ່າ 20.000 ຄົນ ​ແມ່ນ​ອົງການ​ການ​ເມືອງ​ສັງຄົມ​ວິຊາ​ຊີບ ມີ​ຄວາມ​ໝາຍສຳຄັນ​ໃນ​ການຍົກ​ສູງ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງຄົມ. ຂ້າພະ​ເຈົ້າສະ​ເໜີ​ໃຫ້​ສະມາຄົມ​ນັກ​ຂ່າວ​ຫວຽ​ດນາມ ກ່ອນ​ອື່ນ​ໝົດ​ຕ້ອງ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ຕົນ, ​ເສີມ​ຂະຫຍາຍບັນດາ​ຜົນງານ, ໝາກຜົ​ນຂອງ​ສະມາຄົມ, ສົມທົບ​ກັບ​ຄະນະ​​ໂຄສະນາສຶກສາສູນ​ກາງ, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ຈາກ​ສູນ​ກາງ​ຮອດທ້ອງ​ຖິ່ນ​ເພື່ອ​ຊີ້​ນຳນຳພາສື່​ມວນ​ຊົນປະ​ເພດ​ຕ່າງໆ​ເຄື່ອນ​ໄຫວ​ໄດ້​ດີ​ກ່ວາ​ອີກ, ​ເພື່ອພາລະກິດສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ”

ຂ່າວ/ບົດ​ອື່ນ