ນາຍົກລັດຖະມົນຕີ ຫງວຽນເຕີນຢູງສິ້ນສຸດການຢ້ຽມຢາມຍີ່ປຸ່ນຢ່າງເປັນທາງການ

ນາຍົກລັດຖະມົນຕີ ຫງວຽນເຕີນຢູງສິ້ນສຸດການຢ້ຽມຢາມຍີ່ປຸ່ນຢ່າງເປັນທາງການ - ảnh 1
ທ່ານນາຍົກລັດຖະມນຕີ ຫງວຽນເຕີນຢູງ ໂອ້​ລົມ​ສົນທະນາ​ ກັບ ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe
(ພາບ: VGP/Nhật Bắc)


(vovworld) – ຕອນ​ບ່າຍ​ວັນ​ທີ 15/12, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເດີນທາງ​ອອກ​ຈາກ ​ໂຕ​ກຽວ, ສິ້ນສຸດ​ການ​ຢ້ຽມຢາມ ຍີ່ປຸ່ນ ຢ່າງ​ເປັນ​ທາງ​ການ, ​ເຂົ້າ​ຮ່ວມ​ບັນດາ​ກອງ​ປະຊຸມ​ຂັ້ນ​ສູງ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການພົວພັນ​ຄູ່ເຈລະ​ຈາ ອາ​ຊຽນ - ຍີ່ປຸ່ນ ​ແລະ ກອງ​ປະຊຸມ​ຂັ້ນ​ສູງ ​ແມ່​ຂອງ - ຍີ່ປຸ່ນ ຄັ້ງ​ທີ 5, ​ແຕ່​ວັນ​ທີ 12 – 15/12.

    ​ເມື່ອ​ຕອບສຳພາດ​ຕໍ່​ນັກ​ຂ່າວ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມກວາງ​ວີ​ງ ຢັ້ງຢືນ​ວ່າ: ການ​ຢ້ຽມຢາມ​ໄດ້​ປະກອບສ່ວນ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ອັນ​ດີງາມ ​ແລະ ໜ້າ​ໄວ້​ເນື້ອ​​ເຊື່ອ​ໃຈ ຫວຽດນາມ - ຍີ່ປຸ່ນ ​ເລິກ​ເຊິ່ງກ່ວາ​ອີກ. ​ເລື່ອງ​ນາຍົກລັດຖະມົນຕີ 2 ປະ​ເທດ, ດຳ​ເນີນ​ການ​ຢ້ຽມຢາມຢ່າງ​ເປັນ​ທາງການ 2 ຄັ້ງ ​ແລະ ​ໂອ້​ລົມ​ທາງ​ໂທລະສັບ 2 ຄັ້ງ ​ໃນ​ປີ 2013 ສະ​​ແດງ​ໃຫ້​ເຫັນຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ທີ່​ບໍ່​ເຄີຍ​ມີ​ມາ​ໃນການ​ພົວພັນ​​​​ລະຫວ່າງ 2 ປະ​ເທດ. ຈຸ​ດພົ້ນ​ເດັ່ນ​ຂອງ​ການ​ຢ້ຽມຢາມ​ນັ້ນແມ່ນ 2 ຝ່າຍ​ບັນລຸ​ໄດ້​ບັນດາ​ໝາກຜົນ​ສຳຄັນ​ ​ແລະ ​ແທ​ດຈິງ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ.

        ກ່ອນ​ໜ້າ​ນັ້ນ, ​ທີ່​ການ​​​ໂອ້​ລົມ​ສົນທະນາ​ໃນ​ວັນ​ດຽວ​ກັນ, ນາຍົກລັດຖະມົນຕີຕີທັງ 2 ທ່ານ​ໄດ້​ເຫັນ​ດີ​ເປັນ​​ເອກະສັນ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ການ​ຢ້ຽມຢາມ, ການ​ພົບ​ປະ​ຂັ້ນສູງ​ເປັນ​ປະຈຳ ກໍ່ຄື​ປະຕິບັດ​ບັນດາ​ກົນ​ໄກ​ຮ່ວມ​ມືຢ່າງ​ມີ​ປະສິດທິ​ຜົນ, ຊົມ​ເຊີຍ​ເລື່ອງ​ເວລາ​ຜ່ານ​ມາ 2 ປະ​ເທດ​ໄດ້​ສ້າງ​ຕັ້ງ​ກົນ​ໄກ​​ໂອ້​ລົມ​ສົນທະ​ນາ​ກ່ຽວ​ກັບ​ການປ້ອງ​ກັນ​ຄວາມ​ສະຫງົບ. 2 ຝ່າຍ​ຢັ້ງຢືນ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຮ່ວມ​ມື​ເສດຖະກິດ​ສຳຄັນ​ຄື: ​ເສັ້ນທາງ​ຄວາມ​ໄວ​ສູງ ​ເໜືອ - ​ໃຕ້, ກໍ່ສ້າງ​ໂຮງງານ​ນິວ​ເຄຼຍ ນິງທ້ວນ 2.​​..​ ຢ່າງ​ມີ​ປະສິດທິ​ຜົນ.

        ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຢັ້ງຢືນ​ຈະ​ສ້າງ​​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ ຍີ່ປຸ່ນລົງທຶນ​ເຂົ້າ ຫວຽດນາມ.

        ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ຕັ້ງໜ້າ​ໜູນ​ຊ່ວຍ ຫວຽດນາມ ຜັນ​ຂະຫຍາຍບັນດາ​​ແຜນການ​ເຄື່ອນ​ໄຫວ​ໃຫ້ 6 ຂະ​ແໜງ​ອຸດສາຫະກຳ​ບຸລິ​ມະ​ສິດ​ຂອງ​ຍຸດ​ທະ​ສາດ​ພັດທະນາ​ຫັນ​ເປັນ​ອຸດສາຫະກຳ​ຂອງ ຫຽດນາມ, ຄົ້ນຄ​້ວາ​ກ່ຽວ​ກັບ​ຂໍ້ສະ​ເໜີ​ສ້າງ​​ເງື່ອນ​ໄຂ​ໃຫ​​້ຜະລິດ​ຕະພັນ​ກະ​ເສດ​ຂອງ ຫວຽດນາມ ສຳ​ພັດ​ກັບ​ຕະຫຼາດ​ຍີ່ປຸ່ນ.

        ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາຍົກລັດຖະມົນຕີ Shinzo Abe  ​ໄດ້​ປະກາດບ້ວງ​ເງິນ​ອຸປະຖຳພັດທະນາ​ທາງ​ການ (ODA) ທີ່​ມີ​ມູນ​ຄ່າ​ປະມານ 1 ຕື້ USD ​ໃຫ້ 5 ​ໂຄງການ​ທີ່​ຂື້ນ​ກັບ​ໄລຍະ​ທີ 2 ຂ​ອງປີ​ການ​ເງິນ 2013 ຂອງ​ຫວຽດນາມ.

 


ຂ່າວ/ບົດ​ອື່ນ