ນາຍົກລັດຖະມົນຕີ ຫວຽດນາມ ປາດຖະໜາຢາກໃຫ້ວິສາຫະກິດ ໂຮນລັງລົງທຶນໃນຂົງເຂດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) - ໃນຂອບເຂດການຢ້ຽມຢາມລາຊະອານາຈັກ ໂຮນລັງ, ຕອນບ່າຍວັນທີ 10 ກໍລະກົດ, ຢູ່ ລາໄຮ, ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ Lodewijick Asscher, ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງນະໂຍບາຍສັງຄົມ ແລະ ວຽກເຮັດງານທຳ ໂຮນລັງ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ໂຮນລັງ, ດ້ວຍການເຂົ້າຮ່ວມຂອງ 300 ວິສາຫະກິດໂຮນລັງ ແລະ 150 ວິສາຫະກິດ ຫວຽດນາມ.
ນາຍົກລັດຖະມົນຕີ ຫວຽດນາມ ປາດຖະໜາຢາກໃຫ້ວິສາຫະກິດ ໂຮນລັງລົງທຶນໃນຂົງເຂດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບບັນດາວິສາຫະກິດ ໂຮນລັງ

ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ຫວຽດນາມ ໄດ້ຮັບການຕີລາຄາ ແລະ ຈັດອັນດັບສູງກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດ ຈາກບັນດາອົງການສາກົນ. ມີຫຼາຍວິສາຫະກິດ ຫວຽດນາມ ຖືກຈັດເຂົ້າໃນບັນຊີລາຍຊື່ 1.000 ວິສາຫະກິດແຖວໜ້າຂອງ ອາຊີ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ຕໍ່ໜ້າການທ້າທາຍຈາກການປ່ຽນແປງຂອງດິນຟ້າອາກາດ, ຫວຽດນາມ ຫວັງວ່າ ບັນດາພາກສ່ວນເສດຖະກິດເອກະຊົນ ໂຮນລັງ ເອົາໃຈໃສ່ລົງທຶນ, ໜູນຊ່ວຍ ຫວຽດນາມ ແກ້ໄຂບັນດາສິ່ງທ້າທາຍນີ້. ນີ້ແມ່ນໂອກາດໃຫຍ່ໃຫ້ບັນດາວິສາຫະກິດ ໂຮນລັງ, ນັບທັງບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ:

        “ຖ້າຮູ້ໝູນໃຊ້ກາລະໂອກາດ, ເສີມຂະຫຍາຍທ່າແຮງທາງການທູດ, ພິເສດແມ່ນໃນສະພາບການສັນຍາການຄ້າເສລີ ຫວຽດນາມ - ອີຢູ ຈະໄດ້ຮັບການລົງນາມໃນໄວໆນີ້, ໂຮນລັງ ແລະ ຫວຽດນາມ ອາດສາມາດບັນລຸໄດ້ຫຼາຍຜົນງານກ່ວາ ແລະ ກາຍເປັນການເຊື່ອມຕໍ່ເສດຖະກິດເລິກເຊິ່ງ, ຮອບດ້ານລະຫວ່າງ ອາຊຽນ ແລະ ອີຢູ, ລະຫວ່າງຝ່າຍໜຶ່ງແມ່ນພາກພື້ນມີລະດັບເຕີບໂຕເສດຖະກິດແຖວໜ້າຂອງໂລກ ແລະ ຝ່າຍໜຶ່ງແມ່ນຕະຫຼາດມີຄວາມຕ້ອງການ, ເຕັກໂນໂລຢີ ແລະ ບັນດາບໍລິສັດໂດ່ງດັງແຖວໜ້າຂອງໂລກ”

        ພາຍຫຼັງການກ່າວຄຳເຫັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນສັກຂີພິຍານ ພິທີແລກປ່ຽນເອກະສານຮ່ວມມື 11 ສະບັບລະຫວ່າງວິສາຫະກິດ 2 ປະເທດດ້ວຍຍອດມູນຄ່າປະມານ 700 ລ້ານ USD.

ນາຍົກລັດຖະມົນຕີ ຫວຽດນາມ ປາດຖະໜາຢາກໃຫ້ວິສາຫະກິດ ໂຮນລັງລົງທຶນໃນຂົງເຂດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 2 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມໂຕະມົນ

        ພາຍຫຼັງເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ໂຮນລັງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມວິສາຫະກິດໂຕະມົນ ດ້ວຍການເຂົ້າຮ່ວມຂອງຫຼາຍວິສາຫະກິດແຖວໜ້າໂຮນລັງ, ສຸມໃສປຶກສາຫາລືກ່ຽວກັບຫົວຂໍ້ນະຄອນສະຫຼາດ ແລະ ນະຄອນ ສະໜາມບິນ.

        ພາຍຫຼັງກອງປະຊຸມວິສາຫະກິດໂຕະມົນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບການນຳບາງກຸ່ມບໍລິສັດໃຫຍ່ຂອງ ໂຮນລັງ.

        ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 10 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມ ມະຫາວິທະຍາໄລ Wageningen. ນີ້ແມ່ນມະຫາວິທະຍາໄລ ມີອິດທິພົນຊື່ສຽງຂອງ ໂຮນລັງ ກໍ່ຄືຢູ່ໃນໂລກ, ພິເສດແມ່ນກ່ຽວກັບຂະແໜງ ກະສິກຳເຕັກໂນໂລຢີສູງ, ຄຸ້ມຄອງນ້ຳ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ