ນາຍົກລັດຖະມົນຕີ ຫວຽດນາມ ຕ້ອນຮັບຜູ້ອຳນວຍການແຫ່ງຊາດທະນາຄານໂລກ ປະຈຳຫວຽດນາມ

ນາຍົກລັດຖະມົນຕີ ຫວຽດນາມ ຕ້ອນຮັບຜູ້ອຳນວຍການແຫ່ງຊາດທະນາຄານໂລກ ປະຈຳຫວຽດນາມ - ảnh 1
ທ່ານນາງ Victoria Kwa Kwa ແລະ ທ່ານນາຍົກລັດຖະມົນຕີ Nguyen Tan Dung
(ພາບ: VGP/Nhat Bac)

(vovworld) - ​ຕອນ​ບ່າຍ​ວັນ​ທີ 24/5, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Victoria Kwa Kwa, ຜູ້ອຳນວຍການ​ແຫ່ງ​ຊາດ​ທະນາຄານ​ໂລກ (ຫຼື WB) ປະຈຳ​ຫວຽດນາມ​. ​ເມື່ອ​ແລກປ່ຽນ​ກັບ​ທ່ານ​ນາງ​ Victoria Kwa Kwa ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ​ມະຫາ​ພາກ​ຂອງ​ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ຢືນຢັນ​ຈຸດໝາຍ​ເຊິ່ງ​ຫວຽດນາມ ​ໄດ້​ກຳນົດ​ແມ່ນ: ຮັບປະກັນ​ເສດຖະກິດ​ມະຫາ​ພາກ​ໃຫ້​ເປັນ​ປົກກະຕິ ​ເພື່ອ​ແນ​ໃສ່​ຮັບປະກັນ​ໃຫ້​ແກ່​ການ​ພັດທະນາ​ຂອງ​ປະ​ເທ​ດຊາດ​ໃຫ້​ໝັ້ນຄົງ, ບໍ່​ເນັ້ນ​ໜັກ​ການ​ຍູ້​ໄວ​ລະດັບ​ເຕີບ​ໂຕ​ເຊິ່ງສົ່ງ​ຜົນ​ສະທ້ອນ​ເຖິງ​ຄວາມ​ເປັນ​ປົກກະຕິ​ຂອງ​ເສດຖະກິດ​ມະຫາ​ພາກ. ດ້ວຍ​ຈິດ​ໃຈ​ຄື​ແນວ​ນັ້ນ, ​ໃນ​ປີ 2012, ຈຸດໝາຍ​ເຊິ່ງຫວຽດນາມ ຍົກ​ອອກ​ມາ​ນັ້ນ​ແມ່ນ ຄວບ​ຄຸມ​​ໄພເງິນ​ເຟີ້​ຢູ່​ໃນ​ລະດັບ 8%, ບໍ່​ປະ​ໃຫ້​ໄພເງິນ​ເຟີ້​ຢູ່​ໃນ​ລະດັບ 10% ກໍ​ຄື​ບໍ່​ປະ​ໃຫ້​​ເກີດໄພເງິນ​ເຟີ້​ຫຼຸດ​ລົງ​ຕ່ຳ​​ເກີນ​ໄປ, ຮັກສາ​ລະດັບ​ລາຍ​ຈາ​ຍງົບປະມານ​​ເກີນ​ດຸນໃນ​ລະດັບ 4,8% GDP​.​..​ ທ່ານ​ນາຍ​ົກລັດຖະມົນຕີ​ Nguyen Tan Dung ຫວັງ​ວ່າ: WB ສືບ​ຕໍ່​ຮ່ວມ​ມື, ໜູນ​ຊ່ວຍ​ໃຫ້​ຫວຽດນາມ ກ່ວາ​ອີກ​ໃນ​ການ​ປະຕິບັດ​ບັນດາ​ຈຸດໝາຍ​ພັດທະນາ, ​ໃຫ້​ຄຳ​ປຶກສາ​ດ້ານ​ງົບປະມານ, ​ແບ່ງປັນ​ບົດຮຽນ​ກັບ​ຫວຽດນາມ ​ໃນ​ການ​ແກ້​ໄຂ​ໜີ້​ເສຍ​ທະນາຄານ, ຊຸກຍູ້​ການ​ຮ່ວມ​ມື​ລົງທຶນ​ຈາກ​ຕ່າງປະ​ເທດ, ໜູນ​ຊ່ວຍ​ຫວຽດນາມ​ ​ໃນ​ວຽກ​ງານ​ຫຼຸ​ດຜ່ອນ​ຄວາມທຸກ​ຍາກ, ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຄົມມະນາຄົມ​ຈຸດ​ສຸມ.​.​.​.​ ທ່ານ​ນາງ Victoria Kwa Kwa ຢືນຢັນ​ວ່າ:  ຍາມ​ໃດ WB ​ກໍ​ຈະ​ຮຽງ​ບ່າ​ຮຽງ​ໄລ່, ຮ່ວມ​ມື, ໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ປະຕິບັດ​ບັນດາ​ຈຸດໝາຍ​ພັດທະນາ​ເສດຖະກິດ - ສັງຄົມ.

 












 

ຂ່າວ/ບົດ​ອື່ນ