ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຕ້ອນ​ຮັບ​ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ນິວ​ຊີ​ແລນ

(VOVWORLD) - ນິວຊີແລນ ຖືບົດບາດຂອງ ຫວຽດນາມ ຢູ່ພາກພື້ນ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ນິວຊີແລນ ເປັນສຳຄັນ; ທ່ານປາດຖະໜາວ່າສອງຝ່າຍຈະສ້າງຂອບເຂດການພົວພັນໃໝ່ໂດຍໄວ.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຕ້ອນ​ຮັບ​ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ນິວ​ຊີ​ແລນ - ảnh 1ການຕ້ອນຮັບ (ພາບ: TTXVN)

ເມື່ອກ່າວຄຳເຫັນທີ່ການຕ້ອນຮັບທ່ານ Winston Peters ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ນິວຊີແລນ, ຕອນບ່າຍວັນທີ 5 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ສອງຝ່າຍເພີ່ມທະວີບັນດາມາດຕະການ ເພື່ອແນໃສ່ຍົກວົງເງິນການຄ້າສອງສົ້ນໃຫ້ບັນລຸຄາດໝາຍ 3 ຕື້ USD, ພ້ອມທັງຍູ້ແຮງການເຊື່ອມຕໍ່ສອງພື້ນຖານເສດຖະກິດໃຫ້ມີລັກສະນະເສີມສ້າງເຊິ່ງກັນແລະກັນສູງກວ່າເກົ່າ. ພ້ອມທັງຢັ້ງຢືນວ່າ ຫວຽດນາມ ຊົມເຊີຍບັນດາວິສາຫະກິດ ນິວຊີແລນ ເພີ່ມທະວີການລົງທຶນເຂົ້າ ຫວຽດນາມ ໃນບັນດາຂົງເຂດທີ່ ນິວຊີແລນ ມີທ່າແຮງ.

        ສ່ວນທ່ານລັດຖະມົນຕີການຕ່າງປະເທດ Winston Peters ຢັ້ງຢືນວ່າ ນິວຊີແລນ ຖືບົດບາດຂອງ ຫວຽດນາມ ຢູ່ພາກພື້ນ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ນິວຊີແລນ ເປັນສຳຄັນ; ທ່ານປາດຖະໜາວ່າສອງຝ່າຍຈະສ້າງຂອບເຂດການພົວພັນໃໝ່ໂດຍໄວ.

        ສອງຝ່າຍເຫັນດີສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ແລະ ຕັ້ງໜ້າສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ; ເຫັນດີສົມທົບກັນໃນໄລຍະ ຫວຽດນາມ ຮັບດຳລົງບົດບາດເປັນປະເທດປະສານງານການພົວພັນ ອາຊຽນ - ນິວຊີແລນ ຢ່າງມີປະສິດທິຜົນ (7/2024 – 7/2027). ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ Winston Peters ເນັ້ນໜັກວ່າ ນິວຊີແລນ ຖືບົດບາດເປັນໃຈກາງຂອງ ອາຊຽນ  ແລະ ການພົວພັນຄູ່ຮ່ວມມືຍຸດທະສາດ ກັບ ອາຊຽນ ເປັນສຳຄັນ, ສະແດງຄວາມປາດຖະໜານຳການພົວພັນນີ້ຂຶ້ນສູ່ລະດັບສູງໃໝ່ໂດຍໄວ.

        ກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍເຫັນດີສະໜັບສະໜູນທັດສະນະຂອງ ອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ, ແກ້ໄຂບັນດາການຂັດແຍ້ງກັນດ້ວຍມາດຕະການສັນຕິພາບ ອີງໃສ່ກົດໝາຍສາກົນ, ຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງ, ສິດເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ.


ຕອບກັບ

ຂ່າວ/ບົດ​ອື່ນ