ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້​າມ​ມິງ​ຈິງ ປະ​ຊຸມກັບ​ທ້ອງ​ຖິ່ນ​ຕ່າງໆ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຜ່ານ​ທາງ​ອອນ​ລາຍ

(VOVWORLD) - ກອງປະຊຸມຖືກດຳເນີນໃນສະພາບການທີ່ໂລກລະບາດພວມມີການຜັນແປຢ່າງສັບສົນຢູ່ບັນດາແຂວງພາກໃຕ້ໃນຊຸມວັນຜ່ານມາ ເພື່ອແນໃສ່ປຶກສາຫາລື, ຕີລາຄາຄືນສະພາບການ, ພິຈາລະນາບັນດາຄວາມຫຍຸ້ງຍາກ ເຊິ່ງທ້ອງຖິ່ນຕ່າງໆຕ້ອງການຮັບການຊ່ວຍເຫຼືອຈາກ ລັດຖະບານ. 
ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້​າມ​ມິງ​ຈິງ ປະ​ຊຸມກັບ​ທ້ອງ​ຖິ່ນ​ຕ່າງໆ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຜ່ານ​ທາງ​ອອນ​ລາຍ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມທາງອອນລາຍກັບການນຳບັນດາກະຊວງ, ຂະແໜງການ, ການນຳບັນດາແຂວງ, ນະຄອນຢູ່ພາກໃຕ້ ຫວຽດນາມ  (ພາບ: VGP)

ຕອນເຊົ້າວັນທີ 4 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມທາງອອນລາຍກັບການນຳບັນດາກະຊວງ, ຂະແໜງການ, ການນຳບັນດາແຂວງ, ນະຄອນຢູ່ພາກໃຕ້ ຫວຽດນາມ ລວມມີ ນະຄອນໂຮ່ຈີມິນ, ບິ່ງເຢືອງ, ດົ່ງນາຍ, ບິ່ງເຟຶອກ, ເຕີຍນິງ, ບ່າເຣ້ຍ - ຫວູງເຕົ່າ, ລອງອານ, ຕ່ຽນຢາງ ກ່ຽວກັບການປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19. ກອງປະຊຸມຖືກດຳເນີນໃນສະພາບການທີ່ໂລກລະບາດພວມມີການຜັນແປຢ່າງສັບສົນຢູ່ບັນດາແຂວງພາກໃຕ້ໃນຊຸມວັນຜ່ານມາ ເພື່ອແນໃສ່ປຶກສາຫາລື, ຕີລາຄາຄືນສະພາບການ, ພິຈາລະນາບັນດາຄວາມຫຍຸ້ງຍາກ ເຊິ່ງທ້ອງຖິ່ນຕ່າງໆຕ້ອງການຮັບການຊ່ວຍເຫຼືອຈາກ ລັດຖະບານ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງ ຖືວ່າ ບັນດາທ້ອງຖິ່ນ, ກະຊວງ, ຂະແໜງການຕ້ອງປຶກສາຫາລືກ່ຽວກັບສາເຫດພາວະວິໄສ ແລະ ອັດຕະວິໄສຢ່າງເຂັ້ມງວດ ເພື່ອຊອກຫາວິທີການແກ້ໄຂໃຫ້ເໝາະສົມ, ມີຄວາມເປັນໄປໄດ້ ແລະ ມີປະສິດທິຜົນໃນວຽກງານປ້ອງກັນ, ຕ້ານໂລກລະບາດ.

        ພາຍຫຼັງຮັບຟັງບົດລາຍງານຂອງກະຊວງສາທາລະນະສຸກແລ້ວ, ຜູ້ແທນບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະ 8 ແຂວງ, ນະຄອນ ໄດ້ຍົກອອກບັນດາສິ່ງຄ້າງຄາ , ຂໍ້ສະເໜີແນະຕໍ່ລັດຖະບານ, ນາຍົກລັດຖະມົນຕີ ແລະ ບັນດາມາດຕະການປະຕິບັດໃນໄລຍະຈະມາເຖິງ.

ຕາມທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລ້ວ, ຫວຽດນາມ ຈະຢຶດໝັ້ນປະຕິບັດເປົ້າໝາຍຄວບຄູ່, ພ້ອມກັນນັ້ນກໍຄົ້ນຄວ້າ, ໝູນໃຊ້ຢ່າງມີໄຫວພິບຕາມອັນດັບບຸລິມະສິດຕາມສະພາບການ, ອາດຈະໃຫ້ບຸລິມະສິດການປ້ອງກັນ, ຕ້ານໂລກລະບາດ ຫຼື ການພັດທະນາເສດຖະກິດ - ສັງຄົມ ຫຼື ສຸມໃສ່ການປະຕິບັດໄປພ້ອມໆກັນ. ລັດຖະບານ ຈະສືບຕໍ່ຕິດຕາມສະພາບການຕົວຈິງຢ່າງໃກ້ຊິດເພື່ອຊີ້ນຳການປ້ອງກັນ, ຕ້ານໂລກລະບາດໃຫ້ມີປະສິດທິຜົນ. ເຖິງຢ່າງໃດກໍຕາມ, ບັນດາທ້ອງຖິ່ນ ຕ້ອງອີງໃສ່ສະພາບການຕົວຈິງ ເພື່ອມີການດັດປັບໃຫ້ເໝາະສົມ, ຕາມສິດອຳນາດຂອງແຂວງ, ນະຄອນ, ສົມທົບກຳລັງແຮງສັງລວມລະຫວ່າງບັນດາວິທີການ, ແຫຼ່ງກຳລັງ ແລະ ລະຫວ່າງບັນດາແຂວງ, ນະຄອນ, ກະຊວງ, ຂະແໜງການເຂົ້າກັນ.

ກ່ຽວກັບບັນດາມາດຕະການລະອຽດ, ທ່ານນາຍົກລັດຖະມົນຕີ ຊີ້ນຳໃຫ້ບັນດາທ້ອງຖິ່ນອີງໃສ່ສະພາບການໂລກລະບາດ, ຈັດຕັ້ງການຈຳກັດບໍລິເວນໃນວົງແຄບ, ແຍກຫ່າງໃນວົງກວ້າງ, ບໍ່ຂຶ້ນກັບອະນາເຂດການປົກຄອງ; ຈັດຕັ້ງການວິໄຈກວດຫາເຊື້ອ, ຄົ້ນຫາປະຫວັດການສຳຜັດໄປ - ມາ, ແຍກຕົວ, ປິ່ນປົວ, ດັບມອບໂລກລະບາດໂດຍດ່ວນ. ບັນດາກຳລັງປະຈຳຮາກຖານຕ້ອງໄປຮອດແຕ່ລະເຂດຊຸມຊົນຮ່ອມ, ເຮືອນແຕ່ລະຫຼັງ ເພື່ອກວດກາແຕ່ລະເປົ້າໝາຍ. ຜູ້ນຳລັດຖະບານ ຊີ້ນໍາທຸກຂັ້ນ, ທຸກຂະແໜງການຈົ່ງສືບຕໍ່ແນະນຳປະຊາຊົນປະຕິບັດມາດຕະການປ້ອງກັນ, ຕ້ານໂລກລະບາດ 5 ປະການ ບວກກັບການສັກວັກຊິນ ແລະ ເຕັກໂນໂລຢີ ໃນການປ້ອງກັນ, ຕ້ານໂລກລະບາດ. ສືບຕໍ່ຍູ້ແຮງການໂຄສະນາ, ຂົນຂວາຍປຸຄກລະດົມປະຊາຊົນເຂົ້າຮ່ວມການປ້ອງກັນ, ຕ້ານໂລກລະບາດຢ່າງຕັ້ງໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ